• ຫ້ອງການ
  • |
  • 2025-06-19
  • |
  • ວຽກວິຊາສະເພາະ

        ໃນວັນທີ 19 ມິຖຸນາ 2025, ທີ່ໂຮງແຮມ ອາມາຣີ, ນະຄອນຫຼວງວຽງຈັນ, ກົມການເງິນຕ່າງປະເທດ ກະຊວງການເງິນ ໄດ້ຈັດກອງປະຊຸມຝຶກອົບຮົມແລກປ່ຽນບົດຮຽນວຽກງານ ການເງິນ-ງົບປະມານສີຂຽວ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ແພງຄ່ຽມ ໄຊຍະແກ້ວ ຮອງຫົວໜ້າກົມການເງິນຕ່າງປະເທດ ກະຊວງການເງິນ ແລະ ທ່ານ ນາງ ເວີເລ ສະເມັດ ຫົວໜ້າອົງການຮ່ວມມື ສະຫະພາບເອີຣົບ (EU) ປະຈຳ ສປປ ລາວ, ພ້ອມທັງ ຕາງໜ້າ ກົມກ່ຽວຂ້ອງຂອງກະຊວງການເງິນ ແລະ ກະຊວງຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

      ໃນກອງປະຊຸມ ທ່ານ ນາງ ແພງຄ່ຽມ ໄຊຍະແກ້ວ ຮອງຫົວໜ້າກົມການເງິນຕ່າງປະເທດ ໄດ້ສະແດງຄວາມຂອບໃຈ ຕໍ່ອົງການຮ່ວມມືສາກົນ ເພື່ອເສດຖະກິດ ແລະ ການພັດທະນາ (OECD) ທີ່ສະໜັບສະໜູນການຈັດກອງປະຊຸມໃນຄັ້ງນີ້. ກອງປະຊຸມຝຶກອົບຮົມ ແມ່ນໜຶ່ງໃນວຽກງານການມາເຄື່ອນໄຫວເຮັດວຽກກັບພາກສ່ວນກ່ຽວຂ້ອງ ທີ່ດຳເນີນໃນຂອບໂຄງການ  ການເຊື່ອມປະສານວຽກງານສີຂຽວ, ຄວາມສະເໝີພາບ ຍິງ-ຊາຍ ແລະ ເປົ້າໝາຍການພັດທະນາຍືນຍົງ ເຂົ້າກັບງົບປະມານແຫ່ງລັດ. 

        ຈຸດປະສົງ ເພື່ອເຜີຍແຜ່ກ່ຽວກັບ ວຽກງານການເງິນ-ງົບປະມານສີຂຽວ ຜ່ານປະສົບການຕົວຈິງຂອງບັນດາປະເທດໃນພາກພື້ນອາຊີ ແລະ OECD, ໂດຍສະເພາະ ການສຶກສາບັນດາກົນໄກ ແລະ ເຄື່ອງມືຕິດຕາມ, ສາທິດຮ່າງບົດລາຍງານ ແລະ ສົ່ງເສີມຄວາມໂປ່ງໃສ, ການສ້າງຍຸດທະສາດວຽກງານການເງິນ-ງົບປະມານສີຂຽວ ໃຫ້ສອດຄ່ອງກັບສະພາບການຂອງ ສປປ ລາວ, ລວມທັງ ບັນລຸເປົ້າໝາຍ ຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ປົກປັກຮັກສາສິ່ງແວດລ້ອມ ຢ່າງມີປະສິດທິຜົນ. 

        ພ້ອມນີ້, ຍັງໄດ້ຮັບຟັງການສົນທະນາແລກປ່ຽນກ່ຽວກັບ ກາລະໂອກາດ ແລະ ສິ່ງທ້າທາຍ ໃນການຈັດຕັ້ງປະຕິບັດວຽກງານການເງິນ-ງົບປະມານສີຂຽວ ຢູ່ ສປປ ລາວ (Panel Discussion), ເຊິ່ງຕາງໜ້າຈາກ ກົມນະໂຍບາຍການເງິນ ກະຊວງການເງິນ, ກົມແຜນການ ແລະ ການເງິນ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ແລະ ຊ່ຽວຊານ OECD ຂຶ້ນເປັນຜູ້ນໍາສະເໜີ (Panelists). 

        ພ້ອມກັນນັ້ນ, ທ່ານ ນາງ ເວີເລ ສະເມັດ  ຍັງໃຫ້ຮູ້ອີກວ່າ ສປປ ລາວ ແລະ EU ມີການພົວພັນຮ່ວມມືກັນມາຍາວນານ, ເຊິ່ງສະແດງອອກໃນການໃຫ້ການສະໜັບສະໜູນວຽກງານ ການສຶກສາ, ການບໍລິຫານຄຸ້ມຄອງ, ປົກປັກຮັກສາສິ່ງແວດລ້ອມ, ແລະ ວຽກງານການປ່ຽນແປງດິນຟ້າອາກາດ ຕິດພັນກັບ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ. ທັງໃຫ້ເຫັນໄດ້ຄວາມສໍາຄັນຂອງ ວຽກງານການເງິນ-ງົບປະມານສີຂຽວ ແລະ ຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນກັບ ບັນດາປະເທດໃນພາກພື້ນອາຊີ ແລະ OECD ເພື່ອນໍາມາດັດປັບໃຫ້ແທດເໝາະກັບ ສະພາບການຂອງ ສປປ ລາວ. EU ແລະ OECD ພ້ອມໃຫ້ການຊ່ວຍເຫຼືອ ສປປ ລາວ ໃນການໃຫ້ຄໍາແນະນໍາ ແລະ ສະໜອງບົດຮຽນໃນວຽກງານດັ່ງກ່າວ ເພື່ອປະກອບສ່ວນເຂົ້າໃນວຽກງານ ການປະຕິຮູບການຄຸ້ມຄອງການເງິນພາກລັດ (PFM Strategy) ແລະ ການຄຸ້ມຄອງການເງິນພາກລັດສີຂຽວ (Green PFM) ຕິດພັນກັບການສ້າງຍຸດທະສາດການເງິນ ແລະ ປະກອບສ່ວນເຂົ້າໃນການບັນລຸ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃນແຕ່ລະໄລຍະ.

© 2025 Copyright: ກະຊວງການເງິນ, ສປປ ລາວ