ໃນວັນທີ 27 ມິຖຸນາ 2025, ໄດ້ຈັດກອງປະຊຸມຄະນະຈັດຕັ້ງປະຕິບັດການປະຕິຮູບການຄຸ້ມຄອງການເງິນແຫ່ງລັດ ໂດຍການເປັນປະທານ ຂອງທ່ານ ສິທິລົດ ຣາຊະພົນ ຫົວໜ້າກົມນະໂຍບາຍ ເສດຖະກິດ ແລະ ການເງິນ, ທ່ານ ນາງ ເອເລນາ ຈໍເຈຍວາ ຊ່ຽວຊານອາວຸໂສ ການເງິນພາກລັດຈາກທະນາຄານໂລກ, ທ່ານ ນາງ ເບນິຕາ ສົມເມີວິວເລ່ ເອກອັກຄະລັດຖະທູດອົດສະຕຣາລີ ປະ ຈຳ ລາວ. ທ່ານ ນາງ ເວຍເລ ສະເມັດ ຫົວໜ້າຫ້ອງການຮ່ວມມືສາກົນ ຂອງສະຫະພາບເອີຣົບ ມີຄະນະຮັບຜິດຊອບ ວຽກງານການປະຕິຮູບວຽກງານດັ່ງກ່າວ ເຂົ້າຮ່ວມ ພາຍໃຕ້ການສະໜັບໜູນໂຄງການດັ່ງກ່າວ ໂດຍລັດຖະບານອົດສະຕາລີ ແລະ ສະຫະພາບເອີຣົບ. ໂອກາດນີ້, ທ່ານ ສິທິລົດ ຣາຊະພົນ ໄດ້ກ່າວຈຸດປະສົງຂອງກອງປະຊຸມ ໃນມື້ນີ້, ໄດ້ພ້ອມກັນທົບທວນຄືນ ແລະ ສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດການປະຕິຮູບການເງິນແຫ່ງລັດ ບາດກ້າວທີ 2 ໄລຍະ II ນັບແຕ່ປີ 2018 ມາຮອດປັດຈຸບັນ ເຊິ່ງມີຄວາມໝາຍຄວາມສໍາຄັນ ໃນການຕັດສິນຄວາມສໍາເລັດຂອງການຈັດຕັ້ງປະຕິບັດແຜນງານ ດັ່ງກ່າວ ຕະຫຼອດໄລຍະເວລາ 20 ກວ່າປີ ເຊິ່ງວ່າ ໃນປີນີ້ ກໍແມ່ນຢູ່ໃນໄລຍະສຸດທ້າຍແຜນງານ. ສະນັ້ນ, ກອງປະຊຸມຄັ້ງນີ້ໄດ້ກຳນົດໃຫ້ເຫັນເຖິງບັນດາຜົນສໍາເລັດ, ບັນຫາ-ຂໍ້ຄົງຄ້າງ ແລະ ບົດຮຽນທີ່ ຖອດຖອນໄດ້ ເພື່ອເປັນຂໍ້ມູນ ແລະ ແນວຄວາມຄິດໃນການສ້າງ ວິໄສທັດ ແລະ ຍຸດທະສາດພັດທະນະການ ເງິນແຫ່ງລັດ ໃນໄລຍະຕໍ່ໜ້າ ໃຫ້ມີຄວາມແທດເໝາະ ແລະ ມີປະສິດທິຜົນສູງຂຶ້ນກວ່າເກົ່າ. ຄຽງຄູ່ກັນນີ້, ໄດ້ລົງເລີກປຶກສາຫາລື ຮ່ວມກັບບັນດາຂະແໜງການ ລວມທັງ ຄູ່ຮ່ວມ ພັດທະ ນາ ເປັນຕົ້ນ ທະນາຄານໂລກ ແລະ ສະຫະພາບເອີຣົບ ກ່ຽວກັບການດໍາເນີນການປະເມີນການຄຸ້ມຄອງລາຍຈ່າຍພາກລັດ ແລະ ຄວາມຮັບຜິດຊອບທາງດ້ານການເງິນ (PEFA) ປະຈໍາປີ 2023 ເຊິ່ງ ເລີ່ມຕີ ລາຄາໝາກຜົນ ນັບແຕ່ທ້າຍປີ 2023 ເປັນຕົ້ນມາ ໂດຍອີງຕາມການຈັດຕັ້ງປະຕິບັດວຽກງານໃນຊ່ວງໄລຍະ ປີ 2020, 2021, 2022 ແລະ ບາງຄວາມຄືບໜ້າ ທີ່ສໍາຄັນຮອດ ເດືອນທັນວາ ປີ 2024. ໃນນີ້, ໄດ້ມີການແຕ່ງຕັ້ງຄະນະວິຊາການຂອງກະຊວງການເງິນ ເພື່ອເຮັດວຽກຮ່ວມກັບຄະນະຊ່ຽວຊານປະເມີນ ແລະ ບັນດາກະຊວງຂະແໜງການທີ່ກ່ຽວຂ້ອງ ເພື່ອລົງເກັບກຳຂໍ້ມູນ ຊຶ່ງມາຮອດປະຈຸບັນ ແມ່ນໄດ້ສໍາ ເລັດການປະເມີນດັ່ງກ່າວ ແລະ ໄດ້ມີການຈັດກອງປະຊຸມຫຼາຍຄັ້ງຮ່ວມກັບບັນດາກະຊວງ ແລະ ຂະແໜງ ການທີ່ກ່ຽວຂ້ອງ ຮ່ວມກັບຄະນະຊ່ຽວຊານຈາກທະນາຄານໂລກ ເພື່ອປຶກສາຫາລື, ຢັ້ງຢືນ ແລະ ທົບທວນ ເນື້ອໃນຂອງການປະເມີນ. ໄດ້ຮັບຟັງການລາຍງານຜົນຂອງການປະເມີນ ໂດຍ ຊ່ຽວຊານຈາກທະນາຄານໂລກອີກດ້ວຍ.
