ໃນວັນທີ 25 ມິຖຸນາ 2025, ກະຊວງການເງິນ ໄດ້ຈັດກອງປະຊຸມ ມອບ-ຮັບ ໜ້າທີ່ ລະຫວ່າງ ຫົວໜ້າກົມຜູ້ເກົ່າ ແລະ ຜູ້ໃໝ່ ພ້ອມທັງປະກາດ ພະນັກງານອອກພັກການ ຮັບອຸດໜູນບໍານານ ແລະ ແຕ່ງຕັ້ງພະນັກງານນໍາພາ ຄຸ້ມຄອງ ຂອງກະຊວງການເງິນ ໂດຍການເປັນປະທານຂອງ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ; ມີບັນດາຮອງລັດຖະມົນຕີ, ຄະນະກົມ, ຄະນະພະແນກ, ບໍລິສັດ ລັດວິສາຫະກິດ ອ້ອມຂ້າງ ແລະ ພະນັກງານລັດຖະກອນເຂົ້າຮ່ວມ. ໃນກອງປະຊຸມ, ທ່ານ ອຸບັນ ສຸພິດາ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຜ່ານ ມະຕິຕົກລົງຂອງຄະນະ ເລຂາທິການສູນກາງພັກ ແລະ ດໍາລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດໃຫ້ພະນັກງານ ອອກພັກການ-ຮັບອຸດໜູນບໍານານຂັ້ນຫົວໜ້າກົມ 09 ທ່ານ ເຊິ່ງປະກອບມີ ສະຫາຍ ພຸດທະສິນ ເຮືອງທະວົງ ຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກງ; ສະຫາຍ ບຸນມີ ວິໄລຈິດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງແຜນການ ແລະ ການລົງທຶນ (ກຜທ); ສະຫາຍ ນາງ ສີສົມບູນ ອຸນາວົງ ຫົວໜ້າກົມຮ່ວມມື ກຜທ; ສະຫາຍ ພູວົງ ພີມມະສອນ ຫົວໜ້າກົມກວດກາ ກຜທ; ສະຫາຍ ນາງ ພອນສະຫຼີ ສຸກສະຫວັດ ຫົວໜ້າສູນສະຖິຕິແຫ່ງຊາດ ກຜທ; ທ່ານ ຄໍາພັນ ຈະເລີນຜົນ ຫົວໜ້າກົມສະຖິຕິເສດຖະກິດ ສູນສະຖິຕິແຫ່ງຊາດ ກຜທ; ທ່ານ ພອນໄຊ ວິໄລສັກ ຫົວໜ້າກົມປະເມີນຜົນ ກຜທ; ທ່ານ ວຽງຊັນ ຈັນທາ ຫົວໜ້າຫ້ອງການ ຄະນະກໍາມະທິການຮ່ວມມື ລາວ-ຫວຽດນາມ ກຜທ; ທ່ານ ນາງ ທິລະຄາ ຈັນທະລານຸວົງ ຫົວໜ້າກົມສະຖິຕິສັງຄົມ ສູນສະຖິຕິແຫ່ງຊາດ ກຜທ ແລະ ພະນັກງານຂັ້ນ ຮອງຫົວໜ້າກົມ ທີ່ໄດ້ພັກການຮັບອຸດໜູນບໍານານ ອີກຈໍານວນໜຶ່ງ. ພ້ອມນັ້ນ, ຍັງໄດ້ຜ່ານດໍາລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ຮອງລັດຖະມົນຕີ ກະຊວງການເງິນ ຈຳນວນ 03 ທ່ານ ເຊິ່ງໄດ້ແຕ່ງຕັ້ງທ່ານ ນາງ ພອນວັນ ອຸທະວົງ; ທ່ານ ພູວົງ ກິດຕະວົງ ແລະ ທ່ານ ສຸລິວັດ ສຸວັນນະຈູມຄໍາ ເປັນຮອງລັດຖະມົນຕີ ກະຊວງການເງິນ. ນອກຈາກນັ້ນ, ຍັງໄດ້ຜ່ານ ດໍາລັດ ແລະ ຂໍ້ຕົກລົງ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງຂັ້ນຮອງຫົວໜ້າກົມພາຍຫລັງທີ່ໂຮມສອງກະຊວງເຂົ້າກັນ ມີດັ່ງລຸ່ມນີ້: ແຕ່ງຕັ້ງ ທ່ານ ດວງປະເສີດ ທິພົມມະຈັນ, ທ່ານ ວິໄລພອນ ປຸ້ຍດວງແກ້ວ, ທ່ານ ນາງ ນວນລະອອງ ທໍາມະວົງ, ທ່ານ ນາງ ພອນທິບ ພານິພົງ ແລະ ທ່ານ ພົງສະຫວັນ ລາດທີຈັກ ເປັນຮອງຫົວຫນ້າຫ້ອງການ; ແຕ່ງຕັ້ງ ທ່ານ ນາງ ວຽງແກ້ວ ສິດທິວົງ, ທ່ານ ປອ ນິດຖາ ບຸບຜາ, ທ່ານ ນາງ ສາລີກາ ຈັນທະລາວົງ, ທ່ານ ພູວັນ ໄຊຍະວົງ ເປັນຮອງຫົວຫນ້າກົມຈັດຕັ້ງ ແລະ ພະນັກງານ; ແຕ່ງຕັ້ງ ທ່ານ ປອ ສຸວັນຄໍາ ຊຸມພົນພັກດີ, ທ່ານ ສຸພາວັນ ພັນທະວິໄລ, ທ່ານ ນາງ ວຽງຄອນ ຈິນດາວົງ ແລະ ທ່ານ ສຸຂີວັນ ດວງດີ ເປັນຮອງຫົວຫນ້າງົບປະມານແຫ່ງລັດ; ແຕ່ງຕັ້ງທ່ານ ພະນົມພອນ ແກ້ວວົງວິຈິດ, ທ່ານ ດວງໃຈ ແກ້ວມີໄຊ, ທ່ານ ນາງ ສີສະຫວັນ ດີດາຣາວົງ ແລະ ທ່ານ ປອ ນາງ ແສງໄພວັນ ແສງອາພອນ ເປັນຮອງຫົວຫນ້າກົມເສດຖະກິດ ແລະ ການເງິນ; ແຕ່ງຕັ້ງ ທ່ານ ວົງວັນເພັງ ພູມສະຫວັນ, ທ່ານ ກໍລະກັນ ສະຣິດທິລາດ, ທ່ານ ພຸດທະນິກອນ ເຄນນາວົງ ແລະ ທ່ານ ພົມມະຈັກ ສີພັນດອນ ເປັນຮອງຫົວຫນ້າກົມພາສີ; ແຕ່ງຕັ້ງ ທ່ານ ຄໍາພັນ ພັນທຸລັກ, ທ່ານ ສຸພັນ ວິລະວົງ, ທ່ານ ສາຍມະໂນລິນ ສິນບັນດິດ, ທ່ານ ອານຸວົງ ບົວພັນ ແລະ ທ່ານ ເອກກະໄຊ ພູທອນສີ ເປັນຮອງຫົວຫນ້າກົມສ່ວຍສາອາກອນ; ແຕ່ງຕັ້ງ ທ່ານ ສົມບູນ ແກ່ນປະເສີດ, ທ່ານ ທອງປັກ ມະຫາຫິງ, ທ່ານ ວິລະພັນ ດວງທອງຄໍາ ແລະ ທ່ານ ນາງ ອຸດາລອນ ສີໂພວົງ ເປັນຮອງຫົວຫນ້າກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ; ແຕ່ງຕັ້ງ ທ່ານ ນາງ ແພງຄ່ຽມ ໄຊຍະແກ້ວ, ທ່ານ ກູ່ທອງ ສົມມາລາ ແລະ ທ່ານ ສີສົມພອນ ເພັດດາເຮືອງ ເປັນຮອງຫົວຫນ້າກົມຮ່ວມມື ແລະ ການເງິນສາກົນ; ແຕ່ງຕັ້ງ ທ່ານ ປະສົມເພັດ ຄໍາຕັນ, ທ່ານ ສົມໄຊ ແກ້ວວັນດີ ແລະ ທ່ານ ນາງ ນິດຕາ ສຸກຂະເສີມ ເປັນຮອງຫົວຫນ້າກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ; ແຕ່ງຕັ້ງ ທ່ານ ນາງ ບາງທອງ ທິບສົມພັນ, ທ່ານ ນາງ ໄຜ່ຄໍາ ຕຸນາລົມ, ທ່ານ ພູສະຫວັນ ຈັນທະສົມບັດ ແລະ ທ່ານ ວຽງຊໍາ ວິໄລສຸກ ເປັນຮອງຫົວຫນ້າກົມສະຖິຕິສິ່ງແວດລ້ອມ ແລະ ຄວາມໝັ້ນຄົງ; ແຕ່ງຕັ້ງທ່ານ ນາງ ອານຸທິບ ວັນນະບຸບຜາ ແລະ ທ່ານ ອານຸສັກ ສີສະອາດ ເປັນຮອງຫົວຫນ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ; ແຕ່ງຕັ້ງທ່ານ ນາງ ມະນີວອນ ພົນອາມາດ ແລະ ທ່ານ ເທີດທູນ ສຸກອາລຸນ ເປັນຮອງຫົວຫນ້າກົມຄຸ້ມຄອງໜີ້ສິນສາທາລະນະ; ແຕ່ງຕັ້ງ ທ່ານ ຍົມມາລາ ວໍລະຈິດ, ທ່ານ ວົງພະສິດ ສີລາວົງ ແລະ ທ່ານ ວຽງທາ ຈິດດາລາ ເປັນຮອງຫົວຫນ້າກົມຄຸ້ມຄອງຊັບສິນແຫ່ງລັດ; ແຕ່ງຕັ້ງທ່ານ ນິເວດ ຟອງແສງແກ້ວ, ທ່ານ ນາງ ບົວເລີງຄິນ ດວງສະຫວັນ ແລະ ທ່ານ ວັນເພັງ ກ້ານ ເປັນຮອງຫົວຫນ້າຄັງເງິນແຫ່ງລັດ; ແຕ່ງຕັ້ງ ທ່ານ ທອງລິດ ກິ່ງແກ້ວອຸດົມ, ທ່ານ ນາງ ເກສອນ ເທບພະວົງ ແລະ ທ່ານ ວຽງຄອນ ບົວພະຈັນ ເປັນຮອງຫົວຫນ້າສະຖາບັນເສດຖະກິດ-ການເງິນ; ແຕ່ງຕັ້ງ ທ່ານ ນາງ ແສງເດືອນ ໄຊຍະສອນ ເປັນຮອງປະທານຄະນະກໍາມະການຮ່ວມມື ລາວ-ຈີນ, ທັງເປັນຜູ້ປະຈໍາການ ແລະ ຄວບຕໍາແໜ່ງເປັນຫົວໜ້າຫ້ອງການຄະນະກໍາມະການຮ່ວມມື ລາວຈີນ, ແຕ່ງຕັ້ງ ທ່ານ ດາວອນ ວົງອ່ອນຈັນ ຮອງຫົວໜ້າຫ້ອງການຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ເປັນຮັກສາການຫົວໜ້າຫ້ອງການຄະນະກໍາມະການຮ່ວມມື ລາວ-ຫວຽດນາມ, ແຕ່ງຕັ້ງ ທ່ານ ບຸນເກີດ ສຸວັນນະເສນ, ທ່ານ ສຸລິນພອນ ເພັດໄຊສີ, ທ່ານ ປະຫວັດ ພິລາວົງ; ທ່ານ ນາລັດ ບົວດອກທອງ ແລະ ທ່ານ ນະຄອນໄຊ ພິມມະຈັນ ເປັນຮອງຫົວຫນ້າກົມກວດກາລັດ; ແຕ່ງຕັ້ງ ທ່ານ ອຸລາ ສົມຈັນມະວົງ, ທ່ານ ປອ ຈັນຕະນາພອນ ວົງໄຊ ແລະ ທ່ານ ກາລຸນາ ນັນທະວົງດວງສີ ເປັນຮອງຫົວຫນ້າກົມແຜນການ; ແຕ່ງຕັ້ງ ທ່ານ ປອ ນາງ ພິລານີ ພິດສະໄໝ, ທ່ານ ປອ ວິລະໄພ ອຸບົນປະເສີດ ເປັນຮອງຫົວຫນ້າກົມຫົວໜ້າກົມຄຸ້ມຄອງການບັນຊີ; ແຕ່ງຕັ້ງ ທ່ານ ນາງ ຄໍາເມີງ ບັນນາລາດ, ທ່ານ ວິໄລສຸກ ສີສຸລາດ, ທ່ານ ເພັດສະຫວັນ ບຸດລາສີ, ທ່ານ ນາງ ສຸດຈະລິດ ໜໍ່ແກ້ວ ແລະ ທ່ານ ກິ່ງເພັດ ອາສະນາວົງ ເປັນຮອງຫົວຫນ້າກົມສະຖິຕິເສດຖະກິດ ແລະ ສັງຄົມ; ແຕ່ງຕັ້ງ ທ່ານ ສຸບັນ ເພຍສັກຂາ ເປັນຮັກສາການຜູ້ອໍານວຍການ ບໍລິສັດລັດ ວິສາຫະກິດຫວຍພັດທະນາ ແລະ ແຕ່ງຕັ້ງ ທ່ານ ນາງ ສີຟົງ ອຸມາວົງ ຮອງຫົວໜ້າກົມ ກະຊວງການເງິນ ເປັນຮອງຜູ້ອໍານວຍການ ລັດວິສາຫະກິດ ລາວສາກົນ ໂລຈິສຕິກ. ຈາກນັ້ນ, ໃນກອງປະຊຸມ ກໍໄດ້ມີພິທີມອບ-ຮັບ ໜ້າທີ່ ລະຫວ່າງຫົວໜ້າກົມ ຜູ້ເກົ່າ ແລະ ຜູ້ໃໝ່ ເຊິ່ງປະກອບມີດັ່ງນີ້: 1. ກົມຈັດຕັ້ງ ແລະ ພະນັກງານ ລະຫວ່າງ ທ່ານ ກົງຄຳ ສິດທິວໍລະດາ ຫົວໜ້າກົມ ຜູ້ເກົ່າ ແລະ ທ່ານ ອຸບັນ ສຸພິດາ ຫົວໜ້າກົມຜູ້ໃໝ່; 2. ກົມກວດກາລັດ ລະຫວ່າງ ທ່ານ ອຸບັນ ສຸພິດາ ແລະ ທ່ານ ຂັນຄຳ ໄຊຍະວົງ ຮັກສາການຫົວໜ້າກົມ; 3. ກົມຄຸ້ມຄອງການບັນຊີ ລະຫວ່າງ ທ່ານ ນາງ ດາວອນ ທອງຈັນ ແລະ ທ່ານ ອຸດອນ ທຳມະວົງສາ ຮັກສາການຫົວໜ້າກົມ; 4. ກົມຄຸ້ມຄອງຊັບສິນແຫ່ງລັດ ລະຫວ່າງ ທ່ານ ພຸດທະສິນ ເຮືອງທະວົງ ແລະ ທ່ານ ທຳມະລົດ ຣາຊະພົນ; 5. ກົມນະໂຍບາຍເສດຖະກິດ ແລະການເງິນ ລະຫວ່າງ ທ່ານ ທຳມະລົດ ຣາຊະພົນ ແລະ ທ່ານ ສິດທິຣົດ ຣາຊະພົນ; 6. ກົມແຜນການ ລະຫວ່າງ ທ່ານ ໄພເລີດ ພົນບູລົມ ແລະ ທ່ານ ສີຈັນທາ ທຳມະວົງ ຮັກສາການຫົວໜ້າກົມ; 7. ກົມປະເມີນຜົນ ແລະ ຈັດຊື້-ຈັດຈ້າງ ລະຫວ່າງ ປອ ພອນໄຊ ວິໄລສັກ ແລະ ທ່ານ ອຸຕະແກ້ວ ແກ້ວດວງສິນ; 8. ກົມສະຖິຕິເສດຖະກິດ ແລະ ສັງຄົມ ລະຫວ່າງ ທ່ານ ຄຳພັນ ຈະເລີນຜົນ ແລະ ທ່ານ ລຽນທອງ ສຸພາມີ ຮັກສາການຫົວໜ້າກົມ; ໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ກະຊວງການເງິນ ໄດ້ມີຄໍາເຫັນ ແລະ ໂອ້ລົມຕໍ່ກອງປະຊຸມຄັ້ງນີ້ ຊຶ່ງເປັນກອງປະຊຸມທີ່ສໍາຄັນ ພາຍຫຼັງໄດ້ມີການປັບປຸງກົງຈັກການຈັດຕັ້ງ, ເປັນການສືບຕໍ່ໃນການປັບປຸງການຈັດຕັ້ງຂັ້ນກົມ ແລະ ວິຊາການບາງຂົງເຂດ ເພື່ອເປັນການຊຸກຍູ້, ສຸມໃສ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຕິດພັນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ. ສະນັ້ນ, ທຸກສະຫາຍ ຈະຕ້ອງໄດ້ສືບຕໍ່ບຸກບືນໃນການຈັດຕັ້ງປະຕິບັດແຜນວຽກ, ແຜນງານ ໃຫ້ບັນລຸຜົນ ແລະ ສຳເລັດຕາມລະດັບຄາດໝາຍທີ່ວາງໄວ້. ນອກຈາກການປັບປຸງການຈັດຕັ້ງຄັ້ງນີ້ ຍັງເປັນການປັບປຸງກົນໄກ ການບໍລິຫານຈັດການຂະແໜງການພາກລັດ ໃຫ້ມີປະສິດທິພາບ ມີຄວາມຮັດກຸມ ແລະ ຫຼຸດຜ່ອນຂອດຂັ້ນໃນການດໍາເນີນງານ ແຕ່ໃຫ້ມີປະສິດທິພາບສູງກວ່າເກົ່າ.
.jpeg)