ກອງປະຊຸມໃຫຍ່ໜ່ວຍພັກ ດ່ານພາສີສາກົນນໍ້າພາວ ຄັ້ງທີ VI ໄດ້ຈັດຂຶ້ນໃນວັນທີ 13 ມິຖຸນາ 2025 ຜ່ານມາທີ່ຫ້ອງປະຊຸມຂອງດ່ານ, ພາຍໃຕ້ການເປັນປະທານຂອງສະຫາຍ ບຸນຈັນ ຈອມມະນີ ເລຂາໜ່ວຍພັກດ່ານພາສີສາກົນນ້ຳພາວ, ຮັກສາການເລຂາຄະນະພັກຮາກຖານດ່ານຊາຍແດນສາກົນນ້ຳພາວ ແລະ ເປັນກຽດເຂົ້າຮ່ວມຂອງສະຫາຍ ຄຳຕັນ ສີສົມຈິດ ຄະນະຮັບຜິດຊອບຊຸກຍູ້ກອງປະຊຸມໃຫຍ່ຮາກຖານພັກຂັ້ນແຂວງ, ມີຄະນະພັກຮາກຖານ, ໜ່ວຍພັກອ້ອມຂ້າງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
![]()
|
ໃນກອງປະຊຸມ, ສະຫາຍ ນາງ ວົງວິໄລ ລອດປານີ ຜູ້ກວດກາໜ່ວຍພັກ ໄດ້ຂຶ້ນຜ່ານຮ່າງບົດລາຍງານການເມືອງທັງ 2 ພາກວ່າ: ໜ່ວຍພັກດ່ານພາສີສາກົນນໍ້າພາວ ເປັນໜ່ວຍພັກໜຶ່ງຂຶ້ນກັບຄະນະພັກຮາກຖານດ່ານຊາຍແດນສາກົນນໍ້າພາວ, ມີພາລະບົດບາດເປັນເສນາທິການໃຫ້ພາສີ ປະຈໍາແຂວງບໍລິຄໍາໄຊ ກົມພາສີ ກະຊວງການເງິນໃນການຄຸ້ມຄອງຕິດຕາມ, ກວດກາການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງພະນັກງານ-ເຈົ້າໜ້າທີພາສີ, ຄະນະພັກ 3 ສະຫາຍ, ຍິງ 01 ສະຫາຍ; ສະມາຊິກພັກທັງໝົດ 19 ສະຫາຍ, ຍິງ 4 ສະຫາຍ, ສໍາຮອງ 02 ສະຫາຍ; ກວມເອົາ 76% ຂອງພະນັກງານ-ລັດຖະກອນຖະໝົດ; ວຽກງານການພັດທະນາເສດຖະກິດ: ໄດ້ເອົາໃຈໃສ່ປະຕິບັດຕາມພາລະບົດບາດການນໍາພາຂອງພັກຢ່າງຕັ້ງໜ້າ, ເປັນເຈົ້າການຄຸ້ມຄອງງົບ ປະມານ, ຂຶ້ນແຜນງົບປະມານ, ຄ່າບໍລິການຖືກຕ້ອງ, ຄົບຖ້ວນ ແລະ ສົມທົບເງິນ 3 ໜ່ວຍງານຂອງໜ່ວຍພັກຊີ້ນໍາເພື່ອປະກອບສ່ວນຊ່ວຍພັກ-ລັດກໍ່ສ້າງໂຄງລ່າງພື້ນຖານໄປຕາມຍຸດທະສາດຂອງແຂວງ ແລະ ເປັນຂົວຕໍ່ໃຫ້ແກ່ຄະນະຮັບຜິດຊອບໂຄງການກໍ່ສ້າງ ແລະ ບູລະນະດ່ານທີ່ມີການສ້ອມແປງແຕ່ລະໄລຍະ.

![]() | ![]() |
ສໍາລັບການແບ່ງວຽກ-ແບ່ງງານໃຫ້ບຸກຄົນມີຄວາມຮັບຜິດຊອບຕໍ່ການປະຕິບັດວຽກງານ ສາມາດເຮັດວຽກງານວິຊາສະເພາະຕາມສາຍຕັ້ງ, ຄຸ້ມຄອງ, ຕິດຕາມສິນຄ້າ, ເຄື່ອງຂອງ ສົ່ງອອກ-ນໍາເຂົ້າຜ່ານດ່ານ, ເພື່ອຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດຕາມແຜນການທີ່ຂັ້ນເທິງມອບໝາຍໃຫ້ໃນປີ 2025 ແຜນການຈັດເກັບລາຍຮັບທັງໝົດ 356 ຕື້ກີບ, ແຕ່ຕົ້ນປີມາຮອດວັນທີ 21 ພຶດສະພາ 2025 ປະຕິບັດໄດ້ 278.40 ຕື້ກວ່າກີບເທົ່າກັບ 78,23% ຂອງແຜນການປີ; ໃນໄລຍະ 3 ປີແຜນການ 1,019 ຕື້ກີບ, ປະຕິບັດໄດ້ 811 ຕື້ກີບເທົ່າກັບ 79,65% ຂອງແຜນ 3 ປີຫຼຸດແຜນການ 20,35% ເປັນເງິນ 207 ຕື້ກີບ.

![]() | ![]() |
ພ້ອມນັ້ນຄະນະພັກຊຸດເກົ່າໄດ້ຂຶ້ນລາໜ້າທີ່ຈາກນັ້ນ ຄະນະຮັບຜິດຊອບຊຸກຍູ້ກອງປະຊຸມໃຫຍ່ຮາກຖານພັກຂັ້ນແຂວງໄດ້ຂຶ້ນຜ່ານມາດຖານ ແລະ ເງື່ອນໄຂຂອງຜູ້ທີ່ຈະສະໝັກເປັນຄະນະພັກຊຸດໃໝ່. ໃນນັ້ນ, ສະໝັກຢູ່ 5 ສະຫາຍ, ເລືອກເອົາ 3 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກໄດ້ລົງມະຕິຮັບຮອງເອົາສະຫາຍ ບຸນຈັນ ຈອມມະນີ ເປັນເລຂາໜ່ວຍພັກ, ສະຫາຍ ໄຊຊະນະ ວົງຊົມພູ ເປັນຮອງເລຂາ ແລະ ສະຫາຍ ນາງ ວົງວິໄລ ລອດປະນີ ເປັນຜູ້ກວດກາໜ່ວຍພັກດ່ານພາສີສາກົນນໍ້າພາວ.

![]() | ![]() |
