ໃນຕອນບ່າຍວັນທີ 18 ມິຖຸນາ 2025 ກະຊວງການເງິນ ໄດ້ ສະສາງລົດໃຫ້ພະນັກງານບໍຳນານ ຂອງກະຊວງສາທາລະນະສຸກ ໂດຍການເປັນປະທານຂອງ ທ່ານ ສົມບູນ ແກ່ນປະເສີດ ຮອງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ພ້ອມດ້ວຍ ພະນັກງານບໍານານ ຂອງກະຊວງສາທາລະນະສຸກ ແລະ ຄະນະຮັບຜິດຊອບເຂົ້າຮ່ວມ. ໃນການສະສາງລົດຂອງລັດ ໃຫ້ແກ່ພະນັກງານບໍານານ ຄັ້ງນີ້ ແມ່ນອີງຕາມ ຂໍ້ຕົກລົງ ວ່າດ້ວຍການສະສາງລົດຂອງລັດ ສະບັບເລກທີ 169/ນຍ ລົງວັນທີ 28 ທັນວາ 2023 ແລະ ອິງຕາມ ຄໍາແນະນໍາ ກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ລົດບໍລິຫານຂອງລັດ ສະບັບເລກທີ 0393/ກງ, ລົງວັນທີ 04 ກຸມພາ 2022. ດັ່ງນັ້ນກົມຄຸ້ມຄອງຊັບສິນແຫ່ງລັດ ພ້ອມດ້ວຍຄະນະຮັບຜິດຊອບ ຈຶ່ງໄດ້ດໍາເນີນການນຳເອົາລົດ ຂອງກະຊວງສາທາລະນະສຸກ ຈຳນວນ 100 ຄັນ ມາປົດປ້າຍທະບຽນ (ປ້າຍລັດບໍລິຫານອອກ) ແລ້ວນຳມາປະກອບເອກະສານສະສາງໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ. ໃນການສະສາງລົດລັດໃຫ້ພະນັກງານກະຊວງສາທາລະນະສຸກ ຄັ້ງນີ້ ມີຈຳນວນທັງໝົດ 100 ຄັນ ເຊິ່ງໃນນັ້ນປະກອບມີ ປະເພດລົດກະບະ ຈໍານວນ 32 ຄັນ, ລົດຈິບ ຈໍານວນ 31 ຄັນ, ລົດຕູ້ ຈໍານວນ 04 ຄັນ, ລົດເກັງ ຈໍານວນ 04 ຄັນ ແລະ ລົດຈັກ ຈໍານວນ 29 ຄັນ ທັງໝົດນີ້ ສາມາດສະສາງໃຫ້ພະນັກງານບໍານານ ທີ່ໄດ້ນໍາໃຊ້ໃນໄລຍະຜ່ານມາ ແລະ ເປັນລົດຂອງພະນັກງານທີ່ມີເງຶ່ອນໄຂຄົບຖ້ວນແລ້ວຈຶ່ງສາມາດສະສາງອອກໄດ້.
