ກະຊວງການເງິນ, ໄດ້ຈັດພິທີມອບ-ຮັບໜ້າທີ່ຂອງ 02 ພາກສ່ວນຂຶ້ນລະຫວ່າງເກົ່າ ແລະ ຜູ້ໃໝ່, ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງຫົວໜ້າຫ້ອງການ ແລະ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງການເງິນ, ມີພະນັກງານຫຼັກແຫຼ່ງຂອງທັງສອງພາກສ່ວນ, ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ. ຊຶ່ງກ່ອນການມອບ-ຮັບໜ້າທີ່ ໄດ້ມີການລາຍງານການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ,ເຊິ່ງໄດ້ຍົກໃຫ້ເຫັນໄດ້ຜົນງານທີ່ພົ້ນເດັ່ນ ແລະ ບັນດາວຽກງານທີ່ຈະໄດ້ສືບຕໍ່ປະຕິບັດໃນຕໍ່ໜ້າໃຫ້ມີຜົນສໍາເລັດ.ຈາກນັ້ນທັງສອງພາກສ່ວນໄດ້ມີການເຊັນບົດບັນທຶກມອບ-ຮັບໜ້າທີ່ລະຫວ່າງທ່ານ ນາງ ສີສົມບູນ ອຸນາວົງ ຫົວໜ້າກົມຮ່ວມມືສາກົນ (ຜູ້ເກົ່າ) ແລະ ທ່ານ ວົງຄໍາແຫງ ວົງທະຈັກ ຫົວໜ້າກົມຮ່ວມມື ແລະ ການເງິນສາກົນ (ຜູ້ໃໝ່) ແລະ ລະຫວ່າງທ່ານ ຄຳເຜັ່ນ ບຸບຜາວົງ ຜູ້ອຳນວຍການບໍລິສັດ ລັດວິສາຫະກິດ ຫວຍພັດທະນາ (ຜູ້ເກົ່າ) ແລະ ທ່ານ ສຸບັນ ເພຍສັກຂາ ຮັກສາການຜູ້ອຳນວຍການ (ຜູ້ໃໝ່).
