• ຂ່າວທ້ອງຖິ່ນ
  • |
  • 2025-07-03
  • |
  • ວຽກວິຊາສະເພາະ

ການຈັດຕັ້ງປະຕິບັດວຽກງານພາສີໃນ 6 ເດືອນຕົ້ນປີ 2025 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຂອງດ່ານພາສີສາກົນຂົວມິດຕະພາບ IV ແຂວງບໍ່ແກ້ວ, ບັນລຸການຈັດເກັບລາຍຮັບເຂົ້າງົບປະມານໄດ້ 262.63 ຕື້ກວ່າກີບ ເທົ່າກັບ 98.36% ຂອງການແຜນ 06 ເດືອນຕົ້ນປີ 2025  ສົມທຽບໄລຍະດຽວກັນເທົ່າກັບ 120.49% ຫຼືເພີ່ມຂຶ້ນ 44.65 ຕື້ກວ່າກີບ. ພ້ອມນີ້, ກໍ່ໄດ້ວາງຄາດໝາຍສູ້ຊົນເກັບລາຍໃນ 6 ເດືອນທ້າຍປີ 2025 ຈະໃຫ້ບັນລຸໄດ້ຮ້ອຍສ່ວນຮ້ອຍຂອງແຜນການປີ.

ທ່ານ ໄຊຍະເດດ ສີສຸລາດ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ IV ໃຫ້ຮູ້ວ່າ: ດ່ານພາສີສາກົນຂົວມິດຕະພາບ IV ແຂວງບໍ່ແກ້ວ, ແມ່ນການຈັດຕັ້ງໜຶ່ງທີ່ຕັ້ງຢູ່ທ້ອງຖິ່ນເຊິ່ງວຽກງານວິຊາສະເພາະສາຍຕັ້ງຂຶ້ນກັບພາສີປະຈໍາແຂວງບໍ່ແກ້ວ, ກົມພາສີ ກະຊວງການເງິນ, ເຮັດໜ້າທີ່ກ່ຽວກັບການຄຸ້ມຄອງການນໍາເຂົ້າ-ສົ່ງອອກ, ການຜ່ານແດນ, ການເຄື່ອນຍ້າຍສີນຄ້າ, ​ເຄື່ອງ​ຂອງ, ຍານພາຫະນະ, ຜູ້​ໂດຍສານ​ຜ່ານດ່ານ, ອໍານວຍຄວາມສະດວກທາງດ້ານພາສີ ແລະ ການຄ້າ, ສົ່ງເສີມການລົງທຶນ, ຊຸ້ກຍູ້ການເຊື່ອມໂຍງ -ເຊຶ່ອມຈອດກັບພາກພື້ນ-ສາກົນ ແລະ ເປັນຜູ້ຈັດຕັ້ງ ຄຸ້ມຄອງ-ນໍາໃຊ້ລະບົບ ແລະ ເຄື່ອງມືທັນສະໄໝ ເຂົ້າໃນການຄຸ້ມຄອງວຽກງານວິຊາສະເພາະຕາມວິໄສທັດຂອງກະຊວງການເງິນ “ກ້າວເຂົ້າສູ່ລະບົບຄຸ້ມຄອງການເງິນແຫ່ງລັດທີ່ມີຄວາມເຂັ້ມແຂງ, ໂປ່ງໃສ, ທັນສະໄໝ ແລະ ຍຸ ຕິທໍາ”.ໃນການຈັດຕັ້ງປະຕິບັດວຽກງານພາສີໃນ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ທ້າຍປີ 2025 ເຊິ່ງດ່ານພາສີສາກົນຂົວມິດຕະພາບ IV, ປະກອບມີ 2 ໜ່ວຍງານ, ມີພະນັກງານ-ເຈົ້າໜ້າທີ່ພາສີທັງໝົດມີ 12  ຄົນ, ຍິງ 4  ຄົນ ແລະ ພະນັກງານຊ່ວຍວຽກຈໍານວນໜຶ່ງ, ເຊິ່ງໄດ້ບັນຈຸເຂົ້າແຕ່ລະໜ່ວຍງານຕາມການກໍານົດຕໍ່າແໜງງານ, ແນ່ໃສ່ເພຶ່ອສ້າງຄວາມເຂັ້ມແຂງໃຫ້ລັດຖະການພາສີ, ເກັບລາຍຮັບເຂົ້າງົບປະມານແຫ່ງລັດຢ່າງຖືກຕ້ອງຄົບຖ້ວນ ທັນເວລາ, ປົກປ້ອງຜົນປະໂຫຍດຂອງຜູ້ປະກອບການ, ຄວາມປອດໄພຂອງສັງຄົມ ແລະ ປະກອບສ່ວນເຂົ້າໃນການພັດທະນາ ແລະ ເສດຖະກິດ-ສັງຄົມຂອງຊາດ.

ສຳລັບການຈັດເກັບລາຍຮັບປີ 2025 ຕາມແຜນການດ່ານພາສີສາກົນຂົວມິດຕະພາບ IV ໄດ້ຮັບຕົວເລກເກັບລາຍຮັບຈາກພາສີປະຈໍາແຂວງຈໍານວນ 534 ຕື້ກີບ ຫຼື ເທົ່າກັບ 82.31% ຂອງແຜນລາຍຮັບຂອງພາສີປະຈໍາແຂວງ, ເພີ່ມຈາກແຜນລາຍຮັບຂອງປີ 2024 ຈໍານວນ 67% ເທົ່າກັບ 214 ຕື້ກີບ, ທຽບໄລຍະດຽວເພີ່ມຂຶ້ນ 27% ເທົ່າກັບ 114,8 ຕື້ກີບ. ແຕ່ຜ່ານການຈັດຕັ້ງປະຕິບັດວຽກງານເກັບລາຍຮັບເຂົ້າງົບປະມານໃນ 6 ເດືອນຕົ້ນປີ 2025 ສາມາດປະຕິບັດໄດ້ 262.6 ຕື້ກີບເທົ່າກັບ 98.36% ຂອງແຜນການ 6 ເດືອນ, ສົມທຽບໃສ່ແຜນປີປະຕິບັດໄດ້ 49.18% ສົມທຽບໄລຍະດຽວປະຕິບັດໄດ້ 120.49%.ລາຍຮັບພາສີ-ອາກອນ ທີ່ເປັນລາຍຮັບຕົ້ນຕໍ່ແມ່ນໄດ້ຈາກການນໍາເຂົ້ານໍ້າມັນເຊື້ອໄຟ ກວມເອົາ 48.33% ຂອງລາຍຮັບທັງໝົດ ແລະ ມີຈໍານວນເພີ້ມຂຶ້ນສົມທຽບໃສ່ໄລຍະດຽວຂອງປີຜ່ານມາ, ເນື່ອງຈາກຕະຫຼາດການສະໜອງ ແລະ ການຊົມໃຊ້ນໍ້າມັນເຊື້ອໄຟທາງພາກເໜືອມີຈໍານວນເພີ່ມຂຶ້ນເປັນຕົ້ນ: ຮັບໃຊ້ການຜະລິດກະສິກໍາ, ຮັບໃຊ້ອຸດສາຫະກໍາ, ຂຸດຄົ້ນແຮ່ທາດ ແລະ ລົດຂົນສົ່ງສິນຄ້າ; ນອນນັ້ນການນໍາເຂົ້າພາຫະນະກໍ່ມີທ່າອ່ຽງເພີ່ມຂຶ້ນເນື່ອງຈາກການນໍາເຂົ້າພາຫະນະປະເພດລົດຈິບ,ລົດເກັງ ແລະ ກະບະ ຢູ່ເຂດພາກເໜືຶອແມ່ນຫັນມານໍາເຂົ້າດ່ານພາສີສາກົນຂົວມິດຕະພາບ IV ;ສ່ວນລາຍຮັບພາສີ-ອາກອນທີ່ໄດ້ຈາກການນໍາເຂົ້າແກ໊ສຫຸງຕົມ, ນ້ຳມັນຫຼ່ໍລື່ນ, ສິນສ່ວນອາໄຫຼ່,ເຄື່ອງກໍ່ສ້າງ, ເຄື່ອງໄຟຟ້າ, ເຄື່ອງອຸປະໂພກ-ບໍລິໂພກ, ຄ່າທໍານຽມ ແລະ ອື່ນໆມີສັດສ່ວນຫຼຸດລົງເມື່ອສົມທຽບໃສ່ແຜນການເນື່ອງຈາກຫຼຸດລົງຂອງນັກທ່ອງທ່ຽວ, ການຊົມໃຊ້ຂອງບັນດາທຸລະກິດບໍລິການ, ຮ້ານອາຫານ ແລະ ບັນດາຮ້ານຕ່າງໆຫຼຸດລົງ.

ການນໍາເຂົ້າສິນຄ້າ-ວັດຖຸອຸປະກອນບໍລິສັດ, ໂຮງງານທີ່ໄດ້ຮັບນະໂຍບາຍສົ່ງເສີມການລົງທຶນ;ມີມູນຄ່າເທົ່າກັບ 43 ຕື້ກວ່າກີບ,  ປະເພດສິນຄ້າທີ່ນໍາເຂົ້າປະກອບມີ: ເຈ້ຍມ້ວນກໍ້ໃຫ່ຍ , ແກັດເຈ້ຍໃສ່ກ້ວຍ, ຫົວອາຫານສັດ, ເມັດຢາງພາສຕິກ, ເຈ້ຍເຄີ່ງສຳເລັດຮູບ, ປູນຊີມັງ, ລູກໝູນ້ອຍ (ມີຊີວິດ), ເຄື່ອງຈັກຜະລິດນ້ຳກ້ອນ, ກະຕຸກນ້ໍາດື່ມເປົ່າ, ສັງກະສີ; ສິນຄ້ານໍາເຂົ້າໃນກອບຫຼຸດຜ່ອນ-ຍົກເວັ້ນອັດຕາພາສີອາຊຽນ (FORM-D) ມີມູນຄ່າ 98 ລ້ານກວ່າໂດລາ ຈັດເກັບພາສີ-ອາກອນຈໍານວນ 56.76 ຕື້ກວ່າກີບ. ສິນຄ້າຜ່ານແດນຈາກໄທ-ຈີນ; ຈໍານວນ 19,070 ຄັນ ມູນຄ່າສິນຄ້າ 1.03 ຕື້ໂດລາສະຫະລັດຈັດເກັບຄ່າທໍານຽມຈໍານວນ 6.67 ຕື້ກວ່າກີບເປັນສິນຄ້າປະເພດຜັກ, ໝາກໄມ້ສົດ ແລະ ດອກໄມ້ສົດ.ສິນຄ້າຂາອອກຕາມລັດຖະບັນຢັດປະທານປະເທດ ສະບັບ 01/ປປທ, ລົງວັນທີ 28 ສິງຫາ 2023 ວ່າດ້ວຍລາຍການສິນຄ້າ ແລະ ອັດຕາພາສີຂາອອກ ມີມູນຄ່າທັງໝົດ 19.23 ຕື້ກວ່າກີບ, ຈັດເກັບຄ່າພາສີ-ອາກອນ ຈໍານວນ  1,69 ຕື້ກວ່າກີບ ປະເພດສິນຄ້າປະກອບມີ: ຫີນຂົບ, ແຮ່ອັງຕິມອມ, ດິນຖ່ານຕົມ, ໝາກຕາວເຄິ່ງສໍາເລັດຮູບ ແລະ ຂີ້ຊີ.

ທ່ານ ໄຊຍະເດດ ສີສຸລາດ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ IV ກ່າວຕື່ມອີກວ່າ: ສໍາລັບທິດທາງແຜນການຈັດຕັ້ງປະຕິບັດ 6 ເດືອນທ້າຍປີ 2025 ຈະສູ້ຊົນຈັດເກັບລາຍຈັດເກັບລາຍໃຫ້ໄດ້ຕາມແຜນການປີ ຫຼືເທົ່າກັບ 100% ຂອງແຜນການປີ; ສືບຕໍ່ເອົາໃຈໃສ່ການຈັດຕັ້ງວຽກງານວິຊາສະເພາະຢ່າງຕັ້ງໜ້າ, ຄຽງຄູ່ກັບການຈັດຕັ້ງປະຕິບັດທິດຊີ້ນໍາຈາກຄະນະພັກການຈັດຕັ້ງຂັ້ນເທິງເປັນຕົ້ນ: ກະຊວງການເງິນ, ກົມພາສີ, ພາສີປະຈຳແຂວງ, ການ​ນຳທ້ອງຖິ່ນ ແລະ ຄຸ້ມຄອງນໍາໃຊ້ລະບົບທັນສະໄໝທຸກລະບົບທີ່ມີໃນປະຈຸບັນໃນວຽກງານຕົວຈິງເຮັດໃຫ້ການບໍລິການມີຄວາມສະດວກ, ວ່ອງໄວ ແລະ ມີິຄວາມຮັດກຸມຂຶ້ນ.ພ້ອມທັງເນັ້ນມາດຕະການຈໍານວນໜຶ່ງເປັນຕົ້ນ, ເພີ່ມທະວີວຽກງານຕ້ານສະກັດກັ້ນ ການລັກລອບໜີພາສີພາຍໃນດ່ານ, ແຈ້ງເຊີນບັນດາບໍລິສັດທີ່ຈະເປັນທ່າແຮງໃຫ້ແກ່ການຈັດເກັບລາຍຮັບເພື່ອລະ ດົມໃຫ້ມີການນໍາເຂົ້າສິນຄ້າ, ເອົາໃຈໃສ່ຄຸ້ມຄອງຕິດຕາມສິນຄ້າຂາອອກ ຕາມລັດຖະບັນຢັດປະທານປະເທດ,  ຕິດຕາມຄຸ້ມຄອງສິນຄ້ານໍາເຂົ້າທີ່ໄດ້ຮັບນະໂຍບາຍສົ່ງເສີມການລົງທຶນໃຫ້ສອດຄ່ອງກັບກົດໝາຍ, ຄຸ້ມຄອງການແຈ້ງພາສີ, ຄຸ້ມຄອງສາງ, ພາຫະນະ-ຜູ້ໂດຍສານ ແລະ ກວດກາສິນຄ້າ, ປະສານສົມທົບກັບຂະແໜງການກ່ຽວຂ້ອງຢູ່ດ່ານ,ເຂັ້ມງວດຕິດຕາມການນໍາເຂົ້າພາຫະນະທ່ອງທ່ຽວຢ້ຽມຍາມ ແລະ ປະສານສົມທົບຮ່ວມກັບຄູ່ດ່ານ(ພາສີຊຽງຂອງ) ແລະ ມາດຕາການອື່ນໆນໍາອີກດ້ວຍ.

© 2025 Copyright: ກະຊວງການເງິນ, ສປປ ລາວ