ໃນວັນທີ 13 ມິຖຸນາ 2025, ຄັງເງິນແຫ່ງຊາດ ໄດ້ມີພິທີປິດຊຸດຝຶກອົບຮົມວຽກງານວິຊາສະເພາະຄັງເງິນ ປະຈໍາປີ 2025 ຊຸດທີ I ຕາມແຜນປີ 2025 ທີ່ສະຖາບັນການເງິນ-ການບັນຊີ, ໂດຍການເປັນປະທານ ແລະ ມອບໃບຢັ້ງຢືນຂອງ ທ່ານ ນາງ ຍອດ ແພງສົມບັດ ຫົວໜ້າຄັງເງິນແຫ່ງຊາດ, ມີນັກສຳມະນາກອນຈາກຄັງເງິນແຫ່ງຊາດ, ຄັງເງິນປະຈຳແຂວງ, ຄັງເງິນປະຈຳເມືອງ ແລະ ສະຖາບັນການເງິນ-ການບັນຊີເຂົ້າຮ່ວມ ລວມທັງໝົດ 50 ທ່ານ. ໂອກາດນີ້, ທ່ານ ນາງ ຍອດ ແພງສົມບັດ ມີຄຳເຫັນວ່າ: ວຽກງານຝຶກອົບຮົມ ແມ່ນເປັນແຜນງານສຳຄັນ ໜຶ່ງຂອງ ກະຊວງການເງິນ ໃນການສ້າງຄວາມເຂັ້ມແຂງ ໃຫ້ແກ່ບຸກຄະລາກອນ ຂະແໜງການເງິນ ເວົ້າສະເພາະ ພະນັກງານ–ລັດຖະກອນຂະແໜງຄັງເງິນແມ່ນຕ້ອງໄດ້ຜ່ານການຝຶກອົບຮົມວຽກງານວິຊາສະເພາະຢ່າງນ້ອຍ 40 ຊົ່ວໂມງ ຕໍ່ຄົນຕໍ່ປີ ເພື່ອເປັນການພັດທະນາຄວາມຮູ້, ຄວາມສາມາດ ວຽກງານວິຊາສະເພາະ. ການຝຶກອົບຮົມ ຄັ້ງນີ້ ນັກສຳມະນາກອນແມ່ນໄດ້ຮຽນຮູ້ບົດຮຽນສຳຄັນຕ່າງໆ ເປັນຕົ້ນວຽກງານບັນຊີລວມສູນຄັງເງິນ (TSA); ວຽກງານກວດກາລາຍຈ່າຍງົບປະມານ; ວຽກງານບໍລິການຄັງເງິນ; ວຽກງານການບັນຊີຄັງເງິນ; ວຽກງານຈັດຕັ້ງ, ບໍລິຫານ ແລະ ກວດກາ, ໂດຍສະເພາະການນຳໃຊ້ລະບົບຄຸ້ມຄອງການເງິນພາກລັດ (LIFMIS) ໂດຍລົງເລິກໃນການຈັດຕັ້ງປະຕິບັດຕົວຈິງ. ພ້ອມທັງເຮັດບົດທົດສອບ ຄວາມຮູ້ ຄວາມສາມາດ ເພື່ອປະເມີນຄວາມເຂົ້າໃຈຂອງນັກສຳມະນາກອນຕົວຈິງ, ແລກປ່ຽນບົດຮຽນຮ່ວມກັນ ພ້ອມກັນຊອກຫາວິທີແກ້ໄຂ, ໃນການປັບປຸງວຽກງານຄັງເງິນ ດ້ວຍຄວາມຮັບຜິດຊອບ ເພື່ອພ້ອມກັນປັບປຸງ ແລະ ແກ້ໄຂວຽກງານຄັງເງິນໃຫ້ນັບມື້ນັບເຂັ້ມແຂງເປັນກ້າວໆ. ຢ່າງໃດກໍຕາມ ຫວັງຢ່າງຍິ່ງວ່າ ນັກສຳມະນາກອນ ຈະນຳເອົາຄວາມຮູ້ ໃນຄັ້ງນີ້ ໄປໝູນໃຊ້ເຂົ້າໃນວຽກງານຕົວຈິ່ງໄດ້ຢ່າງມີປະສິດທິຜົນດີ, ຄ່ຽງຄູ່ກັນນັ້ນ ກໍໍ່ໃຫ້ນຳເອົາຄວາມຮູ້ດັ່ງກ່າວ ໄປສືບຕໍ່ແນະນຳ ຖ່າຍທອດຄວາມຮູ້ ໃຫ້ແກ່ພະນັກງານ ໃນກົມກອງຂອງຕົນ ເພື່ອແນໃສ່ ເຮັດໃຫ້ ບຸກຄະລາກອນຄັງເງິນແຫ່ງຊາດ ກໍຄືກະຊວງການເງິນ ມີຄວາມໜັກແໜ້ນເຂັ້ມຂຶ້ນເປັນກ້າວໆ.
