ໃນວັນທີ ທີ 10 ມິຖຸນາ 2025 ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຕ້ອນຮັບ ທ່ານ ປອ. ເວັມປີ ສາປູຕຣາ ຫົວໜ້າຫ້ອງການກຸ່ມອາຊີຕາເວັນອອກສ່ຽງໃຕ້ ພ້ອມດ້ວຍຄະນະ ໂດຍທີ່ ສປປ ລາວ ເປັນສະມາຊິກປະຈຳຢູ່ສຳນັກງານໃຫຍ່ທະນາຄານໂລກ ຢູ່ນະຄອນຫຼວງວໍຊິງຕັນ ດີຊີ ສ. ອາເມລິກາ, ໃນໂອກາດທີ່ທ່ານຫົວໜ້າກຸ່ມພ້ອມຄະນະມາຢ້ຽມຢາມເຄື່ອນໄຫວເຮັດວຽກຢູ່ ສປປ ລາວ. ໂອກາດນີ້ ທ່ານຫົວໜ້າຫ້ອງການກຸ່ມໄດ້ສົນໃຈສະພາບການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ຜົນການຮ່ວມມືລະຫວ່າງ ສປປ ລາວ ກັບ ທະນາຄານໂລກ. ພ້ອມທັງໃຫ້ຮູ້ກ່ຽວກັບ ການຈັດວາງຍຸດທະສາດຂອງ ໂຄງການ WBG ກັບບູລິມະສິດການພັດທະນາຂອງລາວ, ລວມທັງການຈັດຕັ້ງປະຕິບັດ IDA 21, ຕີລາຄາສູງການປະຕິຮູບ, ການລົງທຶນທີ່ສຳຄັນພາຍໃຕ້ການກະກຽມ, ການປະຕິບັດໃນການປັບປຸງການຈັດຕັ້ງພາຍໃນ, ການປັບປຸງບັນດານະໂຍບາຍ, ຜົນການດຳເນີນວຽກງານຂອງກຸ່ມທະນາຄານໂລກ ແລະ ບັນດາວຽກງານທີ່ຫ້ອງການກຸ່ມ ໄດ້ປະຕິບັດໃນປີ 2024 ຮອດປັດຈຸບັນ ເຊິ່ງມັນເຮັດໃຫ້ ເພີ່ມທະວີສາຍພົວພັນການຮ່ວມມືຂອງກຸ່ມທະນາຄານໂລກ (WBG) ກັບ ສປປ ລາວ ໃນການ ຈັດວາງຍຸດທະສາດຂອງ ໂຄງການ WBG ກັບບູລິມະສິດການພັດທະນາຂອງລາວ, ລວມທັງການຈັດຕັ້ງປະຕິບັດ IDA21 ເຊິ່ງ ຈະໄດ້ສຸມໃສ່ການສະໜັບສະໜູນບັນດາປະເທດສະມາຊິກ IDA ເພື່ອຮັບມືກັບການປ່ຽນແປງດິນຟ້າອາກາດເປັນຫຼັກ, ເຊິ່ງເຫັນໄດ້ວ່າຍັງມີແນວໂນ້ມທີ່ຈະສົ່ງຜົນກະທົບຕໍ່ການຂະຫຍາຍໂຕທາງເສດຖະກິດ ແລະ ການດໍາລົງຊີວິດ ໃນກຸ່ມຄົນທີ່ອາໃສຢູ່ພື້ນທີມີຄວາມສ່ຽງ ແລະ ບອບບາງ ຢ່າງຕໍ່ເນື່ອງ ພ້ອມທັງລາຍງານໃຫ້ຮູ້ເຖິງການເຄື່ອນໄຫວວຽກງານຂອງບັນດາປະເທດສະມາຊິກພາຍໃນກຸ່ມທັງໝົດ 11 ປະເທດ ກ່ຽວກັບບັນດາກິດຈະກຳ ແລະ ຈຳນວນການຈັດສັນທຶນທີ່ໄດ້ຮັບຈາກທະນາຄານໂລກ ຂອງແຕ່ລະປະເທດສະມາຊິກ ໃນໄລຍະຜ່ານມາ. ໃນໂອກາດດຽວກັນ, ທ່ານ ລັດຖະມົນຕີກະຊວງການເງິນ ລາຍງານສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ແລະ ຍຸດສະສາດການຮ່ວມມື ລະຫວ່າງ ສປປ ລາວ ແລະ ທະນາຄານໂລກ ໄລຍະ ປີ 2022-2026 ທີ່ປະກອບສ່ວນສະໜັບສະໜູນບັນດາວຽກງານບູລິມະສິດໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ພ້ອມນີ້ ທ່ານຍັງ ສະເໜີໃຫ້ ທາງ ທະນາຄານໂລກ ຊ່ວຍພິຈາລະນາສະໜັບສະໜູນ ໃນການສະໜອງທຶນຝຶກອົບຮົມ ແລະ ທຶນຊ່ວຍເຫຼືອດ້ານວິຊາການໃຫ້ແກ່ພະນັກງານຈາກກະຊວງການເງິນ ກໍຄື ສປປ ລາວ ໄດ້ໄປຝຶກງານໄລຍະສັ້ນ 06 ເດືອນ ເພື່ອສ້າງບຸກຄາລາກອນໃຫ້ມີຄວາມຮູ້ຄວາມສາມາດໃນການປະກອບການເຂົ້າໃນວຽກງານດັ່ງກ່າວ ເພື່ອ ຍົກລະດັບຂີດຄວາມອາດສາມາດຂອງພະນັກງານຂະແໜງການເງິນ ໃນການຄົ້ນຄວ້າ ວິໄຈ ທີ່ຕິດພັນກັບວຽກງານເສດຖະກິດມະຫາພາກ ກໍຍັງເປັນອັນສຳຄັນ, ໂດຍສະເພາະການຈັດຕັ້ງປະຕິບັດແຜນງົບປະມານ ໃຫ້ມີປະສິດທິຜົນ ແລະ ການເກັບລາຍຮັບ ໃຫ້ສົມຄູ່ກັບການພັດທະນາເສດຖະກິດ ກໍຄືການອອກນະໂຍບາຍທີ່ຈຳເປັນຕ່າງໆໃນອະນາຄົດ.