• ຂ່າວທ້ອງຖິ່ນ
  • |
  • 2025-07-02
  • |
  • ວຽກວິຊາສະເພາະ

 

 

        ດ່ານພາສີສາກົນດາກຕະອອກ ວຽກງານວິຊາສະເພາະສາຍຕັ້ງຂຶ້ນກັບພາສີ ປະຈໍາແຂວງເຊກອງ ກົມພາສີ ກະຊວງການເງິນ, ເຮັດໜ້າທີ່ກ່ຽວກັບການຄຸ້ມຄອງການນໍາເຂົ້າ-ສົ່ງອອກຜ່ານແດນ, ຍານພາຫະນະ, ຜູ້​ໂດຍສານ ແລະ ເນັ້ນການອໍານວຍຄວາມສະດວກທາງດ້ານການຄ້າ, ການບໍລິການສະດວກວ່ອງໄວ ຕາມລະບຽບກົດໝາຍ, ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ 6 ເດືອນຕົ້ນປີໄດ້ລື່ນແຜນການປີ.

        ທ່ານ ແສງຕາວັນ ຫອມສົມບັດ ຫົວໜ້າດ່ານພາສີສາກົນດາກຕະອອກ ໃຫ້ຮູ້ວ່າ: ຜ່ານການຈັດຕັ້ງການ ເຄື່ອນໄຫວວຽກງານວິຊາສະເພາະຂອງດ່ານພາສີສາກົນດາກຕະອອກໃນ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025, ສາມາດສັງເກດຕີລາຄາດ້ານດີ, ດ້ານອອ່ນ, ຂໍ້ຄົງຄ້າງເປັນຕົ້ນ: ດ້ານການຈັດຕັ້ງພາຍໃນດ່ານພາສີສາກົນດາກຕະອອກ,ປະກອບມີພະນັກງານ-ເຈົ້າໜ້າທີ່ພາສີທັງໝົດ 19 ສະຫາຍ, ຍິງ 5 ສະຫາຍ, ວຽກງານວິຊາສະເພາະມີ 3 ກຸ່ມວຽກຄື:ກຸ່ມວຽກງານຄຸ້ມຄອງການແຈ້ງ;ກຸ່ມວຽກງານຄຸ້ມຄອງພາຫະນະ ແລະ ຜູ້ໂດຍສານ;ກຸ່ມວຽກງານຄຸ່ມຄອງສາງ ແລະ ກວດກາສິນຄ້າ.ໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງດ່ານພາສີສາກົນດາກຕະອອກ, ໄດ້ມີການຊີ້ນໍາ-ນໍາພາອ້າຍນ້ອງພະນັກງານ, ສະມາຊິກພັກໄດ້ມີການເຄື່ອນໄຫວຮ່ວມຊີວິດພັກຢ່າງເປັນລະບົບຕໍ່ເນື່ອງ, ເວົ້າລວມເວົ້າສະ ເພາະພະນັກງານສະມາຊິກພັກມີຄຸນສົມບັດສິນທໍາປະຕິວັດ, ມີສະຕິເຄົາລົບຕໍ່ການຈັດຕັ້ງ, ລະບຽບກົດໝາຍກໍ່ຄືລະ ບຽບລັດຖະກອນ, ເປັນເຈົ້າການໃນການຈັດຕັ້ງປະຕິບັດຕາມມະຕິຄຳສັ່ງຂອງຂັ້ນເທິງມອບໝາຍ, ມີແບບແຜນວິທີ່ເຮັດວຽກ, ມອບໝາຍຄວາມຮັບຜິດຊອບໃຫ້ບຸກຄົນໃນການຈັດຕັ້ງປະຕິບັດວຽກງານສາມາດແກ້ໄຂບັນຫາປະກົດການຫຍໍ້ທໍ້ ແລະ ຫາງສຽງສັງຄົມຢ່າງມີລັກສະນະຕັ້ງໜ້າ.

        ໃນປີ 2025 ດ່ານໄດ້ຮັບຕົວເລກແຜນການຈັດເກັບລາຍຮັບເຂົ້າງົບປະມານທັງໝົດ 95 ຕື້ກີບ, ຜ່ານການ ຈັດຕັ້ງປະຕິບັດຕົວຈິງໃນ  6 ເດືອນຕົ້ນປີ 2025 ສາມາດປະຕິບັດໄດ້ທັງໝົດ 61.62 ຕື້ກີບ ຫຼື ເທົ່າກັບ 64.87% ຂອງແຜນການປີ, ທຽບໃສ່ໄລຍະດຽວຂອງປີຜ່ານມາເພີ່ມຂຶ້ນ 29.71% ຄິດເປັນເງິນປະມານ 16.16 ຕື້ກີບ, ເຊິ່ງລາຍຮັບສ່ວນໃຫຍ່ໄດ້ຈາກການນໍາເຂົ້າເຄື່ອງອຸປະໂພກບໍລິໂພກ, ເຄື່ອງໃຊ້ໄຟຟ້າ, ສີ້ນສ່ວນ-ອາໄຫຼ່, ເຄື່ອງກໍ່ສ້າງ, ພາ ຫະນະ ແລະ ອື່ນໆ. ນອກນີ້, ຍັງໄດ້ຈາກການສົ່ງອອກເສຍພາສີແຮ່ທາດ,ເຄື່ອງປ່າຂອງດົງ, ສິນຄ້າ, ຖ່ານຂາວ, ຄ່າທຳ ນຽມເຂົ້າ-ອອກ ແລະ ຄ່າປັບໃໝພາຫະນະເຂົ້າ-ອອກ, ຕູ້ຄອນເທັນເນີ, ຄ່າປັບໃໝ ແລະ ອື່ນໆ.ທັງນີ້, ຍ້ອນມີລະບຽບກົດໝາຍ ແລະ ນິຕິກໍາເປັນບ່ອນອີງໃນການຈັດຕັ້ງປະຕິບັດທາງດ້ານວິຊາສະເພາະ,ບໍລິການວຽກງານໃຫ້ສະດວກ ວ່ອງໄວ, ຮັບປະກັນຄວາມຖືກຕ້ອງໃນການຈັດເກັບລາຍຮັບເຂົ້າງົບປະມານທັນຕາມກຳນົດ, ຊອກທຸກແຫຼ່ງລາຍຮັບມອບເຂົ້າງົບປະມານໃຫ້ໄດ້ຕາມແຜນການ ແລະ ລື່ນແຜນທີ່ທາງຂັ້ນເທິງມອບໝາຍ.ຄຽງຄູ່ກັນນີ້, ໄດ້ຮັບການຊີ້ນຳຢ່າງໃກ້ຊິດຕິດແທດຈາກຄະນະພັກ, ຄະນະນຳຈາກສູນກາງຕະຫຼອດຮອດທ້ອງຖິ່ນ, ມີຄວາມເປັນເອກະພາບ, ໄດ້ຮັບຄວາມຮ່ວມມືຈາກພາກສ່ວນທີ່ກ່ຽວຂ້ອງພາຍໃນດ່ານ, ນອກດ່ານ, ລະບົບພາສີທັນສະໄໝ; ອ້າຍນ້ອງພະນັກງານພາສີເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະທີ່ໄດ້ຮັບມອບໝາຍເຮັດໃຫ້ການຈັດເກັບລາຍຮັບໄດ້ຕາມຄາດໝາຍ.

       ທ່ານ ແສງຕາວັນ ຫອມສົມບັດ ຫົວໜ້າດ່ານພາສີສາກົນດາກຕະອອກ ກ່າວຕື່ມອີກວ່າ:   ສໍາລັບທິດທາງແຜນການ,  ມາດຕະການຈັດຕັ້ງປະຕິບັດໃນ 6 ເດືອນທ້າຍປີ, ສືບຕໍ່ໃນການຈັດເກັບລາຍຮັບໃຫ້ໄດ້ຕາມແຜນການ, ເພີ່ມທະວີການຈັດຕັ້ງວຽກງານວິຊາສະ ເພາະໃນແຕ່ລະກຸ່ມວຽກໃຫ້ເຂັ້ມແຂງ, ເອົາໃຈໃສ່ສຶກສາອົບຮົມວຽກງານວິຊາສະເພາະໃຫ້ພະນັກງານ-ເຈົ້າໜ້າທີ່ພາສີກ້າວເປັນທັນສະໄໝ, ຫັນພະນັກງານໃນວຽກງານພາສີເປັນມືອາີບ ແລະ ເນັ້ນໜັກວຽກງານການບໍລິການ-ການອຳນວຍຄວາມສະດວກທາງດ້ານການຄ້າໃຫ້ຜູ້ປະກອບການ, ບໍລິສັດຕ່າງໆໃຫ້ມີຄວາມສະດວກວ່ອງໄວ ໂດຍຖືກຕ້ອງສອດຄ່ອງຕາມລະບຽບກົດໝາຍ, ເພື່ອຮັບປະກັນການຈັດເກັບລາຍຮັບໝົດປີບັນລຸໄດ້ຕາມແຜນການປີ.

© 2025 Copyright: ກະຊວງການເງິນ, ສປປ ລາວ