• ກະຊວງການເງິນ
  • |
  • 2025-06-20
  • |
  • ວຽກວິຊາສະເພາະ

        ໃນວັນທີ 20 ມິຖຸນາ 2025, ທີ່ໂຮງແຮມ ສຸພັດຕາ, ໜ່ວຍງານປະຕິບັດໂຄງການ ຫຼື PIU ໄດ້ຈັດກອງປະຊຸມ ເຜີຍແຜ່ແຜນຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ ໂດຍການເປັນປະທານ ຂອງ ທ່ານ ດວງປະເສີດ ທິພົມມະຈັນ ຮອງຫົວໜ້າຫ້ອງການກະຊວງການເງິນ, ມີ ພະແນກການເງິນ ແຂວງ ແລະ ຫ້ອງການການເງິນເມືອງ, ບໍລິສັດ ກຳຈັດສິ່ງເສດເຫຼືອ ໄດ້ເຂົ້າຮ່ວມຮັບຟັງແບບການປະຊຸມ ແບບເຊິ່ງໜ້າ ແລະ ແບບອອນໄລ ທາງໄກ.

        ໂອກາດນີ້,​ ທ່ານ ດວງປະເສີດ ທິພົມມະຈັນ ໄດ້ມີຄຳເຫັນວ່າ: ໂດຍເປັນການສືບຕໍ່ຈາກຜົນສໍາເລັດຂອງ ໂຄງການ EFITS ໄລຍະທີ 1 ຫຼື ທີ່ກໍາລັງຈະໝົດໄລຍະໂຄງການໃນເດືອນ ສິງຫາ 2025 ແລະ ສາມາດຕໍ່ໄລຍະໂຄງການ ຮອດ ເດືອນ ມີນາ 2026, ແຕ່ຍັງມີກິດຈະກຳຕາມແຜນວຽກຂອງໂຄງການຍັງບໍ່ທັນສຳເລັດ ໂດຍສະເພາະແມ່ນ ວຽກງານການກະກຽມ ແລະ ຈັດຕັ້ງປະຕິບັດລະບົບ ລວມສູນການຄຸ້ມຄອງຂໍ້ມູນຂ່າວສານການເງິນແຫ່ງລັດ IFMIS ທີ່ໄດ້ເຊັນສັນຍາກັບ ບໍລິສັດຜູ້ສະ  ໜອງ ຮອດເດືອນກັນຍາ 2029. ສະນັ້ນ, ເພື່ອສືບຕໍ່ບັນດາກິດຈະກໍາຂອງໂຄງການໃຫ້ສໍາເລັດ ກະຊວງການເງິນ ໄດ້ຮັບອະນຸຍາດຈາກ ລັດຖະບານ ໃຫ້ສະເໜີຫາ ທະນາຄານໂລກ ເພື່ອສະໜອງເງິນກູ້ ປະມານ 18 ລ້ານໂດລາສະຫະລັດ ເພື່ອສືບຕໍ່ສະໜັບສະໜູນວຽກງານໃຫ້ສຳເລັດ ໂດຍຈັດຕັ້ງປະຕິບັດເປັນໂຄງການ (E-FITS 2) ໄລຍະ 2. ໂຄງການ EFITS 2 ແມ່ນແນໃສ່ເສີມສ້າງຄວາມອາດສາມາດ ໃຫ້ແກ່ລະບົບການຄຸ້ມຄອງການເງິນແຫ່ງລັດ ຜ່ານການນໍາໃຊ້ລະບົບຂໍ້ມູນການເງິນທີ່ທັນສະ ໄໝ ແລະ ການຍົກລະດັບທັກສະຂອງພະນັກງານໃນລະດັບສູນກາງ, ແຂວງ ແລະ ເມືອງ. ໂຄງການນີ້ຈະສົ່ງເສີມໃຫ້ມີ: ການນໍາໃຊ້ລະບົບ LIFMISໃນລະດັບສູນກາງ, ແຂວງ ແລະ ເມືອງ; ການຍົກລະດັບລະບົບ ຄຸ້ມຄອງໜີ້ສິ້ນ ແລະ ວິໄຈການເງິນ DMFAS ຈາກເວີຊັນ 6 ເປັນເວີຊັນ 7 ທີ່ຊ່ວຍໃຫ້ມີຄວາມສາມາດ ແລະ ຟັງຊັນເພີ່ມເຕີມ; ການຕິດຕັ້ງອຸປະກອນ IT ທີ່ຈໍາເປັນສໍາລັບການນໍາໃຊ້ LIFMIS; ການປັບປຸງ ແລະ ຜັນຂະຫຍາຍວຽກງານ ພັດທະນາທັກສະ ແລະ ສ້າງຂີດຄວາມສາມາດໃນວຽກງານການຄຸ້ມຄອງການເງິນ PFM ໃຫ້ເຂົ້າເຖິງພະນັກງານກະຊວງການເງິນໃຫ້ໄດ້ຫຼາຍຂຶ້ນ; ການຝຶກອົບຮົມ ແລະ ຍົກລະດັບຂີດຄວາມສາມາດໃຫ້ແກ່ຜູ້ໃຊ້ລະບົບ IT ທີ່ໄດ້ຮັບການສະໜັບສະ ໜູນຈາກໂຄງການ. ໂດຍອີງຕາມລະບຽບ ຂອງ ທະນາຄານໂລກ ຜູ້ທີ່ຈະຮັບເອົາທຶຶນຈຶ່ງຈໍາເປັນຕ້ອງໄດ້ ກະກຽມສ້າງແຜນຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ, ຊຶ່ງໄດ້ວ່າຈ້າງ ຊ່ຽວຊານທາງດ້ານສິ່ງແວດລ້ອມ ມາຊ່ວຍຮ່າງ ເອກະສານດັ່ງກ່າວ. ພາຍຫຼັງ ຮ່າງເອກະສານດັ່ງກ່າວສຳເລັດ ກະຊວງການເງິນ ໃນນາມຜູ້ທີ່ຈະຮັບເອົາທຶນ ຈະຕ້ອງໄດ້ ຈັດກອງປະຊຸມເຜີຍແຜ່ບັນດາເອກະສານດັ່ງກ່າວ ໃຫ້ ບັນດາຜູ້ມີສ່ວນຮ່ວມທັງໝົດໃນການຈັດຕັ້ງປະຕິບັດໂຄງການ, ຊຶ່ງໂຄງການ EFITS 2 ເປັນໂຄງການພັດທະນາ ລະບົບ ການເງິນ ທີ່ນໍາໃຊ້ ໃນຂະແໜງການເງິນ ແຕ່ສູນກາງ ຮອດທ້ອງຖິ່ນ.

 

       ພ້ອມນີ້, ​ກອງປະຊຸມຍັງໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມ ແລກປ່ຽນຄຳຄິດເຫັນກັນຢ່າງກົງໄປກົງມາ ເພື່ອແນ່ໃສ່ການປັບປຸງແຜນດຳເນີນໂຄງການດັ່ງກ່າວມີຄວາມຮັດກຸມ ໂດຍຜູ້ເຂົ້າຮ່ວມ ໄດ້ໃຫ້ຄວາມສົນໃຈກ່ຽວກັບການຄຸ້ມຄອງ ຈັດການ ອຸປະກອນອີເລັກໂຕຣນິກ ທີ່ໝົດອາຍຸການນຳໃຊ້ແລ້ວນັ້ນ ຈະມີກົນໄກ ວິທີການ ກຳຈັດອຸປະກອນດັ່ງກ່າວແນວໃດ ໃຫ້ຖືກຕ້ອງສອດຄ່ອງ ຕາມມາດຖານເງື່ອນໄຂສາກົນ ກໍ່ຄືຜູ້ໃຫ້ທຶນທີ່ວາງໄວ້.

 

© 2025 Copyright: ກະຊວງການເງິນ, ສປປ ລາວ