• ກະຊວງການເງິນ
  • |
  • 2025-06-16
  • |
  • ວຽກວິຊາສະເພາະ

        ໃນຕອນບ່າຍວັນທີ 16 ມິຖຸນາ 2025 ຢູ່ທີ່ຫ້ອງປະຊຸມໃຫຍ່ກົມສ່ວຍສາອາກອນ, ກະຊວງການເງິນ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຊີ້ນໍາ-ນໍາພາວຽກງານຮອບດ້ານ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ເດືອນທ້າຍປີ 2025 ຂອງຄະນະບໍລິຫານງານພັກກະຊວງການເງິນ, ພ້ອມນີ້, ຍັງໄດ້ເຜີຍແຜ່ນິຕິກໍາຂອງຂັ້ນເທິງກ່ຽວກັບກົງຈັກການ ຈັດຕັ້ງ, ການຊັບຊ້ອນພະນັກງານການນໍາພາຮັບອຸດໜູນບໍານານຂັ້ນກົມ, ຮອງກົມຈໍານວນໜຶ່ງ.

        ໂດຍການເປັນປະທານຂອງທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການເງິນ, ມີກຳມະການປະຈຳພັກ, ຄະນະກຳມະການພັກ, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ພະນັກງານນໍາພາ-ຄຸ້ມຄອງຂັ້ນຮອງພະແນກ ແລະ ຄະນະໜ່ວຍພັກລັດວິສາຫະລິດທີ່ຂຶ້ນກັບກະຊວງການເງິນເຂົ້າຮ່ວມ.

        ໃນກອງປະຊຸມ,ທ່ານ ພູວົງ ກິດຕະວົງ  ກຳມະການປະຈຳພັກ ຮອງລັດຖະມົນຕິກະຊວງການເງິນ ໄດ້ຜ່ານບົດສະຫຼຸບຕີລາຄາການນຳພາ-ຊີ້ນຳວຽກງານຮອບດ້ານ 06 ຕົ້ນປີ ແລະ ທິດທາງແຜນການ 06 ເດືອນທ້າຍປີ 2025 ເຊິ່ງໄດ້ຍົກໃຫ້ເຫັນການເຄື່ອນໄຫວວຽກງານຮອບດ້ານຂອງການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ໂດຍສະເພາະການຈັດຕັ້ງປະຕິບັດລາຍຮັບ-ລາຍຈ່າຍງົບປະມານແຫ່ງລັດຮອດວັນທີ 06 ມິຖຸນາ 2025 ປະຕິບັດໄດ້ 33,565 ຕື້ກີບເທົ່າກັບ 49% ຂອງແຜນການປີ ຫຼື ເທົ່າກັບ 8.95% ຂອງ GDP (ທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 29% ເປັນເງິນ 7,607 ຕື້ກີບ) ເຫັນວ່າມີທ່າອ່ຽງເພີ່ມຂຶ້ນເມື່ອທຽບໃສ່ໄລຍະດຽວກັນ.

        ດ້ານລາຍຈ່າຍປະຕິບັດໄດ້ 22,968 ຕື້ກີບເທົ່າກັບ 32% ຂອງແຜນການປີ; ຂັ້ນສູນກາງປະຕິບັດໄດ້ 16,392 ຕື້ກີບເທົ່າກັບ 28% ຂອງແຜນການປີ ແລະ ທ້ອງຖິ່ນ 6,576 ຕື້ກີບເທົ່າກັບ 48% ຂອງແຜນການປີ, ໂດຍສ່ວນໃຫຍ່ໄດ້ເບີກຈ່າຍເງິນເດືອນ, ເງິນນະໂຍບາຍຕ່າງໆໃຫ້ທັນຕາມກໍານົດເວລາ, ສິ່ງສໍາຄັນສາມາດຊໍາລະໜີ້ສິນຕາມຂໍ້ຜູກພັນສັນຍາ, ລາຍຈ່າຍຮັບໃຊ້ວັນສໍາຄັນຂອງຊາດ ແລະ ຮັບປະກັນການເຄື່ອນໄຫວຂອງບັນດາກົງຈັກຂອງພັກລັດຖະບານໄດ້ເປັນປົກກະຕິ.

        ສຳລັບທິດທາງແຜນການວຽກງານ 06 ເດືອນທ້າຍປີ 2025 ຈະສູ້ຊົນການຈັດຕັ້ງປະຕິບັດລາຍຮັບໃຫ້ໄດ້ຕາມແຜນ ແລະ ລື່ນແຜນການ, ໂດຍຈະໄດ້ສຸມໃສ່ບາງມາດຕະການ ແລະ ວຽກຈຸດສຸມຕົ້ນຕໍເຊັ່ນ: ປັບປຸງລະບົບການຈັດຕັ້ງຂອງຂະແໜງການເງິນໃຫ້ກະທັດຮັດ; ຄົ້ນຄວ້າສ້າງ ແລະ ປັບປຸງກົດໝາຍ; ແກ້ໄຂຄວາມຫຍຸ້ງຍາກທາງດ້ານການເງິນແຫ່ງລັດ; ຈັດເກັບລາຍຮັບຈາກຖານລາຍຮັບທີ່ມີຢູ່ປັດຈຸບັນໃຫ້ຄົບຖ້ວນ; ຢຸດຕິການຍົກເວັ້ນພາສີ-ອາກອນ; ປະຕິບັດມາດຕະການປະຢັດ ແລະ ຕ້ານການຟຸ້ມເຟືອຍ; ຫັນກົນໄກການຄຸ້ມຄອງງົບປະມານຂອງລັດເປັນທັນສະໄໝ; ປັບປຸງໂຄງສ້າງດ້ານລາຍຈ່າຍຂອງບັນດາຫົວໜ່ວຍງົບປະມານພາຍຫຼັງມີການໂຮມຫົວໜ່ວຍງົບປະມານເຂົ້າກັນ; ສ້າງແຜນງົບປະມານແຫ່ງລັດ 5 ປີ 2026-2030 ເພື່ອສາມາດຕອບສະໜອງໃຫ້ແກ່ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ X.

        ໃນກອງປະຊຸມຍັງໄດ້ຮັບຟັງຜ່ານແຈ້ງການກ່ຽວກັບການປັບປຸງກົງຈັກການຈັດຕັ້ງ  ແລະ ບຸກຄະລາກອນ ພາຍ ຫຼັງໂຮມກະຊວງ, ຜ່ານແຈ້ງການຂອງຄະນະຈັດຕັ້ງສູນກາງພັກ, ເຊິ່ງໄດ້ຮັບຮອງເອົາເປົ້າໝາຍພະນັກງານຈຳນວນໜຶ່ງ ອອກພັກການ-ຮັບອຸດໜູນບໍານານ; ຂັ້ນຫົວໜ້າກົມ ຈໍານວນ 02 ທ່ານ, ຍິງ 01 ທ່ານ; ຂັ້ນຮອງຫົວໜ້າກົມຈໍານວນ 07 ທ່ານ,ຍິງ 03 ທ່ານ 

        ໃນຕອນທ້າຍຂອງກອງປະຊຸມ,ໄດ້ຮັບຟັງການໂອ້ລົມຂອງທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານ ກະຊວງ, ລັດຖະມົນຕີກະຊວງການເງິນ, ເພື່ອເປັນເຂັມທິດເຍືອງທາງໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ແລະ ນຳໄປຈັດຕັ້ງປະຕິບັດ, ຜັນຂະຫຍາຍເຂົ້າໃນວຽກຕົວຈິງໃຫ້ມີຜົນສຳເລັດເປັນຢ່າງສູງ.

© 2025 Copyright: ກະຊວງການເງິນ, ສປປ ລາວ