• ກົມງົບປະມານແຫ່ງລັດ
  • |
  • 2025-06-17
  • |
  • ວຽກວິຊາສະເພາະ

          ວັນທີ 17 ມິຖຸນາ 2025 ທີ່ ໂຮງແຮມ ລາວພລາຊ້າ ນະຄອນຫຼວງວຽງຈັນ, ກົມນະໂຍບາຍການເງິນ ກະຊວງການເງິນ ໄດ້ຈັດຊຸດຝຶກອົບຮົມ ການທົດສອບການນໍາໃຊ້ງົບປະມານຢ່າງມີປະສິດທິພາບ “Budget Stress Testing Project” ຂຶ້ນພາຍໃຕ້ການສະໜັບສະໜູນຂອງອົງການສະຫະປະຊາຊາດ ເພ່ື່ອຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ ໂດຍການເປັນປະທານຂອງ ທ່ານ ນາງ ວຽງຄອນ ຈິນດາວົງ ຮອງຫົວໜ້າກົມນະໂຍບາຍການເງິນ, ມີນັກເສດຖະສາດອາວຸໂສ UNRCO ປະຈໍາ ລາວ, ນັກເສດຖະສາດອາວຸໂສ ທະນາຄານພັດທະນາອາຊີ ປະຈໍາ ລາວ, ຊ່ຽວຊານຫ້ອງການເສດຖະກິດປະຈໍາ UNDRRປະເທດໄທ, ຊ່ຽວຊານທາງດ້ານສະຖິຕິປະຈໍາໂຄງການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

          ທ່ານ ນາງ ວຽງຄອນ ຈິນດາວົງ ຮອງຫົວໜ້າກົມນະໂຍບາຍການເງິນ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ແມ່ນເປັນການສ້າງຂີດຄວາມສາມາດໃຫ້ແກ່ພະນັກງານລັດ, ເສີມສ້າງຄວາມເຂົ້າໃຈດ້ານວິຊາການ ກ່ຽວກັບຜົນກະທົບຕໍ່ງົບປະມານແຫ່ງລັດ ຈາກເຫດການໄພພິບັດທາງທໍາມະຊາດ, ຝຶກອົບຮົມການປະຕິບັດຕົວຈິງ ໃນການສ້າງ ແລະ ນໍາໃຊ້ແບບຈໍາລອງ SFC ໃນ ສປປ ລາວ, ແນະນໍາການເຊື່ອມສານຜົນໄດ້ຮັບຈາກແບບຈໍາລອງ CAT ເຂົ້າໃນແບບຈໍາລອງເສດຖະກິດມະຫາພາກ, ອະທິບາຍຜົນກະທົບຂອງໄພພິບັດທາງທໍາມະຊາດ ພາຍໃຕ້ເຫດການໄພພິບັດຕ່າງໆ ເຊິ່ງຜົນກະທົບເຫຼົ່ານີ້ ລວມມີຜົນກະທົບຕໍ່ງົບປະມານ ແລະ ລາຍຈ່າຍແຫ່ງລັດ ລວມທັງຜົນກະທົບຕໍ່ລະດັບໜີ້ສາທາລະນະ, ນໍາສະເໜີວິທີການວິເຄາະຕົ້ນທຶນ-ຜົນປະໂຫຍດ ສໍາລັບການລົງທຶນເພື່ອປ້ອງກັນໄພພິບັດ ແລະ ການນໍາໃຊ້ເຄື່ອງມືປົກປ້ອງທາງການເງິນ, ສົ່ງເສີມໃຫ້ມີການນໍາໃຊ້ ແລະ ເຊື່ອມສານຜົນໄດ້ຮັບຈາກການວິເຄາະ ເຂົ້າໃນການສ້າງນະໂຍບາຍງົບປະມານ. 

        ພ້ອມທັງຮຽນຮູ້ບັນດາ ຄວາມສ່ຽງດ້ານງົບປະມານ ແລະ ເປັນວິທີການຄາດຄະເນຄວາມສ່ຽງພາຍໃຕ້ການສ້າງແບບຈໍາລອງໄພພິບັດ ຫຼື CAT Modeling; ການວິເຄາະສະຖານະການ ແລະ ການທົດສອບການນໍາໃຊ້ງົບປະມານຢ່າງມີປະສິດທິພາບ; ການວິເຄາະສະຖານະການ ແລະ ການນຳໃຊ້ນະໂຍບາຍ; ການປະເມີນຄວາມບອບບາງທາງດ້ານງົບປະມານກ່ຽວກັບໄພພິບັດໂດຍຜ່ານການທົດສອບການນໍາໃຊ້ງົບປະມານຢ່າງມີປະສິດທິພາບ. ຜ່ານການເຂົ້າຮ່ວມຝຶກອົບຮົມໃນຫົວຂໍ້ດັ່ງກ່າວ ຈະສາມາດຍົກສູງຄວາມຮູ້, ຄວາມສາມາດຂອງພະນັກງານພາກລັດເຮົາພໍສົມຄວນ.

 

© 2025 Copyright: ກະຊວງການເງິນ, ສປປ ລາວ