• ຫ້ອງການ
  • |
  • 2025-06-16
  • |
  • ວຽກຮ່ວມມື

          ໃນວັນທີ 16 ມິຖຸນາ 2025 ທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີກະຊວງການເງິນ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ຣັງສິມາ ພັກເກາະ ປະທານ ບໍລິສັດ EGATi, ພ້ອມດ້ວຍຄະນະ ເພື່ອຂໍທິດຊີ້ນຳໃນດ້ານນະໂຍບາຍ ແລະ ກາລະໂອກາດໃນການຮ່ວມມືດ້ານພະລັງງານ ລະຫວ່າງ  ສປປ ລາວ ແລະ ລາຊະອານາຈັກໄທ ໂດຍຜ່ານຮູບແບບການລົງທຶນໂຄງການຕ່າງໆ ເພື່ອຄວາມໝັ້ນຄົງດ້ານພະລັງງານຂອງສອງປະເທດ. ພາຍຫຼັງໄດ້ຮັບທິດຊີ້ນຳແລ້ວ ບໍລິສັດ EGATi ຈະນໍາເອົາເນື້ອໃນຈິດໃຈດັ່ງກ່າວ ໄປສືບຕໍ່ປຶກສາຫາລືກັບບັນດາກະຊວງທີ່ກ່ຽວຂ້ອງໃນລາຍລະອຽດ ແລະ ລົງເລິກວຽກງານວິຊາສະເພາະເພີ່ມຕື່ມ. 

        ການເຂົ້າຢ້ຽມຂ່ຳນັບ ຂອງບໍລິສັດ EGATi ໃນຄັ້ງນີ້ ແມ່ນສືບເນື່ອງມາຈາກຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ກະຊວງພະລັງງານ ຂອງ ລາດຊະອານາຈັກໄທ ເດີນທາງ ມາເຮັດວຽກຢູ່ ສປປ ລາວ ໃນ 15 ພຶດສະພາ 2025 ຜ່ານມາ ເພື່ອປຶກສາຫາລືການຮ່ວມມືດ້ານເສດຖະກິດ ລະຫວ່າງ ສອງປະເທດ ສປປ ລາວ ແລະ ລາຊະອານາຈັກໄທ, ໂດຍທ່ານໄດ້ຊີ້ນຳໃຫ້ ບໍລິສັດ EGATi ເປັນຕົວແທນຂອງລັດໃນການລົງທຶນດ້ານພະລັງງານໃນ ສປປ ລາວ. 

ປັດຈຸບັນ, EGATi ໄດ້ລົງທຶນໃນ ໂຄງການໄຟຟ້ານ້ຳງຽບ 1 ທີ່ສຳເລັດດການກໍ່ສ້າງ ແລະ ຈຳຫນ່າຍໄຟຟ້າມາແຕ່ປີ 2019 ຮອດ ປະຈຸບັນ, ຊື່ງຖືຮຸ້ນຢູ່ 30% ຂອງໂຄງການ.

© 2025 Copyright: ກະຊວງການເງິນ, ສປປ ລາວ