ໃນວັນທີ 21 ມິຖຸນາ 2025 ນີ້, ທ່ານ ສົມມາດ ພົລເສນາ ຄະນະປະຈໍາ ຮອງປະທານສະພາແຫ່ງຊາດ, ພ້ອມດ້ວຍບັນດາຜູ້ແທນສະມາຊິກສະພາແຫ່ງຊາດ (ສສຊ) ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX, ໄດ້ລົງມາເຄື່ອນໄຫວຢ້ຽມຢາມຊຸກຍູ້ວຽກງານຫັນເປັນທັນສະໄໝຂອງກະຊວງການເງິນ, ໂດຍມີທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ແລະ ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ, ມີຫົວໜ້າຫ້ອງການກະຊວງ, ບັນດາຫົວໜ້າ-ຮອງຫົວໜ້າກົມອ້ອມຂ້າງກະຊວງ, ຫົວໜ້າພະແນກ, ຮອງພະແນກ, ພະນັກງານວິຊາການ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

![]() | ![]() |
ການລົງມາຢ້ຽມຢາມຄັ້ງນີ້, ເປັນການຊຸກຍູ້-ຕິດຕາມຄວາມຄືບໜ້າ,ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຂອງຂະແໜງການເງິນ, ໂດຍສະເພາະວຽກງານການຫັນເປັນທັນສະໄໝຂອງຂະແໜງພາສີ ແລະ ຂະແໜງສ່ວຍສາອາ ກອນ;ສຳລັບວຽກງານຫັນເປັນທັນສະໄໝຂອງຂະແໜງພາສີ, ໄດ້ພັດທະນາລະບົບ Smart Customs ເພື່ອເປັນສູນກາງໃນການຄຸ້ມຄອງລະບົບຕ່າງໆຂອງວຽກງານພາສີທີ່ລວມສູນຂໍ້ມູນ ແລະ ລວມສູນຢູ່ຈຸດດຽວ, ເຊິ່ງປັດຈຸບັນວຽກຂະຂອງຂະແໜງພາສີ, ໄດ້ນໍາໃຊ້ລະບົບທັນສະໄໝເກືອບ 20 ລະບົບເຂົ້າໃນວຽກວິຊາສະເພາະໂດຍມີສູນບັນຊາການຄຸ້ມຄອງວຽກງານພາສີທັນສະໄໝ, ເຊິ່ງສູນບັນຊາການດັ່ງກ່າວແມ່ນຄວບຄຸມຢູ່ສູນກາງ ຢູ່ກົມພາສີ ກະຊວງການເງິນ, ສາມາດນໍາໃຊ້ເຂົ້າໃນວຽກງານກວດກາ, ກວດການ, ເປັນສູນທີ່ເຝົ້າລະວັງຊ່ວຍເຈົ້າໜ້າທີ່ພາສີ, ເປັນເຄື່ອງມືອັນສຳຄັນໃນການກວດກາ, ລາຍງານຂໍ້ມູນແບບ Real time ແລະ ທີ່ສໍາຄັນແມ່ນເປັນເຄື່ອງມືຊ່ວຍໃຫ້ເຈົ້າໜ້າທີ່ພາສີ ນໍາອີກດ້ວຍ. ນອກນີ້, ຂະແໜງພາສີໄດ້ນໍາໃຊ້ລະບົບການຊໍາລະຄ່າທຳນຽມ-ຄ່າບໍລິການ, ການຊໍາລະພາສີ-ອາກອນ ແລະ ພັນທະອື່ນຜ່ານລະບົບຂອງບັນດາທະນາຄານທີ່ເປັນສະມາຊິກ LAPNet ເຂົ້າບັນຊີລວມສູນ ຢູ່ທະນາຄານແຫ່ງ ສປປ ລາວ (BOL) ຫັນໄປສູ່ລະບົບທັນສະໄໝແບບເຕັມໂຕ ແລະ ກ້າວໄປສູ່ລະບົບ Smart Customs.

ຈາກນັ້ນ, ທ່ານ ສົມມາດ ພົລເສນາ ຄະນະປະຈໍາ ຮອງປະທານສະພາແຫ່ງຊາດ, ພ້ອມດ້ວຍບັນດາຜູ້ແທນສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ໄປຢ້ຽມຍາມ, ຕິດຕາມກວດກາ, ຊຸກຍູ້ວຽກງານການຫັນເປັນທັນສະໄໝ ຂອງແໜງສ່ວຍສາອາກອນໃນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ, ໂດຍສະເພາະການເກັບລາຍຮັບຜ່ານ ລະບົບ TaxRIS ແມ່ນມີຄວາມສະດວກ, ວ່ອງໄວ ໃຫ້ແກ່ຜູ້ປະກອບການໃນການແຈ້ງ ແລະ ມອບພັນທະອາກອນດ້ວຍຕົນເອງ.
![]() | ![]() |
ພ້ອມທັງໄດ້ຮັບຟັງການລາຍງານປະຫວັດຄວາມເປັນມາ, ຄວາມຄືບໜ້າການພັດທະນາລະບົບທັນສະໄໝ, ກ່ຽວກັບລະບົບຂໍ້ມູນຂ່າວສານລາຍຮັບສ່ວຍສາອາກອນ TaxRIS ເຊິ່ງເປັນເຄື່ອງມືໃນການຄຸ້ມຄອງຕິດຕາມການ, ປັດຈຸບັນໄດ້ນໍາໃຊ້ຢູ່ນະຄອນຫຼວງວຽງຈັນ ແລະ 17 ແຂວງ 148 ເມືອງ, ລວມທັງນະຄອນ ແລະ ເຂດເສດຖະກິດໃນຂອບເຂດທົວປະເທດ, ເປັນການສ້າງຄວາມເຊື່ອໝັ້ນໃຫ້ແກ່ບັນຜູ້ປະກອບການໃນການມອບລາຍຮັບຂອງສ່ວຍສາອາກອນໃນຂອບເຂດທົ່ວປະເທດ ດ້ວຍຄວາມໂປ່ງໄສ, ຖືກຕ້ອງ, ຄົບຖ້ວນ ແລະ ກວດສອບໄດ້. ພ້ອມດຽວກັນນີ້, ໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນ, ຄໍາເຈາະຈິ້ມຈາກບັນ ຜູ້ແທນສະມາຊິກສະພາແຫ່ງຊາດ (ສສຊ) ທີ່ຕິດພັນກັບວຽກງານການຫັນເປັນທັນສະໄໝຂອງຂະແໜງພາສີ ແລະ ຂະແໜງສ່ວຍສາອາກອນຕື່ມອີກ.

![]() | ![]() |