ໃນວັນທີ 14 ກໍລະກົດ 2025 ທີ່ກະຊວງການເງິນ, ຄະນະຮັບຜິດຊອບຕາມຂໍ້ຕົກລົງ ສະບັບເລກທີ 3285/ກງ ໄດ້ຈັດກອງປະຊຸມລາຍງານຄວາມຄືບໜ້າການຄົ້ນຄວ້າສ້າງກົດໝາຍວ່າດ້ວຍຄັງເງິນແຫ່ງລັດ ໂດຍການເປັນປະທານ ຂອງ ທ່ານ ນາງ ຍອດ ແພງສົມບັດ ຫົວໜ້າຄັງເງິນແຫ່ງລັດ, ມີຄະນະຮັບຜິດຊອບ ຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້ ທ່ານ ປະທານກອງປະຊຸມ ໄດ້ມີຄຳເຫັນວ່າ: ອີງໃສ່ການປະກອບຄໍາເຫັນ ແລະ ທິດຊີ້ນໍາຂອງກອງປະຊຸມຄັ້ງປະຖົມມະລຶກ ຈາກປະທານກອງປະຊຸມ ໃນຄັ້ງວັນທີ 05 ກຸມພາ 2025 ທີ່ຜ່ານມາ, ໂດຍການເປັນປະທານຂອງທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ ພ້ອມທັງເປັນຫົວໜ້າຄະນະຊີ້ນໍາລວມ ຮ່ວມກັບຄະນະຮັບຜິດຊອບຕາມຂໍ້ຕົກລົງ ສະບັບເລກທີ 3285/ກງ; ຄະນະຮັບຜິດຊອບສ້າງກົດໝາຍຂອງຄັງເງິນແຫ່ງລັດ ແລະ ພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ຮ່ວມກັນປັບປຸງບັນດາເນື້ອໃນ ໃນແຕ່ລະມາດຕາ ມາຮອດປັດຈຸບັນເຫັນວ່າສຳເລັດໂດຍພື້ນຖານ. ຄັງເງິນແຫ່ງລັດ ໄດ້ເປີດກອງປະຊຸມຄົ້ນຄວ້າພາຍໃນປັບປຸງ ເນື້ອໃນຮ່າງກົດໝາຍດັ່ງກ່າວ ຈໍານວນ 15 ຄັ້ງ, ພ້ອມກັນນັ້ນ, ໄດ້ເຮັດວຽກຮ່ວມກັບບັນດາກົມຂອງກະຊວງທີ່ກ່ຽວຂ້ອງ ຈຳນວນ 3 ຄັ້ງ ໂດຍໄດ້ຄົ້ນຄວ້າປັບປຸງເນື້ອໃນບາງມາດຕາ, ອະທິບາຍຄຳສັບ, ເອກະພາບການປ່ຽນຊື່, ການປ່ຽນຄຳສັບ ແລະ ອື່ນໆ ເພື່ອໃຫ້ສອດຄ່ອງກັບການປະຕິບັດວຽກງານ. ທ່ານ ຍັງໄດ້ກ່າວຕື່ມອີກວ່າ: ໃນຮ່າງກົດໝາຍສະບັບດັ່ງກ່າວ ຈະຍົກບາງຈຸດທີ່ເປັນອັນສໍາຄັນ ເພື່ອເປັນບ່ອນອີງ ໃນການປຶກສາຫາລື ເປັນຕົ້ນແມ່ນທາງດ້ານໂຄງສ້າງ ເຊັ່ນ: ພາກ, ມາດຕາ ແມ່ນຄົບຖ້ວນ ແລະ ເໝາະສົມແລ້ວບໍ?, ຢູ່ແຕ່ລະພາກ ແມ່ນປະກອບມີບັນດາໝວດຍ່ອຍອອກໄປຕື່ມ; ບັນດາເນື້ອໃນຄໍາເວົ້າ, ຄໍາສັບ ຖືກຕ້ອງຕາມຫຼັກກົດໝາຍແລ້ວບໍ? ສໍາລັບຂໍ້ຕົກລົງ ສະບັບເລກທີ 3285/ກງ (ສະບັບປະຈຸບັນ) ມີຄວາມຈໍາເປັນສະເໜີຂັ້ນເທິງ ຂໍປັບປຸງໃໝ່ບໍ? ເນື່ອງຈາກຫຼາຍພາກສ່ວນໄດ້ມີການປັບປຸງກົງຈັກການຈັດຕັ້ງຂອງຕົນ. ດັ່ງນັ້ນ, ຈຶ່ງສະເໜີມາຍັງບັນດາ ກົມທີ່ກ່ຽວຂ້ອງຂອງກະຊວງຍຸຕິທຳ, ສະພາແຫ່ງຊາດ, ຫ້ອງການສໍານັກງານນາຍົກລັດຖະມົນຕີ, ທະນາຄານ ແຫ່ງ ສປປ ລາວ ແລະ ບັນດາທ່ານໃນກອງງປະຊຸມ ມີຄໍາເຫັນເພີ່ມຕື່ມ ເພື່ອໃຫ້ກົດໝາຍດັ່ງກ່າວມີເນື້ອໃນສົມບູນ ແລະ ຄົບຖ້ວນ. ທ່ານ ຍັງໄດ້ກ່າວຕື່ມອີກວ່າ: ໃນຮ່າງກົດໝາຍສະບັບດັ່ງກ່າວ ຈະຍົກບາງຈຸດທີ່ເປັນອັນສໍາຄັນ ເພື່ອເປັນບ່ອນອີງ ໃນການປຶກສາຫາລື ເປັນຕົ້ນແມ່ນທາງດ້ານໂຄງສ້າງ ເຊັ່ນ: ພາກ, ມາດຕາ ແມ່ນຄົບຖ້ວນ ແລະ ເໝາະສົມແລ້ວບໍ?, ຢູ່ແຕ່ລະພາກ ແມ່ນປະກອບມີບັນດາໝວດຍ່ອຍອອກໄປຕື່ມ; ບັນດາເນື້ອໃນຄໍາເວົ້າ, ຄໍາສັບ ຖືກຕ້ອງຕາມຫຼັກກົດໝາຍແລ້ວບໍ? ສໍາລັບຂໍ້ຕົກລົງ ສະບັບເລກທີ 3285/ກງ (ສະບັບປະຈຸບັນ) ມີຄວາມຈໍາເປັນສະເໜີຂັ້ນເທິງ ຂໍປັບປຸງໃໝ່ບໍ? ເນື່ອງຈາກຫຼາຍພາກສ່ວນໄດ້ມີການປັບປຸງກົງຈັກການຈັດຕັ້ງຂອງຕົນ. ດັ່ງນັ້ນ, ຈຶ່ງສະເໜີມາຍັງບັນດາ ກົມທີ່ກ່ຽວຂ້ອງຂອງກະຊວງຍຸຕິທຳ, ສະພາແຫ່ງຊາດ, ຫ້ອງການສໍານັກງານນາຍົກລັດຖະມົນຕີ, ທະນາຄານ ແຫ່ງ ສປປ ລາວ ແລະ ບັນດາທ່ານໃນກອງງປະຊຸມ ມີຄໍາເຫັນເພີ່ມຕື່ມ ເພື່ອໃຫ້ກົດໝາຍດັ່ງກ່າວມີເນື້ອໃນສົມບູນ ແລະ ຄົບຖ້ວນ.
.jpg)