• ຂ່າວທ້ອງຖິ່ນ
  • |
  • 2025-06-25
  • |
  • ວຽກວິຊາສະເພາະ

        ໃນວັນທີ 25 ມິຖຸນາ 2025 ພະແນກການເງິນນະຄອນຫລວງວຽງຈັນ, ຮ່ວມກັບຫ້ອງການ-ການເງິນເມືອງໄຊເສດຖາ ໄດ້ຈັດຊຸດຝຶກອົບຮົມ ວຽກງານບັນຊີວິສາຫະກິດ ແລະ ການນໍາໃຊ້ໂປຣແກຣມສົ່ງເອກະສານລາຍງານການເງິນ ຜ່ານລະບົບເອເລັກໂຕຣນິກ ພ້ອມທັງເຜີຍແຜ່, ແນະນໍາ ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ (ສະບັບປັບປຸງ) ແລະ ດໍາລັດ ວ່າດ້ວຍການຄຸ້ມຄອງໃບເກັບເງິນ ໃຫ້ຫົວໜ່ວຍທຸລະກິດ ທົ່ວເມືອງໄຊເສດຖາ ໂດຍການເປັນປະທານຮ່ວມຂອງ ທ່ານ ວໍລະເດດ ໂຄດສີເມືອງ ຮອງຫົວໜ້າພະແນກການເງິນນະຄອນຫຼວງວຽງຈັນ, ທ່ານ ຄຳສະຫວັນ ໂຄດໄຊ ຮອງເຈົ້າເມືອງໆໄຊເສດຖາ, ມີຫົວໜ້າຫ້ອງ ການ-ການເງິນເມືອງ, ຮອງຫົວໜ້າສ່ວຍສາອາກອນນະຄອນຫຼວງ, ມີບັນດາຫົວໜ່ວຍທຸລະກິດ ພາຍໃນເມືອງເຂົ້າຮ່ວມ.

        ໂອກາດນີ້, ທ່ານ ຄຳສະຫວັນ ໂຄດໄຊ ຮອງເຈົ້າເມືອງໄຊເສດຖາ ໄດ້ມີຄຳເຫັນວ່າ: ການເຜີຍແຜ່, ແນະນໍາ ແລະ ຈັດຊຸດຝຶກອົບຮົມຄັ້ງນີ້ ເພື່ອໃຫ້ຫົວໜ່ວຍທຸລະກິດ ຮັບຮູ້ເຂົ້າໃຈໃນການຈັດຕັ້ງປະຕິບັດ ວຽກງານບັນຊີຕາມຫຼັກການບັນຊີ ແລະ ຮູບແບບການສົ່ງເອກະສານລາຍງານການເງິນ ປະຈໍາປີ ຜ່ານລະບົບເອເລັກໂຕຣນິກ ເພື່ອຫຼຸດຜ່ອນກົນໄກ ຂອດຂັ້ນ ນໍາສົ່ງເອກະສານລາຍງານການເງິນ ປະຈໍາປີ, ປະຢັດເວລາ ແລະ ຄ່າໃຊ້ຈ່າຍ ໃນການສໍາເນົາເອກະສານ ດ້ວຍຮູບການສົ່ງຜ່ານລະບົບໂປຣແກຣມ ທາງເອເລັກໂຕຣນິກ, ເຮັດໃຫ້ວຽກງານບັນຊີ ກ້າວໄປສູ່ລະບົບຄຸ້ມຄອງທີ່ທັນສະໄໝ, ວ່ອງໄວ, ໂປ່ງໃສ ແລະ ກວດສອບໄດ້ ຮັບປະກັນໃນການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ທີ່ສໍາຄັນເຮັດໃຫ້ມີຄວາມສະດວກ ທັນຕາມກໍານົດເວລາ.

        ວຽກງານການບັນຊີ, ການລາຍງານການເງິນ ເປັນພື້ນຖານ ໃຫ້ແກ່ການຄຸ້ມຄອງການເງິນ, ການກວດກາພາຍໃນວິສາຫະກິດ ແລະ ການກວດກາຈາກພາຍນອກ, ເປັນພື້ນຖານເງື່ອນໄຂເຂົ້າຫາແຫຼ່ງທຶນ ແລະ ທັງເປັນພື້ນຖານຄິດໄລ່ການຈັດເກັບພັນທະເຂົ້າງົບປະມານແຫ່ງລັດ ໃຫ້ມີຄວາມຍຸຕິທໍາ. ສະນັ້ນ, ຈຶ່ງຮຽກຮ້ອງມາຍັງນັກສໍາມະນາກອນ ໃຫ້ເອົາໃຈໃສ່ຄົ້ນຄວ້າເອກະສານໃນການເຜີຍແຜ່, ແນະນໍາ ຄັ້ງນີ້, ຮັບຟັງ ແລະ ຕັ້ງເປັນຄໍາຖາມ ຕໍ່ວິທະຍາກອນ ເພື່ອໃຫ້ມີຄວາມ ເຂົ້າໃຈຢ່າງເລິກເຊິ່ງ ສາມາດນໍາໄປຈັດຕັ້ງປະຕິບັດຕົວຈິງ ໃຫ້ຖືກຕ້ອງ ແລະ ຈົ່ງຖືວຽກງານນີ້ ເປັນສໍາຄັນ, ສືບຕໍ່ໂຄສະນາ, ເຜີຍແຜ່ ໃຫ້ກວ້າງຂວາງ ແລະ ທັນກັບສະພາບການ.

       ສຳລັບການເຜີຍແຜ່ ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ (ສະບັບປັບປຸງ), ລວມເຖິງດຳລັດວ່າດ້ວຍການຄຸ້ມຄອງໃບເກັບເງິນ ແມ່ນເພື່ອສ້າງຄວາມຮັບຮູ້ໃຫ້ບັນດາທ່ານ ກ່ຽວກັບການປ່ຽນແປງຂອງກົດໝາຍວ່າດ້ວຍອາກອນມູນຄ່າເພິ່ມ ເພື່ອນຳໃຊ້ເປັນບ່ອນອີງ ໃນການເຄື່ອນໄຫວທຸລະກິດ ແລະ ການຈັດເກັບລາຍຮັບ ສາມາດນຳໄປຈັດຕັ້ງປະຕິບັດຢ່າງເປັນເອກະພາບ, ມີປະສິດທິຜົນ ສາມາດປະກອບສ່ວນໃນການມອບພັນທະອາກອນມູນຄ່າເພິ່ມໃຫ້ກັບເມືອງ ໃຫ້ນັບມື້ນັບຫຼາຍຂຶ້ນ. ຄຽງຄູ່ກັນນີ້ ບັນດາຫົວໜ່ວຍທຸລະກິດ ທີ່ເຂົ້າໃນລະບົບອາກອນມູນຄ່າເພິ່ມແລ້ວ ຫາກຍັງບໍ່ມີຄວາມຮັບຮູ້ເຂົ້າໃຈກ່ຽວກັບວຽກງານໃບເກັບເງິນ ກໍ່ອາດຈະມີການດຳເນີນທຸລະກຳ ບໍ່ຖືກຕ້ອງສອດຄ່ອງຕາມລະບົບກົນໄກຂອງວຽກງານອາກອນມູນຄ່າເພິ່ມການເຄື່ອນ ໄຫວທຸລະກິດກໍ່ພົບຄວາມຫຍຸ້ງຍາກ, ການນຳໃຊ້ໃບເກັບເງິນທີ່ບໍ່ໄດ້ຮັບອະນຸຍາດ ຖືເປັນການລະເມີດລະບຽບກົດໝາຍ ເພື່ອຫຼີກເວັ້ນບັນຫາເຫຼົ່ານີ້ ຈຶ່ງໄດ້ນຳຫົວຂໍ້ດັ່ງກ່າວ ມາເຜີຍແຜ່ໃຫ້ບັນດາທ່ານໄດ້ຮັບຮູ້ ແລະ ເຂົ້າໃຈໃຫ້ຫຼາຍຂຶ້ນ ເພື່ອນຳໄປຈັດຕັ້ງປະຕິບັດຢ່າງຖືກຕ້ອງ ແລະ ເປັນເອກະພາບກັນ.

© 2025 Copyright: ກະຊວງການເງິນ, ສປປ ລາວ