ກອງປະຊຸມເຜີຍແຜ່, ແນະນໍາ ແລະ ຝຶກອົບຮົມການນໍາໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝໃຫ້ເຈົ້າໜ້າທີ່ພາສີປະຈໍາຢູ່ 2 ດ່ານສາກົນຄື: ດ່ານພາສີສາກົນນໍ້າເຫືອງ ແລະ ດ່ານພາສີສາກົນພູດູ່, ໄດ້ຈັດຂຶ້ນໃນວັນທີ 23 ມິຖຸນາ 2025 ຜ່ານມາ, ຢູ່ທີ່ຫ້ອງປະຊຸມດ່ານພາສີສາກົນນໍ້າເຫືອງ ເມືອງແກ່ນທ້າວ ແຂວງໄຊຍະບູລີ, ໂດຍການເປັນປະທານກອງປະຊຸມຂອງທ່ານ ຫຸມພັນ ວົງສາ ຫົວໜ້າດ່ານພາສີສາກົນນໍ້າເຫືອງ ແລະ ທ່ານ ວິລະກອນ ເກດຕະວົງ ຮອງຫົວໜ້າພະແນກຝຶກອົບຮົມ ແລະ ພັດທະນາບຸກຄະລາກອນ ກົມພາສີ ກະຊວງການເງິນ, ມີທ່ານ ຈັນສະໝອນ ສິດທິວົງ ຫົວ ໜ້າດ່ານພາສີສາກົນພູດູ່, ຄະນະດ່ານພາສີ, ທີມງານພັດທະນາບຸກຄະລາກອນ ແລະ ເຈົ້າໜ້າທີ່ພາສີທັງສອງດ່ານເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ວິລະກອນ ເກດຕະວົງ ຮອງຫົວໜ້າພະແນກຝຶກອົບຮົມ ແລະ ພັດທະນາບຸກຄະລາກອນ ກົມພາສີ ໄດ້ກ່າວສະເໜີຈຸດປະສົງ. ຈາກນັ້ນ, ທ່ານ ຫຸມພັນ ວົງສາ ຫົວໜ້າດ່ານພາສີສາກົນນໍ້າເຫືອງ ໄດ້ມີຄໍາເຫັນວ່າ: ການເປີດນໍາໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝ (Customs Warehouse Management System: CWMS) ຄັ້ງນີ້ແມ່ນອີງຕາມການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ປະຈໍາປີ 2025, ການຍົກລະດັບ ແລະ ພັດທະນາບຸກຄະລາກອນໃນການຄຸ້ມຄອງວຽກງານຫັນເປັນທັນສະໄໝໂດຍສອດຄ່ອງກັບລະບຽບການ ແລະ ນໍາໃຊ້ລະບົບດັ່ງກ່າວໄດ້ຢ່າງມີປະສິດທິພາບ, ເປັນເອກະພາບກັນໃນການຈັດຕັ້ງປະຕິບັດນໍາໃຊ້ລະບົບຕ່າງໆຂອງຂະແໜງພາສີໃຫ້ແກ່ບັນດາດ່ານໃນຂອບເຂດທົ່ວປະເທດ.

![]() | ![]() |
ສຳລັບລະບົບຄຸ້ມຄອງສາງພາສີທັນສະໄໝເປັນລະບົບເອເລັກໂຕຣນິກ (Web-Based Application) ແບບ ລວມສູນ, ສາມາດເຂົ້ານໍາໃຊ້ໄດ້ທຸກແພລັດຟອມ (Desktop, Mobile, Table...), ມີລະບົບຕິດຕາມແບບເວລາຕົວຈິງ (Real-Time) ເຊື່ອມຕໍ່ກັບລະບົບຄຸ້ມຄອງການຂົນສົ່ງຂ້າມແດນເອເລັກໂຕຣນິກ (CBTM) ຂອງ LITFA ເພື່ອຮັບຂໍ້ມູນການຂົນສົ່ງການແຈ້ງພາສີກ່ອນລ່ວງໜ້າຂໍ້ມູນລາຍລະອຽດສິນຄ້າ ແລະ ສາມາດພັດທະນາເຊື່ອມຕໍ່ກັບລະບົບອື່ນຜ່ານ API ຮັບ-ສົ່ງຂໍ້ມູນທີ່ກ່ຽວພັນກັບຂະແໜງການທີ່ກ່ຽວຂ້ອງໄດ້ຢ່າງມີປະສິດທິພາບ.

![]() | ![]() |
ກອງປະຊຸມຄັ້ງນີ້, ເປັນເຜີຍແຜ່ແນະນໍາ ແລະ ຝຶກອົບຮົມການນໍາໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝ ຄັ້ງນີ້, ເພື່ອເຮັດໃຫ້ເຈົ້າ ໜ້າທີ່ພາສີຮັບຮູ້, ເຂົ້າໃຈກ່ຽວກັບລະບົບ, ການນໍາໃຊ້, ຂັ້ນຕອນຕ່າງໆ, ການຄຸ້ມຄອງ,ນໍາໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝ, ການແຈ້ງຂໍ້ມູນນໍາໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝ, ຂັ້ນຕອນການຊໍາລະຄ່າທໍານຽມບໍລິການຕ່າງໆ ແລະ ຮັບຟັງການເຜີຍແຜ່ເອກະສານທີ່ຕິດພັນກັບການນໍາໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝເຊັ່ນ: ຂໍ້ຕົກລົງ ສະບັບເລກທີ 0771/ກງ, ລົງວັນທີ 18 ມີນາ 2025, ຂໍ້ຕົກລົງ ສະບັບເລກທີ 1197/ກງ, ລົງວັນທີ 11 ເມສາ 2025, ແຈ້ງການແນະນໍາ ສະບັບເລກທີ 3869/ກພສ, ລົງວັນທີ 28 ເມສາ 2025 ແລະ ຄໍາແນະນໍາ ສະບັບເລກທີ 3856/ກພສ, ລົງວັນທີ 28 ເມສາ 2025 ນໍາອີກດ້ວຍ.
