ໃນວັນທີ 07 ກໍລະກົດ 2025, ຄັງເງິນແຫ່ງລັດ ກະຊວງການເງິນ ໄດ້ເປີດຊຸດຝຶກອົບຮົມວຽກງານວິຊາສະເພາະຄັງເງິນ ປະຈໍາປີ 2025 ຊຸດທີ II ທີ່ວິທະຍາໄລການເງິນ, ພາກເໜືອ ແຂວງຫຼວງພະບາງ ໂດຍການເປັນປະທານຂອງ ທ່ານ ນາງ ວົງພະຈັນ ວົງປະດິດ, ຜູ້ອຳນວຍການວິທະຍາໄລການເງິນ ພາກເໜືອ, ມີບັນດາແຂກຖືກເຊີນ ຕາງໜ້າພະແນກການເງິນ, ຫົວໜ້າຄັງເງິນແຫ່ງປະຈໍາແຂວງ, ວິທະຍາກອນຈາກຄັງເງິນແຫ່ງລັດ ແລະ ນັກສໍາມະນາກອນຈາກ ຄັງເງິນປະຈຳແຂວງ 06 ແຂວງ, ຄັງເງິນປະຈຳເມືອງ 30 ເມືອງ ແລະ ຄູອາຈານຈາກວິທະຍາໄລການເງິນ ພາກເໜືອ ແຂວງ ຫຼວງພະບາງ ເຂົ້າຮ່ວມ.
ຊຸດຝຶກອົບຮົມຄັ້ງນີ້ ປະທານກອງປະຊຸມ ໄດ້ມີຄໍາເຫັນຕໍ່ວຽກງານຝຶກອົບຮົມ ຊຶ່ງແມ່ນກົນໄກໜຶ່ງ ທີ່ສໍາຄັນໃນການຍົກລະດັບຄວາມຮູ້, ຄວາມສາມາດຂອງພະນັກງານໃນທຸກໆຂັ້ນ ບໍ່ວ່າຈະເປັນລະດັບຂັ້ນວິຊາການ, ຜູ້ບໍລິຫານລະດັບກາງ ຫຼື ຜູ້ບໍລິຫານລະດັບສູງ ກໍ່ຕ້ອງໄດ້ມີການຝຶກອົບຮົມຢ່າງສະໝໍ່າສະເໝີ ເພື່ອເປັນການຮຽນຮູ້, ແລກປ່ຽນບົດຮຽນ ແລະ ເຕັກນິກການນຳໃຊ້ລະບົບທັນສະໄໝ ເຂົ້າໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນ.
![]() ການຝຶກອົບຮົມຂອງຂະແໜງຄັງເງິນ ແມ່ນໄດ້ສືບຕໍ່ຈັດຕັ້ງປະຕິບັດມາໃນທຸກໆປີ ແລະ ເຫັນໄດ້ວ່າໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ. ໂດຍອີງຕາມ ແຜນພັດທະນາຂະແໜງຄັງເງິນ ໄລຍະ 05 ປີ (2021-2025) ໃນແຜນງານທີ 6 ກ່ຽວກັບ ວຽກງານກົງຈັກການຈັດຕັ້ງ ແລະ ພັດທະນາບຸກຄະລາກອນ ຊຶ່ງພະນັກງານ-ລັດຖະກອນ ຂະແໜງຄັງເງິນ ຕ້ອງໄດ້ຜ່ານການຝຶກອົບຮົມວຽກງານວິຊາສະເພາະຢ່າງນ້ອຍ 40 ຊົ່ວໂມງ ຕໍ່ຄົນຕໍ່ປີ ເພື່ອເປັນການພັດທະນາຄວາມຮູ້, ຄວາມສາມາດ ແລະ ເຫັນໄດ້ເຖິງຄວາມຈໍາເປັນຂອງວຽກງານພັດທະນາຊັບພະຍາກອນມະນຸດຂອງຂະແໜງຄັງເງິນ, ເວົ້າສະເພາະ ແຜນການຝຶກອົບຮົມໃຫ້ພະນັກງານ-ລັດຖະກອນຂະແໜງຄັງເງິນ ໃຫ້ມີຄວາມຮັບຮູ້ເຂົ້າໃຈເລິກເຊິງທາງດ້ານທິດສະດີ ແລະ ພຶດຕິກໍາ ໃນການປະຕິບັດວຽກງານຕົວຈິງ. |
![]() ສໍາລັບຊຸດຝຶກອົບຮົມ ໃນຄັ້ງນີ້ ແມ່ນເລີ່ມແຕ່ວັນທີ 07-11 ກໍລະກົດ 2025 (ເປັນເວລາ 5 ວັນ) ຊິ່ງຈະໄດ້ຝຶກໃນບັນດາຫົວຂໍ້ທີ່ສໍາຄັນຕ່າງໆ ເຊັ່ນ: ການເຜີຍແຜ່ ບັນດານິຕິກຳຈໍານວນໜຶ່ງ ທີ່ຮັບໃຊ້ໃນວຽກງານວິຊາສະເພາະຄັງເງິນ; ວຽກງານບັນຊີລວມສູນຄັງເງິນ (TSA); ວຽກງານກວດກາລາຍຈ່າຍງົບປະມານ; ວຽກງານບໍລິການຄັງເງິນ; ວຽກງານການບັນຊີຄັງເງິນ; ວຽກງານການນຳໃຊ້ລະບົບທັນສະໄໝ (LIFMIS) ແລະ ວຽກງານກວດກາ. ການຝຶກອົບຮົມຄັ້ງນີ້, ນັກສຳມະນາກອນ ຍັງຈະໄດ້ເຮັດບົດທົດສອບ ຄວາມຮູ້ ຄວາມສາມາດ ກ່ອນ-ຫຼັງ ການຝຶກອົບຮົມ ເພື່ອປະເມີນການປະຕິບັດ ເພື່ອນໍາໄປໝູນໃຊ້ເຂົ້າໃນການປະຕິບັດວຽກງານວິຊາສະເພາະ ຕາມການມອບມາຍ ແລະ ຍົກສູງຄວາມອາດສາມາດ ໃນການຈັດຕັ້ງປະຕິບັດວຽກງານ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ. |
![]() ພ້ອມກັນນີ້, ທ່ານຜູ້ອໍານວຍການວິທະຍາໄລການເງິນ ພາກເໜືອ ຍັງຮຽກຮ້ອງໃຫ້ນັກສໍາມະນາກອນ ຈົ່ງເອົາໃຈໃສ່ຄົ້ນຄວ້າ ເຊື່ອມຊຶມ ແລະ ເປັນເຈົ້າການໃນການປະກອບຄວາມຄິດເຫັນ, ແລກປ່ຽນບົດຮຽນ, ມີຄໍາຖາມເຈາະຈີ້ມ, ຖາມ–ຕອບ ບັນຫາທີ່ພົບ ເຫັນຕົວຈິງໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຄັງເງິນຂອງຕົນທີ່ຜ່ານມາ ເພື່ອເປັນການແລກປ່ຽນບົດຮຽນ ຊອກຫາວິທີແກ້ໄຂ, ສະເໜີແນະນໍາວິທີທາງ, ກຳນົດບັນດາວິທີການ, ມາດຕະການໃນການປັບປຸງວຽກງານຄັງເງິນ ແລະ ດ້ວຍຄວາມຮັບຜິດຊອບ ເພື່ອກ້າວໄປເຖິງຄວາມເຂົ້າໃຈ ທີ່ຈະແຈ້ງ ແລະ ມີຄວາມເປັນເອກະພາບ ຕໍ່ບັນດາບັນຫາທີ່ຍົກຂື້ນ ເພື່ອພ້ອມກັນປັບປຸງ ແລະ ແກ້ໄຂວຽກງານໃຫ້ນັບມື້ນັບເຂັ້ມແຂງເປັນກ້າວໆ. |
![]() |