ໃນວັນທີ 20 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ມີການເຊັນຢັ້ງຢືນເອົາຜູ້ປະກອບການມາດຕະຖານ ເອອີໂອ (AEO) ໃຫ້ແກ່ບໍລິສັດ ຮົວເວ້ ເທັກໂນໂລຢີ (ລາວ) ຈໍາກັດຜູ້ດຽວ ຮ່ວມເປັນສັກຂີພະຍານໂດຍ ທ່ານ ສຸລິວັດ ສຸວັນນະຈຸມຄໍາ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີກະຊວງອຸສາຫະກຳ ແລະ ການຄ້າ ພ້ອມດ້ວຍ ບັນດາຫົວໜ້າກົມອ້ອມຂ້າງກະຊວງການເງິນ, ຫົວໜ້າ ພະແນກອ້ອມຂ້າງກົມພາສີ, ຫົວໜ້າພາສີປະຈຳນະຄອນຫຼວງ, ພາສີປະຈຳແຂວງ, ຄະນະດ່ານພາສີສາກົນ, ຄະນະ ບໍລິສັດ ຮົວເວ້ ເທັກໂນໂລຢີ (ລາວ) ຈຳກັດຜູ້ດຽວ ແລະ ແຂກຖືກເຊີນເຂົ້າຮ່ວມ. ໃນກອງປະຊຸມໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງການເງິນ ວ່າດ້ວຍການອະນຸມັດໃຫ້ກົມພາສີຈັດຕັ້ງພິທີເຊັນສັນຍາຄຳປະກັນການຈັດຕັ້ງປະຕິບັດແຜນງານຜູ້ປະກອບການມາດຕະຖານ AEO ແລະ ມອບໃບຢັ້ງຢືນ AEO ໃຫ້ແກ່ບໍລິສັດ ຮົວເວ້ ເທັກໂນໂລຢີ (ລາວ) ຈຳກັດຜູ້ດຽວ ສະບັບເລກທີ 1698/ກງ, ລົງວັນທີ 05 ມິຖຸນາ 2025, ຮັບຟັງຄວາມເປັນມາ ແລະ ສະພາບການດຳເນີນການດ້ານມາດຖານ, ເງື່ນໄຂໃນການກວດສອບທາງດ້ານເອກະສານ ແລະ ສະຖານທີບໍລິສັດ. ໃນໂອກາດນີ້ໄດ້ຮັບຟັງການໂອລົມຂອງ ທ່ານ ສຸລິວັດ ສຸວັນນະຈຸມຄຳ ຮອງລັດຖະມົນຕີກະຊວງການເງິນ ເຊິ່ງທ່ານໃຫ້ຮູ້ວ່າ ໂຄງການ AEO ແມ່ນໂຄງການສຸມໃສ່ ບັນດາບໍລິສັດ ຫຼື ຜູ້ປະກອບການ ທີ່ນອນໃນຕ່ອງໂສ້ການຄ້າ ເຊັ່ນ: ຜູ້ນຳເຂົ້າ, ຜູ້ສົ່ງອອກ, ຜູ້ບໍລິການແຈ້ງ ພາສີ, ຜູ້ບໍລິການຂົນສົ່ງ ລວມເຖິງ ຜູ້ບໍລິການສາງ ໃຫ້ມີຄວາມປອດໄພໃນຕ່ອງໂສ້ທຸລະກິດ, ຫຼີກລ້ຽງການ ກໍ່ການຮ້າຍ ແລະ ປົກປ້ອງສັງຄົມ. ຢູ່ໃນລະດັບສາກົນ ເຊັ່ນ: ອົງການການຄ້າ ໂລກ ແລະ ອົງການພາສີ ກໍ່ມີ ຂໍ້ກຳນົດຊັດເຈນ ກ່ຽວກັບການຈັດຕັ້ງປະຕິບັດ ໂຄງການ AEO ໃນພາກພື້ນກໍ່ເຊັ່ນດຽວກັນ ໄດ້ມີການລີເລີ່ມໂຄງການ AEO ທີ່ໂດດເດັ່ນໃນອາຊີ ກໍ່ແມ່ນ ສປ ຈີນ, ຮົງກົງ, ໃຕ້ຫວັນ, ຍີ່ປຸ່ນ, ເກົາຫຼີ. ປັດຈຸບັນ, ກະຊວງການເງິນ ໄດ້ອອກຄໍາແນະນໍາ ວ່າດ້ວຍແຜນງານຜູ້ປະກອບການມາດຕະຖານ AEO ສະບັບເລກທີ 1399/ກງ, ລົງວັນທີ 07 ພຶດສະພາ 2025 ເພື່ອໃຊ້ປ່ຽນແທນ ຄໍາແນະນໍາ ຄຸ້ມຄອງ ຜູ້ປະກອບການມາດຕະຖານ AEO ສະບັບເລກທີ 1159/ກງ ລົງວັນທີ 18 ເມສາ 2019; ເພື່ອເນັ້ນໃສ່ໃນ ການພັດທະນາການຄຸ້ມຄອງ ແລະ ຍົກລະດັບມາດຕະຖານຜູ້ປະກອບການມາດຕະຖານ AEO ໃຫ້ທຽບ ເທົ່າສາກົນ ແລະ ເນັ້ນໃສ່ຜົນປະໂຫຍດຂອງທັງສອງຝ່າຍ ລະຫວ່າງ ພາກລັດ ແລະ ເອກະຊົນ. ໃນຕອນທ້າຍຂອງກອງປະຊຸມ ໄດ້ມີການລົງນາມໃສສັນຍາຄຳປະກັນ ການຈັດຕັ້ງປະຕິບັດແຜນງານຜູ້ປະກອບການມາດຕະຖານ AEO ລະຫວ່າງກົມພາສີ ກະຊວງການເງິນ ແລະ ບໍລີສັດ ຮົວເວ້ ເທັກໂນໂລຢີ (ລາວ) ຈໍາກັດຜູ້ດຽວ ເຊິ່ງຟ່າຍ ກະຊວງການເງິນ ນຳໂດຍ ທ່ານ ພຸດທະນີກອນ ເຄນນະວົງ ຮອງຫົວໜ້າກົມພາສີ ແລະ ຟ່າຍບໍລິສັດ ນຳໂດຍທ່ານ ຫວງຍິງ ( Huang ying) ຜູ້ອຳນວຍການ ບໍລິສັດ ຮົວເວ້ ເທັກໂນໂລຢີ້ (ລາວ) ຈໍາກັດຜູ້ດຽວ.
