• ກົມຄຸ້ມຄອງການບັນຊີ
  • |
  • 2025-06-20
  • |
  • ວຽກວິຊາສະເພາະ

        ໃນລະຫວ່າງວັນທີ 16-20 ມິຖຸນາ 2025, ກອງທຶນການເງິນສາກົນ (IMF) ແລະ ກະຊວງການເງິນ, ໄດ້ຈັດກອງປະຊຸມວິຊາການກ່ຽວກັບການປະຕິຮູບວຽກງານການເງິນ ຜ່ານສາລະບານບັນຊີ-ງົບປະມານ CoA ແລະ ບັນຊີ ລວມສູນຄັງເງິນແຫ່ງຊາດTSA, ໃຫ້ພະນັກງານ-ລັດຖະກອນບັນດາກົມອ້ອມຂ້າງກະຊວງການເງິນທີ່ຕິດພັນກັບການນໍາໃຊ້ສາລະບານບັນຊີ-ງົບປະມານໃນການສ້າງ, ເກັບກໍາຂໍ້ມູນການເງິນໃຫ້ເປັນອັນລະອຽດ.

         ກອງປະຊຸມຄັ້ງນີ້, ໄດ້ແລກປ່ຽນບົດຮຽນທາງດ້ານວິຊາການຈາກກົມງົບປະມານແຫ່ງລັດ ຕິດພັນກັບການສ້າງແຜນ, ການຈັດຕັ້ງປະຕິບັດແຜນງົບປະມານ, ຄັງເງິນແຫ່ງຊາດ, ໄດ້ແລກປ່ຽນບົດຮຽນການຈັດຕັ້ງປະຕິບັດການປະຕິຮູບວຽກງານລວມສູນຄັງເງິນ TSA, ການບໍລິຫານແຫຼ່ງເງິນ, ວຽກງານບັນຊີ ແລະ ການລາຍງານໃນລະບົບຄັງເງິນ, ສໍາລັບກົມຄຸ້ມຄອງການບັນຊີໄດ້ເນັ້ນໃຫ້ປະຕິບັດການລາຍງານການເງິນ ຕາມມາດຕະຖານການບັນຊີສາກົນ,ເຊິ່ງສາລະບານອົງປະກອບເສດຖະກິດຂອງສປປ ລາວ ສອດຄ່ອງກັບສາກົນ, ພ້ອມກັນນັ້ນໃຫ້ສາມາດຍາດໄດ້ຄະແນນທີ່ສູງຂຶ້ນຈາກການປະເມີນລາຍຈ່າຍການເງິນພາກລັດ ແລະ ຄວາມຮັບຜິດຊອບດ້ານການເງິນ (PEFA).

        ໂອກາດດັ່ງກ່າວ,ທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີກະຊວງການເງິນ ໄດ້ໃຫ້ກຽດເຂົ້າຮ່ວມກ່າວປິດກອງປະຊຸມ ແລະ ສະແດງຄວາມຂອບໃຈຫົວໜ້າຫ້ອງການພັດທະນາຂີດຄວາມສາມາດ (CDOT) ຂອງກອງທຶນການເງິນສາກົນ (IMF), ເຊິ່ງຖືວ່າເປັນກອງປະຊຸມວິຊາການທີ່ສໍາຄັນເພື່ອແລກປ່ຽນບົດຮຽນທັງເປັນໂອກາດໃນການຍາດແຍ່ງເອົາຄວາມຮູ້ ແລະ ປະສົບການດ້ານວິຊາການ, ເພື່ອນໍາໃຊ້ເຂົ້າໃນການປະຕິຮູບການຄຸ້ມຄອງການເງິນແຫ່ງລັດ ຂອງ ສປປ ລາວ ໃຫ້ສອດຄ່ອງກັບສະພາບຕົວຈິງຢ່າງມີປະສິດທິຜົນ.

        ກອງປະຊຸມຄັ້ງນີ້, ລ້ວນແລ້ວແຕ່ມີພະນັກງານວິຊາການຈາກບັນດາກົມອ້ອມຂ້າງກະຊວງໃນການປັບປຸງຂະ   ແໜງການເງິນແຫ່ງລັດທີ່ຈະຕ້ອງນໍາໃຊ້ສາລະບານບັນຊີ-ງົບປະມານ ສະບັບປັບປຸງໃໝ່ໃນການສ້າງ ແລະ ເກັບກໍາຂໍ້ມູນການເງິນໃຫ້ເປັນອັນລະອຽດ, ເພື່ອສາມາດສະຫຼຸບສັງລວມຕາມມາດຕະຖານສາກົນແລ້ວນໍາມາວິເຄາະ ແລະ ລາຍງານຫາຂັ້ນນໍາ, ແນໃສ່ນໍາໃຊ້ໃນການພິຈາລະນາຕັດສິນບັນຫາດ້ານການເງິນແຫ່ງລັດຢ່າງມີວິທະຍາສາດ, ມີລັກສະນະຮອບ ດ້ານ ແລະ ມີຄວາມວ່ອງໄວທັນກັບສະພາບການປ່ຽນແປງແຕ່ລະໄລຍະ.

        ຄຽງຄູ່ກັນນີ້, ຜູ້ເຂົ້າຮ່ວມໄດ້ແລກປ່ຽນຮ່ວມກັນ ແລະ ທີ່ໄດ້ຮຽນຮູ້ຈາກບັນດາຊ່ຽວຊານຈະເປັນປະໂຫຍດໃຫ້ພະນັກງານວິຊາການຂອງກະຊວງການເງິນທີ່ເຂົ້າຮ່ວມກອງປະຊຸມ ໃນຄັ້ງນີ້ນໍາໄປຜັນຂະຫຍາຍໃນການຈັດຕັ້ງປະຕິບັດສາລະບານບັນຊີ-ງົບປະມານ ແລະ ລະບົບບັນຊີລວມສູນຄັງເງິນແຫ່ງຊາດເຂົ້າໃນວຽກງານຄຸ້ມຄອງການເງິນຕາມພາລະບົດບາດຂອງກົມກອງຕົນ ໂດຍໃຫ້ສອດຄ່ອງກັບສະພາບການຕົວຈິງຂອງສປປ ລາວ ຢ່າງມີທ່າຫັນປ່ຽນໄປສູ່ອັນໃໝ່ທີ່ດີຂຶ້ນກວ່າເກົ່າ.

© 2025 Copyright: ກະຊວງການເງິນ, ສປປ ລາວ