• ກະຊວງການເງິນ
  • |
  • 2025-06-18
  • |
  • ວຽກງານພັກ-ພະນັກງານ

        ໃນວັນທີ 18 ມິຖຸນາ 2025, ທີ່ກະຊວງແຜນການ ແລະ ການລົງທຶນ ໄດ້ມີພິທີ ປະກາດການຈັດຕັ້ງພາຍຫຼັງໂຮມກະຊວງແຜນການ ແລະ ການລົງທຶນ ເຂົ້າກັບ ກະຊວງການເງິນ, ເອີ່ນວ່າ: ກະຊວງການເງິນ ໂດຍການເປັນປະທານ ຂອງ ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີສະຫາຍ ສັນຕິພາບ ພົມວິຫານ ລັດຖະມົນຕີການເງິນ,  ພ້ອມດ້ວຍຄະນະ, ຄະນະກົມ ແລະ ພະແນກການກ່ຽວຂ້ອງເຂົ້າຮ່ວມ.

       ໂອກາດດັ່ງກ່າວ, ສະຫາຍ ສຸກຄໍຳເພັດ ເຮືອງບຸດສີ ຮອງປະທານກວດກາສູນກາງພັກ, ໄດ້ຕາງໜ້າຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຜ່ານຄໍາສັ່ງວ່າດ້ວຍການຍົກຍ້າຍເລຂາຄະນະພັກ, ລັດຖະດຳລັດວ່າດ້ວຍການຍົກຍ້າຍລັດຖະມົນຕີ, ມະຕິວ່າດ້ວຍການແຕ່ງຕັ້ງເລຂາຄະນະພັກ, ລັດຖະດໍາລັດວ່າດ້ວຍການແຕ່ງຕັ້ງລັດຖະມົນຕີ, ມະຕິວ່າດ້ວຍການສ້າງຕັ້ງອົງຄະນະພັກຊຸດໃໝ່ ແລະ ຜ່ານແຈ້ງການຂອງຄະນະຮັບຜິດຊອບປັບປຸງກົງຈັກການຕັດຕັ້ງ ແລະ ນິຕິກຳ, ເຊິ່ງກົມການເມືອງສູນກາງພັກຕົກລົງແຕ່ງຕັ້ງ: ສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເປັນເລຂາຄະນະບໍລິຫານງານພັກກະຊວງການເງິນ; ປະທານປະເທດອອກລັດຖະດຳລັດສະບັບເລກທີ 099/ປປທ, ລົງວັນທີ 13 ມິຖຸນາ 2025 ແຕ່ງຕັ້ງ: ທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ ເປັນລັດຖະມົນຕີກະຊວງການເງິນ.

        ຄຳສັ່ງຂອງຄະນະເລຂາທິການສູນກາງພັກສະບັບເລກທີ 535/ຄລສພ, ລົງວັນທີ 12 ມິຖຸນາ 2025 ວ່າດ້ວຍການຍຸບເລີກ ອົງຄະນະພັກກະຊວງການເງິນ ແລະ ອົງຄະນະພັກກະຊວງແຜນການ ແລະ ການລົງທຶນ; ຄະນະເລຂາທິການສູນກາງພັກເຫັນດີໂຮມເອົາການຈັດຕັ້ງຮາກຖານພັກ, ຈໍານວນສະມາຊິກພັກຂອງອົງຄະນະພັກກະຊວງການເງິນ ແລະ ອົງຄະນະພັກກະຊວງແຜນການ ແລະ ການລົງທຶນ, ສ້າງຕັ້ງເປັນອົງຄະນະພັກກະຊວງການເງິນ; ຄະນະເລຂາທິການສູນກາງພັກອອກມະຕິຕົກລົງ ສະບັບເລກທີ 549/ຄລສພ.ລົງວັນທີ 13 ມິຖຸນາ 2025 ວ່າດ້ວຍການສ້າງຕັ້ງອົງຄະນະພັກກະຊວງການເງິນ, ຄະນະເລຂາທິການສູນກາງພັກຕົກລົງເຫັນດີບົງຕົວແຕ່ງຕັ້ງ ຄະນະບໍລິ ຫານງານພັກກະຊວງການເງິນປະກອບມີ 9 ສະຫາຍ, ຍິງ 2 ສະຫາຍ,ເຊິ່ງມີລາຍລະອຽດດັ່ງນີ້:

1. ສະຫາຍ ສັນຕິພາບ ພົມວິຫານ ເປັນເລຂາຄະນະບໍລິຫານງານພັກ,

2. ສະຫາຍ ນາງ ພອນວັນ ອຸທະວົງ ເປັນຮອງເລຂາຄະນະບໍລິຫານງານພັກ,

3 .ສະຫາຍ ພູວົງ ກິດຕະວົງ ເປັນຄະນະປະຈຳພັກ,

4. ສະຫາຍ ສຸລິວັດ ສຸວັນນະຈູມຄຳ ເປັນກຳມະການຄະນະພັກ,

5. ສະຫາຍ ນາງ ເພັດສະໜອນ ສອນ ເປັນກຳມະການຄະນະພັກ,

6. ສະຫາຍ ອຸບັນ ສຸພິດາ ເປັນກຳມະການຄະນະພັກ,

7. ສະຫາຍ ພູເຂົາຄຳ ວັນນະວົງໄຊ ເປັນກຳມະການຄະນະພັກ,

8. ສະຫາຍ ວົງຄຳແຫງ ວົງທະຈັກ ເປັນກຳມະການຄະນະພັກ,

9. ສະຫາຍ ອຸຕະແກ້ວ ແກ້ວດວງສິນ ເປັນກຳມະການຄະນະພັກ,

ກະຊວງການເງິນ ( ໃໝ່ ) ປະກອບມີ 17 ກົມ ແລະ ທຽບເທົ່າ ສູນ ສະຖິຕິແຫ່ງຊາດ ມີ2 ກົມຂື້ນກັບ ແລະ ສະຖາບັນການເງິນ - ການບັນຊີ ມີ 2 ຫົວໜ່ວຍວິຊາການຂັ້ນສອງ ແລະ ປະກາດແຕ່ງຕັ້ງຫົວໜ້າກົມ ຊຶ່ງມີລາຍລະອຽດດັ່ງລຸ່ມນີ້ :

1. ສະຫາຍ ສົມຈິດ ຄຳມຸງຄຸນ ເປັນຫົວໜ້າຫ້ອງການກະຊວງ,

2. ສະຫາຍ ອຸບັນ ສຸພິດາ ເປັນຫົວໜ້າກົມຈັດຕັ້ງ ແລະ ພະນັກງານ,

3. ສະຫາຍ ຂັນຄໍາ ໄຊຍະວົງ ເປັນຮັກສາການ ຫົວໜ້າກົມກວດກາລັດ,

4. ສະຫາຍ ໜູເຊີຍ ພົມສີຈັນ ເປັນຫົວໜ້າກົມງົບປະມານແຫ່ງລັດ,

5. ສະຫາຍ ສິດທິລົດ ຣາຊະພົນ ເປັນຫົວໜ້າກົມນະໂຍບາຍເສດຖະກິດ ແລະ ການເງິນ,​

6. ສະຫາຍ ສີຈັນທາ ທຳມະວົງ ເປັນຮັກສາການຫົວໜ້າ​ກົມແຜນການ,

7. ສະຫາຍ ອຸຕະແກ້ວ ແກ້ວດວງສິນ ເປັນຫົວໜ້າກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ,

8. ສະຫາຍ ວົງຄຳແຫງ ວົງທະຈັກ ເປັນຫົວໜ້າກົມຮ່ວມມື ແລະ ການເງິນສາກົນ,

9. ສະຫາຍ ບຸນປະເສີດ ສີກຸນລະບຸດ ເປັນຫົວໜ້າກົມສ່ວຍສາອາກອນ,

10. ສະຫາຍ ພູເຂົາຄໍາ ວັນນະວົງໄຊ ເປັນຫົວໜ້າກົມພາສີ,

11. ສະຫາຍ ນາງ ຍອດ ແພງສົມບັດ ເປັນຫົວໜ້າຄັງເງິນແຫ່ງລັດ,

12. ສະຫາຍ ທຳມະລົດ ຣາຊະພົນ ເປັນຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ,

13. ສະຫາຍ ໄພທູນ ທ່ຽງລະໄມ ເປັນຫົວໜ້າກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ,

14. ສະຫາຍ ວິເລດ ກິນນະວົງ ເປັນຫົວໜ້າກົມຄຸ້ມຄອງໜີ້ສິນສາທາລະນະ,

15. ສະຫາຍ ອຸດອນ ທຳມະວົງສາ ເປັນຮັກສາການຫົວໜ້າກົມຄຸ້ມຄອງການບັນຊີ,

16. ສະຫາຍ ວິໄລທອງ ສຸດທະວິໄລ ເປັນຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ,

17. ສະຫາຍ ຟອງສີສຸພັນ ພົມມະວົງ ເປັນຫົວໜ້າສະຖາບັນເສດຖະກິດການເງິນ ແລະ ມີຫົວໜ່ວຍສະຖາບັນຂັ້ນສອງຂຶ້ນກັບ ຄື: ສະຖາບັນເສດຖະກິດການເງິນ ສາຂາພາກເໜືອ ແລະ ສະຖາບັນເສດຖະກິດການເງິນ ສາຂາພາກໄຕ້,​

18. ສະຫາຍ ລຽນທອງ ສຸພານີ ເປັນຮັກສາການຫົວໜ້າກົມສະຖິຕິເສດຖະກິດ ແລະ ສັງຄົມ,

19. ສະຫາຍ ວິໄຊ ສັນຕິວົງ ເປັນຫົວໜ້າກົມສະຖິຕິສິ່ງແວດລ້ອມ ແລະ ຄວາມໝັ້ນຄົງ.

ສຳລັບກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ ແມ່ນເຫັນດີໃຫ້ໂອນວຽກຄຸ້ມຄອງວິສາ ຫະກິດລັດລົງທຶນທີ່ກ່ຽວກັບສິດ, ໜ້າທີ່ຂອງຄະນະປະຕິຮູບວິສາຫະກິດ ໄປຂຶ້ນກັບຄະນະປະຕິຮູບວິສາຫະກິດ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງຈຳນວນໜຶ່ງ.

        ໂອກາດນີ້, ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ໄດ້ມີຄຳເຫັນວ່າ: ການປະກາດການຈັດຕັ້ງໃນຄັ້ງນີ້, ແມ່ນອີງໃສ່ທິດຊີ້ນຳຂອງກົມການເມືອງ, ພາຍຫລັງທີ່ມີການປັບປຸງນີ້ແລ້ວ ສະເໜີໃຫ້ຄະນະພັກ-ຄະນະນຳ ສືບຕໍ່ເປັນເຈົ້າການນຳພາແນວຄິດ ໃຫ້ແກ່ສະມາຊິກພັກພະນັກງານ ໃຫ້ມີຄວາມຮັບຮູ້ຢ່າງເລິກເຊິ່ງ ມີອຸດົມການທີ່ໜຽວແໜ້ນທີ່ສຸດ, ແຕ່ໃນນັ້ນ ຕ້ອງໄດ້ສ້າງຄວາມເປັນເອກະພາບ ເພື່ອໃຫ້ມີຄວາມເປັນເອກະພາບຢູ່ໃນອຸດົມການ; ສ້າງຄວາມເອກະພາບຢູ່ໃນຄະນະພັກກະຊວງ, ເອກະພາບກັບຂັ້ນເທິງ, ເອກະພາບກັບການຈັດຕັ້ງ ເຕົ້າໂຮມຄວາມສາມັກຄີໃນລະບຽບຫລັກການລວມສູນປະຊາ ທິປະໄຕ, ເຮັດວຽກເປັນໝູ່ຄະນະ. ພ້ອມນີ້, ຄະນະພັກຄະນະນຳກະຊວງ ໃຫ້ເອົາໃຈໃສ່ປຶກສາຫາລື, ມີການແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງ, ຫລັງຈາກນັ້ນ ກໍໃຫ້ບັນດາສະຫາຍສືບຕໍ່ ປັບປຸງການຈັດຕັ້ງ ຢູ່ຂັ້ນທ້ອງຖິ່ນ ໃຫ້ສຳເລັດໂດຍໄວ ເພື່ອເຮັດໃຫ້ຖັນແຖວສະມາຊິກພັກ, ພະນັກງານມີຄວາມເຊື່ອໝັ້ນ ອຸ່ນອ່ຽນຕໍ່ພັກ ແລະ ລັດຖະບານ.

© 2025 Copyright: ກະຊວງການເງິນ, ສປປ ລາວ