• ຂ່າວທ້ອງຖິ່ນ
  • |
  • 2025-07-03
  • |
  • ວຽກວິຊາສະເພາະ

        ໃນວັນທີ 3 ກໍລະກົດ 2025 ຂະແໜງບັນຊີ ແລະ ສ່ວຍສາອາກອນ ປະຈຳນະຄອນຫລວງວຽງຈັນ ໄດ້ຈັດຊຸດຝຶກອົບຮົມ ວຽກງານບັນຊີວິສາຫະກິດ ການນໍາໃຊ້ໂປຣແກຣມສົ່ງເອກະສານລາຍງານການເງິນ ຜ່ານລະບົບເອເລັກໂຕຣນິກ ພ້ອມທັງເຜີຍແຜ່, ແນະນໍາ ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ (ສະບັບປັບປຸງ) ແລະ ດໍາລັດ ວ່າດ້ວຍການຄຸ້ມຄອງໃບເກັບເງິນ ໃຫ້ຫົວໜ່ວຍທຸລະກິດ ທົ່ວເມືອງ ຈັນທະບູລີ. ໂດຍການເປັນປະທານຂອງ ທ່ານ ນາງ ໄຊສົມບັດ ວົງພັກດີ ຄະນະພັກເມືອງ ຫົວໜ້າຫ້ອງການ-ການເງິນເມືອງ ຈັນທະບູລີ, ມີຮອງຫົວໜ້າອາກອນນະຄອນຫຼວງວຽງຈັນ, ມີບັນດາຫົວໜ່ວຍທຸລະກິດ ພາຍໃນເມືອງເຂົ້າຮ່ວມ.

        ໂອກາດນີ້, ທ່ານ ນາງ ໄຊສົມບັດ ວົງພັກດີ ໄດ້ມີຄຳເຫັນວ່າ: ການເຜີຍແຜ່, ແນະນໍາ ແລະ ຈັດຊຸດຝຶກອົບຮົມ ຄັ້ງນີ້ ກໍ່ແມ່ນເພື່ອໃຫ້ບັນດາຫົວໜ່ວຍທຸລະກິດ ເຂົ້າໃຈໃນການຈັດຕັ້ງປະຕິບັດ ຮູບແບບການສົ່ງເອກະສານລາຍງານການເງິນ ປະຈໍາປີ ຜ່ານລະບົບເອເລັກໂຕຣນິກ ຕາມຫຼັກ ການບັນຊີ ແລະ ເພື່ອຫຼຸດຜ່ອນກົນໄກ ຂອດຂັ້ນ ນໍາສົ່ງເອກະສານລາຍງານການເງິນ ປະຈໍາປີ, ປະຫຍັດເວລາ ແລະ ປະຢັດຄ່າໃຊ້ຈ່າຍ ໃນການສໍາເນົາເອກະສານ ດ້ວຍຮູບການສົ່ງຜ່ານລະບົບໂປຣແກຣມ ທາງເອເລັກໂຕຣນິກ, ເຮັດໃຫ້ວຽກງານບັນຊີ ກ້າວໄປສູ່ລະບົບຄຸ້ມຄອງທີ່ທັນສະໄໝ, ວ່ອງໄວ, ໂປ່ງໃສ ແລະ ກວດສອບໄດ້ ຮັບປະກັນໃນການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ທີ່ສໍາຄັນເຮັດໃຫ້ມີຄວາມສະດວກ ທັນຕາມກໍານົດເວລາ. 

        ທ່ານຍັງໄດ້ກ່າວຕື່ມອີກວ່າ: ຫຼັງຈາກການຝຶກອົບຮົມ ບັນດາທ່ານ ຈະນຳເອົາບົດຮຽນດັ່ງກ່າວ ນຳໄປໝູນໃຊ້ເຂົ້າໃນວຽກງານຕົວຈິ່ງຢ່າງຖືກຕ້ອງສອດຄ່ອງ ຕາມລະບຽບກົດໝາຍທີ່ວາງໄວ້. ສຳລັບການເຜີຍແຜ່ ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ (ສະບັບປັບປຸງ) ແລະ ດຳລັດວ່າດ້ວຍການຄຸ້ມຄອງໃບເກັບເງິນ ເປັນການເສີມສ້າງຄວາມຮັບຮູ້ໃຫ້ກັບບັນດາວິສາຫະກິດ ກ່ຽວກັບການປ່ຽນແປງຂອງກົດໝາຍວ່າດ້ວຍອາກອນມູນຄ່າເພິ່ມ ທີ່ໃຊ້ເປັນບ່ອນອີງ ໃນການເຄື່ອນໄຫວທຸລະກິດ ແລະ ການຈັດເກັບລາຍຮັບ ໃຫ້ຖືກຕ້ອງ ນຳໄປຈັດຕັ້ງປະຕິບັດຢ່າງເປັນເອກະພາບ, ມີປະສິດທິຜົນ ສາມາດປະກອບສ່ວນໃນການມອບພັນທະອາກອນມູນຄ່າເພີ່ມ ໃຫ້ນັບມື້ນັບຫຼາຍຂຶ້ນ.

© 2025 Copyright: ກະຊວງການເງິນ, ສປປ ລາວ