ໃນວັນທີ 24 ມິຖຸນາ 2025, ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍການເປັນປະທານຂອງທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ໄດ້ຂຶ້ນສະເໜີຮ່າງກົດໝາຍວ່າດ້ວຍອາກອນລາຍໄດ້ (ສະບັບປັບປຸງ) ເພື່ອໃຫ້ສະມາຊິກສະພາແຫ່ງຊາດໄດ້ປະກອບຄໍາຄິດເຫັນໃສ່ຮ່າງກົດໝາຍດັ່ງກ່າວມີເນື້ອໃນຄົບຖ້ວນ, ຮັດກຸມຂຶ້ນຕື່ມ. ທ່ານ ລັດຖະມົນຕີກະຊວງການເງິນ ສະເໜີຕື່ມວ່າ: ການປະຕິບັດກົດໝາຍດັ່ງກ່າວໃນໄລຍະຜ່ານມາ, ທັງເປັນການອັດຊ່ອງວ່າງການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ ແລະ ການຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ ກ່ຽວກັບການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃຫ້ປາກົດຜົນເປັນຈິງ; ບາງເນື້ອໃນ ແລະ ບາງມາດຕາທີ່ເຫັນວ່າຍັງບໍ່ທັນຊັດເຈນ ແລະ ສອດຄ່ອງກັບການປະຕິບັດວຽກງານຕົວຈິງທີ່ເປັນຊ່ອງວ່າງ ການເກັບອາກອນລາຍໄດ້ ແລະ ບໍ່ສອດຄ່ອງກັບຫຼັກການຂອງສາກົນ ແລະ ສາມາດຈັດເກັບລາຍຮັບໄດ້ທຸກໆ ທຸລະກຳທີ່ເຄື່ອນໄຫວມີລາຍໄດ້ຢູ່ສປປລາວ. ສະນັ້ນ, ເພື່ອຊຸກຍູ້ສົ່ງເສີມໃຫ້ວິສາຫະກິດຈົດທະບຽນໃນຕະຫຼາດຫຼັກຊັບຫຼາຍຂຶ້ນ ເຊິ່ງເປັນຊ່ອງທາງໜຶ່ງໃນການເຂົ້າເຖິງແຫຼ່ງທຶນຈາກສັງຄົມ ໂດຍກໍານົດນະໂຍບາຍໃຫ້ປະຕິບັດອັດຕາອາກອນກໍາໄລໃນອັດຕາຫຼຸດຜ່ອນຈາກ 13% ເປັນ 10% ແລະ ເພີ່ມໄລຍະເວລາປະຕິບັດອັດຕາອາກອນກໍາໄລຫຼຸດຈາກ 4 ປີເປັນ 10 ປີ; ເພື່ອຊຸກຍູ້ ແລະ ສົ່ງເສີມໃຫ້ບັນດາຫົວໜ່ວຍຈຸນລະວິສາຫະກິດຖືບັນຊີຕາມກົດໝາຍ, ເຊິ່ງເປັນເງື່ອນໄຂໃຫ້ສາມາດເຂົ້າເຖິງແຫຼ່ງທຶນຈາກສະຖາບັນການເງິນຕ່າງໆໄດ້, ການກຳນົດເກັບອາກອນຈາກແຫຼ່ງລາຍຮັບໃໝ່ເປັນຕົ້ນ: ສິນເຊື່ອກາກບອນ, ເຄື່ອງປ່າຂອງດົງ ຕາມຂໍ້ຕົກລົງຂອງກະຊວງກະສິກຳ ແລະ ປ່າໄມ້ວ່າດ້ວຍການກໍານົດບັນຊີເຄື່ອງປ່າຂອງດົງ I, II ແລະ III ສະບັບເລກທີ 0279/ກປ ເຊັ່ນ: ຄັ່ງ, ເຄືອແຫມ, ເຄືອຈານ, ຈັນແດງ, ຈັນໄດ, ຂີ້ຊີ, ຫວາຍທູນ... ຂອງບຸກຄົນທີ່ໄດ້ຮັບອະນຸຍາດ ແລະ ລາຍໄດ້ອື່ນໆ. ຈຶ່ງມີຄວາມຈຳເປັນຕ້ອງໄດ້ປັບປຸງກົດໝາຍວ່າດ້ວຍອາກອນລາຍໄດ້ໃຫ້ມີຄວາມຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງກັບພາກພື້ນ ແລະ ສາກົນ; ສຳລັບຮ່າງກົດໝາຍວ່າດ້ວຍອາກອນລາຍໄດ້ (ສະບັບປັບປຸງ) ປະກອບດ້ວຍ 9 ພາກ, 7 ໝວດ ແລະ 74 ມາດຕາ. ໃນໂອກາດດັ່ງ, ທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ ໄດ້ມີບາງຄໍາເຫັນເຈາະຈີ້ມບາງມາດຕາ, ເພື່ອເປັນທິດທາງໃນການຄົ້ນຄວ້າ, ປະກອບຄໍາເຫັນເພື່ອແນໃສ່ເຮັດໃຫ້ຮ່າງກົດໝາຍດັ່ງກ່າວມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ແທດເໝາະກັບຕົວຈິງ; ຈາກນັ້ນ, ບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) ກໍໄດ້ຜັດປ່ຽນກັນປະກອບຄໍາຄິດເຫັນຢ່າງມີຈຸດສຸມ.
