• ຄັງເງິນແຫ່ງຊາດ
  • |
  • 2024-12-12
  • |
  • ສາມອົງການຈັດຕັ້ງ

​          ໃນວັນທີ 12 ທັນວາ 2024 ສະຫະພັນແມ່ຍິງ ກະຊວງການເງິນ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 03 ດີ ໄລຍະທ້າຍສະໄໝ  2020-2024 ແລະ ທິດທາງແຜນການການເຄື່ອນໄຫວ ປີ 2025-2029 ໂດຍການເປັນປະທານຂອງ ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ, ມີ ທ່ານ ນາງ ດາວອນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານ ສະຫະພັນແມ່ຍິງ ກະຊວງການເງິນ, ມີຕາງໜ້າຊາວໜຸ່ມ, ກຳມະບານ, ເລຂາໜ່ວຍພັກ ບັນດາກົມ, ສະຖາບັນ ແລະ ລັດວິສາຫະກິດ ພ້ອມດ້ວຍສະມາຊິກແມ່ຍິງ ຈາກບັນດາກົມສະຖາບັນ ແລະ ລັດວິສາຫະກິດ ເຂົ້າຮ່ວມ.

​          ໃນກອງປະຊຸມ ໄດ້ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 3 ດີ ໂດຍຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງການເງິນ ສັງລວມເອົາຜົນການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 3 ດີ ຂອງ 18 ໜ່ວຍແມ່ຍິງ ອ້ອມຂ້າງກະຊວງການເງິນ ທີ່ໄດ້ສຸມສະຕິປັນຍາ ແລະ ເຫື່ອແຮງ ເຂົ້າໃນການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 3 ດີ ທີ່ຕິດພັນກັບຂະບວນຮັກຊາດພັດທະນາ ແລະ ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ ແລະ ການເງິນ ທີ່ຕິດພັນກັບ ຂະແໜງການເງິນ, ເຖິງແມ່ນວ່າ ໃນປີ 2024 ຍັງເປັນປີ ທີ່ມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ ທີ່ໄດ້ຮັບຜົນກະທົບຈາກ ສະພາບການຂັດແຍ້ງ ໃນພາກພື້ນ ແລະ ສາກົນ, ສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ພາຍໃນ ຈາກໄພເງິນເຟີ້ ແລະ ການຜັນຜວນຂອງອັດຕາແລກປ່ຽນ, ແຕ່ຂະແໜງການເງິນ ໄດ້ຕັດສິນໃຈສູງ ໃນການຈັດຕັ້ງປະຕິບັດ ແລະ ຜ່ານຜ່າຄວາມຫຍຸ້ງຍາກດັ່ງກ່າວ ໄດ້ຢ່າງມີຜົນສໍາເລັດ ໂດຍສະແດງອອກໃນຜົນງານການຈັດຕັ້ງປະຕິບັດ ແຜນງົບປະມານ ແຫ່ງລັດ ສໍາລັບປີ 2024 ໄດ້ຕາມແຜນ ແລະ ຄາດວ່າ ຈະເກີນແຜນທີ່ສະພາແຫ່ງຊາດຮັບຮອງ, ເຊີ່ງຜົນງານໃນຄັ້ງນີ້ ແມ່ນມີການປະກອບສ່ວນຂອງ ເອື້ອຍນ້ອງສະຫະພັນແມ່ຍິງ ກະຊວງການເງິນ.

        ພ້ອມນັ້ນ, ທ່ານ ບຸນປອນ ວັນນະຈິດ ຍັງໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍ ໃນການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 3 ດີ ປະຈໍາປີ 2024 ຂອງບັນດາໜ່ວຍ ສະຫະພັນແມ່ຍິງ ທີ່ຂຶ້ນກັບສະຫະພັນແມ່ຍິງ ກະຊວງການເງິນ ແລະ ທີ່ພ້ອມກັນຕັ້ງໜ້າປະຕິບັດມະຕິກອງປະຊຸມໃຫ່ຍຂັ້ນຕົນ ເພື່ອປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ ແລະ ພັດທະນາວຽກງານ ຂອງຂະແໜງການເງິນ ໃຫ້ນັບມື້ມີການເຕີບໃຫ່ຍຂະຫຍາຍຕົວຂື້ນເລື້ອຍໆ.

​ພ້ອມກັນນັ້ນ, ໃນກອງປະຊຸມ ກໍ່ຍັງໄດ້ມີການປະກອບຄໍາຄິດເຫັນ ຈາກແຂກທີ່ຖືກເຊີນ ແລະ ສະມາຊິກແມ່ຍິງ ເພື່ອໃຫ້ເຫັນໄດ້ຜົນງານ ແລະ ຈຸດຂາດຕົກບົກຜ່ອງ, ບັນດາວຽກງານໃນຕໍ່ໜ້າ ທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ເພື່ອໃຫ້ມີໃບໜ້າໃໝ່ທີ່ດີຂຶ້ນ ແລະ ພັດທະນາຂຶ້ນເປັນກ້າວໆ.

© 2025 Copyright: ກະຊວງການເງິນ, ສປປ ລາວ