• ກົມກວດກາ
  • |
  • 2025-07-01
  • |
  • ວຽກວິຊາສະເພາະ

       ໃນກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ເດືອນ ທ້າຍປີ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ, ຫົວໜ້າກົມກວດກາລັດ ກະຊວງການເງິນ ໄດ້ລາຍງານກ່ຽວກັບການລົງຕິດຕາມ, ຊຸກຍູ້ການແກ້ໄຂຜົນການກວດສອບ ແລະ ຜົນການກວດກາ ປະຈໍາປີ 2022 ຕາມມະຕິສະພາແຫ່ງຊາດ ສະບັບເລກທີ 113/ສພຊ ແລະ 114/ສພຊ 

     ໂດຍການແກ້ໄຂຜົນການກວດກາຕາມມະຕິສະພາແຫ່ງຊາດ ສະບັບເລກທີ 113/ສພຊ ມີທັງໝົດ 103 ໂຄງການ ມູນຄ່າທັງໝົດ 15,521.56 ຕື້ກີບ ແລະ 514,805.91 ໂດລາສະຫະລັດ, (ໃນນັ້ນ, ມີ 11 ໂຄງການ ເປັນໂຄງການນອກແຜນ ມີພັນທະຕິດພັນກັບຄ່າຈົດທະບຽນຊັບສິນ ແລະ ຄ່າຊັບພະຍາກອນທໍາມະຊາດ, ຕິດພັນກັບຂັ້ນສູນກາງ ແລະ 7 ແຂວງ: ໃນນີ້, ໂຄງການ 10 ຕື້ກີບຂຶ້ນໄປ ຈໍານວນ 18 ໂຄງການ, ໂຄງການ 10 ຕື້ລົງມາ ມີ 80 ໂຄງການ ແລະ ໂຄງການຕາມຜົນການກວດສອບມີ 4 ໂຄງການ.

        ສໍາລັບການແກ້ໄຂຜົນການກວດສອບ 1114/ສພຊ ໂດຍອີງໃສ່ມະຕິສະພາແຫ່ງຊາດ ທີ່ຕິດພັນກັບ 14 ຫົວຂໍ້ບັນຫາທີ່ອົງການກວດສອບແຫ່ງລັດ ແຍກຕົວເລກທົ່ວປະເທດ ຮອດວັນທີ 31/12/2022 ມີທັງໝົດ 44,504.38 ຕື້ກີບ ແລະ 8,500,000 ໂດລາສະຫະລັດ (ມູນຄ່າສໍາປະທານດິນລັດ ແລະ ຄ່າເຊົ່າ) ໃນນັ້ນ, ສູນກາງ ຈໍານວນ 2,107.39 ຕື້ກີບ (ເຊິ່ງເປັນຄວາມຮັບຜິດຊອບຂອງຄະນະພັກບັນດາກະຊວງອົງການກ່ຽວຂ້ອງເປັນຜູ້ແກ້ໄຂ), ທ້ອງຖິ່ນ 17 ແຂວງ, 1 ນະຄອນຫຼວງ ຈໍານວນ 42,396.99 ຕື້ກີບ ແລະ 8,500,000 ໂດລາສະຫະລັດ.

        ພ້ອມນັ້ນ, ທ່ານຍັງໃຫ້ຮູ້ອີກວ່າ: ໃນການລົງຕິດຕາມ, ຊຸກຍູ້ການແກ້ໄຂຜົນການກວດສອບ ຢູ່ 18 ແຂວງທົ່ວປະເທດແມ່ນໄດ້ສຸມໃສ່ການກວດກາຄືນຜົນການກວດສອບ ປະຈໍາປີ 2022 ແລະ ຕົວເລກເກີດຂຶ້ນໃໝ່ ປີ 2023 ເຊິ່ງມີທັງໝົດ 219 ບັນຫາ ຕິດພັນກັບຂະແໜງການເງິນ 139 ບັນຫາ ແລະ ພາກສ່ວນອື່ນໆ 80 ບັນຫາ ໃນນັ້ນ, ຕິດພັນກັບຂະແໜງການເງິນ ຈໍານວນ 139 ບັນຫາ ໄດ້ຮັບການແກ້ໄຂຂາດຕົວແລ້ວ ຈໍານວນ 34 ບັນຫາ, ໄດ້ຮັບການແກ້ໄຂບໍ່ຂາດຕົວ ຈໍານວນ 98 ບັນຫາ ແລະ ບັນຫາທີ່ບໍ່ທັນໄດ້ຮັບການແກ້ໄຂ 7 ບັນຫາ. ສໍາລັບບັນຫາທີ່ຕິດພັນກັບພາກສ່ວນອື່ນ ຈໍານວນ 80 ບັນຫາ ແກ້ໄຂຂາດຕົວແລ້ວ 34 ບັນຫາ ໄດ້ຮັບການແກ້ໄຂ ແຕ່ບໍ່ທັນຂາກຕົວ ຈໍານວນ 31 ບັນຫາ ແລະ ບໍ່ທັນໄດ້ຮັບການແກ້ໄຂ ຈໍານວນ 15 ບັນຫາ.

       ຕາມຜົນການກວດສອບ ເກີດຂຶ້ນໃໝ່ໃນປີ 2023 ທັງໝົດ 656.51 ຕື້ກີບ ແລະ 4.51 ລ້ານໂດລາ. ລວມມູນຄ່າທັງໝົດ ຕາມຜົນການກວດຄືນຕົວຈິງ ໃນປີ 2022 ແລະ ເກີດຂຶ້ນໃນປີ 2023 ລວມມີ 2,663.74 ຕື້ກີບ ແລະ 56.58 ລ້ານໂດລາ ໃນນັ້ນ ໄດ້ຮັບການແກ້ໄຂແລ້ວ 88.68 ຕື້ກີບ ແລະ 4.41 ລ້ານໂດລາ ແລະ ຍັງຄ້າງແກ້ໄຂ ຈໍານວນ 1779.06 ຕື້ກີບ, 52.43 ລ້ານໂດລາ. 

       ສໍາລັບມາດຕະການຈັດຕັ້ງປະຕິບັດ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ໄດ້ຮັບການແກ້ໄຂຢ່າງຂາດຕົວ ແຕ່ລະພາກສ່ວນຕ້ອງໄດ້ປະຕິບັດຕາມມະຕິສະພາແຫ່ງຊາດ ສະບັບເລກທີ 114/ສພຊ ໂດຍສະເພາະພະແນກການເງິນແຂວງ ຕ້ອງໄດ້ຊີ້ນໍາຂະແໜງການທີ່ກ່ຽວຂ້ອງ ສັງລວມບັນຫາ ທີ່ບໍ່ສາມາດແກ້ໄຂໄດ້ຕາມຜົນການກວດສອບ ແລະ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ແຕ່ງຕັ້ງຄະນະກໍາມະການຂັ້ນແຂວງ ຮັບຜິດຊອບຄົ້ນຄວ້າ ວິທີແກ້ໄຂຜົນການກວດສອບ ທີ່ຍັງບໍ່ທັນໄດ້ຮັບການແກ້ໄຂ ທີ່ແກ່ຍາວມາຫຼາຍປີ ໂດຍການລົງຕິດຕາມ, ກວດກາ, ປະເມີນຄືນດ້ານເປົ້າໝາຍ ເພື່ອວິເຄາະວິໄຈ, ໄຈ້ແຍກລາຍຮັບ-ລາຍຈ່າຍ, ໜີ້ຕ້ອງຮັບສ່ວຍສາອາກອນ, ຊັບສິນ, ຈ່າຍລ່ວງໜ້າໃນລະບົບຄັງເງິນ ທີ່ສະສົມໃນໄລຍະຜ່ານມາໃຫ້ລະອຽດ. ພ້ອມທັງເພີ່ມທະວີການນໍາພາ-ຊີ້ນໍາ ຕໍ່ການເຄື່ອນໄຫວວຽກງານກວດກາ ແລະ ແກ້ໄຂຜົນການກວດກາ ຕາມຄໍາສັ່ງແນະນໍາ ເລກທີ 169/ຄລສພ ແລະ ນິຕິຕິກໍາທີ່ກ່ຽວຂ້ອງ. ສໍາລັບວຽກງານການແກ້ໄຂຜົນການກວດກາ ແມ່ນພາກສ່ວນທີ່ກ່ຽວຂ້ອງຕ້ອງໄດ້ມີການເກັບກໍາຂໍ້ມູນຄືນ ຫຼື ເຊີນບັນດາບໍລິສັດ ທີ່ຕິດພັນມາເຮັດບົດບັນທຶກເກັບຄືນຄ່າຈົດທະບຽນຊັບສິນທີ່ຍັງຄ້າງມອບເຂົ້າງົບປະມານໃຫ້ຄົບຖ້ວນໃນປີ 2025 ພ້ອມທັງ ຕິດຕາມແກ້ໄຂຜົນການກວດສອບ ຢູ່ບັນດາເປົ້າໝາຍຂອງຂະແໜງການເງິນ ແຕ່ສູນກາງຮອດທ້ອງຖິ່ນ ໃນແຕ່ລະຮາກຖານພັກຢູ່ແຕ່ລະຂັ້ນ ແລະ ປະຕິບັດຕາມຄໍາແນະນໍາໃນບົດບັນທຶກຜົນການກວດສອບ ແລະ ຜົນການກວດກາ.

 

 

 

© 2025 Copyright: ກະຊວງການເງິນ, ສປປ ລາວ