ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX, ໃນວັນທີ 10 ມິຖຸນາ 2025 ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ມີບັນດາການນຳກະຊວງ, ສະມາຊິກສະພາແຫ່ງຊາດແຕ່ລະປະຈຳເຂດເລືອກຕັ້ງ ແລະ ແຂກຖືກເຊີນເຂົ້າຮ່ວມ.ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຂຶ້ນຕອບຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ (ສສຊ) ບາງຕອນວ່າ: ສະເພາະການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຮອດວັນທີ 06 ມິຖຸນາ 2025 ປະຕິບັດໄດ້ 33,565 ຕື້ ກີບ ເທົ່າກັບ 49% ຂອງແຜນການປີ. ໃນນັ້ນ: ລາຍຮັບພາຍໃນປະຕິບັດໄດ້ 31,892 ຕື້ກີບ ເທົ່າກັບ 51% ຂອງ ແຜນການປີ, ເຊິ່ງເຫັນວ່າມີທ່ວງທ່າ ແລະ ທ່າອ່ຽງດີຂຶ້ນເນື່ອງຈາກອັດຕາແລກປ່ຽນເລີ່ມມີສະຖຽນລະພາບ ແລະ ເງິນເຟີ້ມີແນວໂນ້ມຫຼຸດລົງ; ເຮັດໃຫ້ເສດຖະກິດພາຍໃນມີການຂະຫຍາຍຕົວ, ຫຼາຍກິດຈະການຂອງພາກທຸລະກິດໄດ້ຮັບການຟື້ນຟູ ແລະ ຂະຫຍາຍຕົວດີຂຶ້ນບວກກັບການຈັດຕັ້ງປະຕິບັດບັນດາມາດຕະການ ແລະ ນິຕິກຳຕິດພັນກັບວາລະແຫ່ງຊາດໃນການຄຸ້ມຄອງລາຍຮັບຜ່ານລະບົບທັນສະ ໄໝລວມສູນ.

ສຳລັບຢູ່ຂັ້ນທ້ອງຖີ່ນມາຮອດປັດຈຸບັນກໍ່ເຫັນວ່າຫຼາຍແຂວງສາມາດປະຕິບັດໄດ້ລື່ນຄາດໝາຍ 06 ເດືອນຕົ້ນປີ (ມີ 05 ແຂວງເກີນ 70%) ແລະ ຄາດຄະເນໝົດປີຈະໄດ້ເກີນແຜນເປັນປີທີ 05 ຖ້າຫາກສະພາບເສດຖະກິດທີ່ຖືກຜົນກະທົບຫາກໄດ້ຮັບ ການຟື້ນຕົວດີຂຶ້ນ. ໃນນີ້, ສາມາດແຍກເປັນຂະແໜງການລາຍຮັບທີ່ພົ້ນເດັ່ນຕາມໂຄງປະກອບຂອງເສດຖະກິດ, ການຮັບປະກັນແຫຼ່ງທຶນໃຫ້ແກ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນໄລຍະ 06 ເດືອນທ້າຍປີ 2025 ໃຫ້ບັນລຸຕາມເປົ້າໝາຍ, ລັດຖະບານຈະມີມາດຕະການດຶງດູດການລົງທຶນຕື່ມຄືແນວໃດ, ໂດຍສະເພາະການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ, ທຶນຊ່ວຍເຫຼືອທາງການເພື່ອພັດທະນາຈະມີມາດຕະການຈັດຕັ້ງປະຕິບັດຄືແນວໃດ ?.
ຕໍ່ບັນຫາດັ່ງກ່າວ,ທ່ານ ສັນຕິພາບ ພົມວິຫານ ໄດ້ຊີ້ແຈງຕື່ມວ່າ: ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນ 06 ເດືອນທ້າຍປີ 2025 ບັນລຸຕາມເປົ້າໝາຍ, ລັດຖະບານກໍຄື ກະຊວງການເງິນຈະສືບຕໍ່ສົມທົບກັບພາກສ່ວນກ່ຽວຂ້ອງຊຸກຍູ້ໃຫ້ທຸກແຫຼ່ງທຶນທີ່ໄດ້ຜ່ານການຮັບຮອງແລ້ວນັ້ນ ໄດ້ຮັບການຈັດຕັ້ງປະຕິບັດຕາມແຜນທີ່ສະພາໄດ້ຮັບຮອງ.ຄຽງຄູ່ກັນນັ້ນ, ລັດຖະບານຈະສືບຕໍ່ປະຕິບັດນະໂຍບາຍຕ່າງໆເພື່ອຊຸກຍູ້ສົ່ງເສີມ ແລະ ດຶງດູດການລົງທຶນຂອງ ພາກເອກະຊົນພາຍໃນ-ຕ່າງປະເທດ ແລະ ທຶນຊ່ວຍເຫລືອທາງການເພື່ອການພັດທະນາ (ODA) ໃຫ້ແຂງແຮງກວ່າເກົ່າ ແລະ ໃຫ້ສາມາດບັນລຸໄດ້ຕາມຄາດໝາຍ ໂດຍການສຸມໃສ່ຊຸກຍູ້, ຕິດຕາມ, ກວດກາ ແລະ ສ້າງເງື່ອນໄຂໃຫ້ບັນດາໂຄງການລົງທຶນເອກະຊົນຂະໜາດໃຫຍ່ທີ່ໄດ້ອະນຸມັດແລ້ວສາມາດຈັດຕັ້ງປະຕິບັດໂດຍໄວ ເປັນຕົ້ນ: ແມ່ນໂຄງການທາງດ່ວນແລວໃໝ່ແຕ່ບ້ານໄຮ່ເຂດທ່າງ່ອນເມືອງໄຊທານີ ຫາ ບ້ານນາຊ່າງເລັກ ເມືອງທຸລະຄົມ ແຂວງວຽງຈັນ, ໂຄງການໄຟຟ້າພະລັງງານຊີວະມວນຢູ່ເຂດເມືອງໄຊ ແລະ ເມືອງຫຼາແຂວງອຸດົມໄຊ, ໂຄງການໄຟຟ້າພະລັງງານລົມຢູ່ແຂວງຜົ້ງສາລີ ແລະ ແຂວງອຸດົມໄຊ, ໂຄງການໄຟຟ້າແສງຕາເວັນຢູ່ເຂດນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ, ໂຄງການໄຟຟ້າພະລັງງານລົມກາລອງ ແລະ ໂຄງການໄຟຟ້າພະລັງງານລົມພິລາ ຢູ່ເມືອງໄຊຈຳພອນ ແຂວງບໍລິຄຳໄຊ ແລະ ໂຄງການອື່ນໆ.

ນອກຈາກນັ້ນ, ຍັງຈະສືບຕໍ່ຫັນໂຄງການຂຸດຄົ້ນແຮ່ທາດແບບທົດລອງ (ເປັນຕົ້ນແຮ່ເຫຼັກ, ແຮ່ຄໍາ ແລະ ແຮ່ຫາຍາກ) ເຂົ້າສູ່ການປະຕິບັດໃນຮູບບແບບປົກກະຕິຕາມກົດໝາຍຢ່າງເຂັ້ມງວດ, ນໍາເອົາໂຄງການທີ່ລັດຖະບານໄດ້ໂຈະ ແລະ ຖອນຄືນແລ້ວມາປະມູນເພື່ອຄັດເລືອກເອົາບໍລິສັດຜູ້ລົງທຶນໃໝ່ ທີ່ມີມາດຖານເງື່ອນໄຂຄົບຖ້ວນ ໂດຍສະເພາະ ດ້ານເຕັກນິກວິທີການ, ທຶນຮອນ ແລະ ປະສົບການຕົວຈິງ ເພື່ອເຮັດໃຫ້ໂຄງການດັ່ງກ່າວ ສາມາດສືບຕໍ່ຈັດຕັ້ງປະຕິ ບັດສຳເລັດຕາມແຜນ ແລະ ສ້າງລາຍຮັບເຂົ້າງົບປະມານແຫ່ງລັດ, ຄຽງຄູ່ກັບການສ້າງສະພາບແວດລ້ອມທີ່ເອື້ອອໍານວຍ ໃຫ້ແກ່ການລົງທຶນ,ສືບຕໍ່ປັບປຸງຖານຂໍ້ມູນ ແລະ ໂຄສະນາດຶງດູດເອົາການລົງທຶນໃໝ່ເຂົ້າໃນຂະແໜງ ການບຸລິມະສິດຕ່າງໆ.
ສໍາລັບການຊ່ວຍເຫຼືອທາງການເພື່ອການພັດທະນາຈະໄດ້ສົມທົບກັບບັນດາກະຊວງ, ອົງການ, ນະ ຄອນຫຼວງ ແລະ ບັນດາແຂວງເປັນເຈົ້າການຮີບຮ້ອນຈັດຕັ້ງປະຕິບັດບັນດາແຜນງານ ແລະ ໂຄງການທີ່ໄດ້ຮັບການອະນຸມັດແລ້ວໃຫ້ສໍາເລັດໂດຍໄວໂດຍສະເພາະແມ່ນການຍົກສູງຄວາມເປັນເຈົ້າການປະຕິບັດໜ້າວຽກ ແລະ ການຂໍອະນຸມັດເບີກຈ່າຍຢູ່ຂັ້ນທ້ອງຖິ່ນໃຫ້ໄວກວ່າເກົ່າ ແລະ ມີໝາກ ຜົນສູງເພື່ອສ້າງເງື່ອນໄຂທີ່ດີໃນການລະດົມທຶນໃໝ່ຈາກບັນດາປະເທດເພື່ອນມິດ ແລະ ຄູ່ຮ່ວມພັດທະນາໃຫ້ໄດ້ຫລາຍກວ່າເກົ່າ.ນອກຈາກນີ້,ທ່ານ ສັນຕິພາບ ພົມວິຫານ ຍັງໄດ້ຊີ້ແຈງຄຳຊັກຖາມ ແລະ ຄຳຖາມເຈາະຈີ້ມກ່ຽວກັບການຫັນເປັນທັນສະໄໝໃນການເກັບລາຍຮັບເຫັນວ່າກະຊວງການເງິນ ຍັງບໍ່ທັນສາມາດເຊື່ອມຕໍ່ລະບົບຂອງຕົນເຂົ້າກັບບາງຂະແໜງການ ແລະ ທ້ອງຖິ່ນ ໄດ້ເທື່ອ ໂດຍສະເພາະ ການເສຍອາກອນທີ່ດິນ, ຄ່າບິນຜ່ານ ແລະ ອື່ນໆ, ກະຊວງການເງິນຈະມີທິດທາງປັບປຸງແກ້ໄຂຄືແນວໃດ?.
ຕໍ່ກັບບັນຫາດັ່ງກ່າວ,ທ່ານໄດ້ຊີ້ແຈງວ່າ: ການເຊື່ອມຕໍ່ແລກປ່ຽນຂໍ້ມູນກັບຂະແໜງການທີ່ກ່ຽວຂ້ອງເຫັນວ່າ ຍັງບໍ່ທັນສາມາດເຊື່ອມຕໍ່ລະບົບເຂົ້າກັບບາງຂະແໜງການຂັ້ນສູນກາງ-ທ້ອງຖິ່ນ ແລະ ຍັງມີຄວາມຊັກຊ້າເນື່ອງຈາກບາງຂະແໜງການກຳລັງຍົກລະດັບ ແລະ ພັດທະນາລະບົບ (ເປັນຕົ້ນລະບົບຖານຂໍ້ມູນທີ່ດິນ, ຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ລະບົບອອກໃບເກັບເງິນບິນຜ່ານ ແລະ ລົງຈອດ,ຂະແໜງໂຍທາທິການ ແລະ ຂົນສົ່ງ ແລະ ອື່ນໆ), ບໍ່ມີຖານຂໍ້ມູນເປັນຮູບແບບເອເລັກໂຕຣນິກຄົບຊຸດ ແລະ ໄດ້ມາດຕະຖານ ຕາມຄວາມຕ້ອງການຂອງກະຊວງການເງິນ.ເຊິ່ງບາງຂະແໜງການພັດທະນາລະບົບແລ້ວ ການຄຸ້ມຄອງນຳໃຊ້ແມ່ນຍັງອີງໃສ່ຜູ້ພັດທະນາຕ່າງປະເທດເປັນຫລັກ, ຍັງບໍ່ທັນມີນິຕິກຳໃນການຄຸ້ມຄອງນໍາໃຊ້ທີ່ຊັດເຈນເຮັດໃຫ້ການເຊື່ອມຕໍ່ມີຄວາມຫຍຸ້ງຍາກ; ບາງຂະແໜງການຍັງບໍ່ມີລະບົບຖານຂໍ້ມູນ,ຄວາມເຂົ້າໃຈຂອງຂະແໜງການໃນການເຊື່ອມຕໍ່ລະບົບຍັງບໍ່ທັນເປັນເອກະພາບ, ໂລ່ງລ່ຽນ ແລະ ຍັງມີຄວາມກັງວົນດ້ານຄວາມປອດໄພຂໍ້ມູນໃນການເຊື່ອມຕໍ່ລະບົບ.

ສຳລັບທິດທາງແກ້ໄຂໃນຕໍ່ໜ້າຈະສືບຕໍ່ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອພັດທະນາ, ປັບ ປຸງລະບົບໃຫ້ສຳເລັດ, ສ້າງນິຕິກຳ ແລະ ລະບຽບການທີ່ກ່ຽວຂ້ອງໃນການອອກແບບ, ພັດທະນາ, ຄຸ້ມຄອງນໍາໃຊ້ ແລະ ເຊື່ອມຕໍ່ລະບົບ ໃຫ້ມີຄວາມເປັນເອກະພາບກັນ; ລວມສູນຖານຂໍ້ມູນທີ່ສຳຄັນເຂົ້າມາໄວ້ໃນກະຊວງການເງິນ ເພື່ອເປັນຖານຂໍ້ມູນໃຫ້ແກ່ການວິເຄາະ-ວິໄຈຂໍ້ມູນເສດຖະກິດ-ການເງິນ.ການພັດທະນາ ແລະ ການເຊື່ອມຕໍ່ລະບົບຕ້ອງອີງໃສ່ຄວາມອາດສາມາດພາຍໃນ, ນຳໃຊ້ເຕັກໂນໂລຊີທັນສະໄໝ, ຫຼຸດຜ່ອນການເອື່ອຍອີງຊ່ຽວຊານຕ່າງປະເທດເທື່ອລະກ້າວ ແລະ ການຊໍາລະພັນທະລາຍຮັບທັງໝົດ ຕ້ອງຜ່ານລະບົບຊຳລະຂອງທະນາຄານແຫ່ງ ສປປ ລາວ ຮອງຮັບ LaoQR, ສາມາດຊຳລະໄດ້ຫຼາຍທະນາຄານ ແລະ ເຊື່ອມຕໍ່ລະບົບຂອງກະຊວງການເງິນ. ນອກນີ້, ຍັງມີ 6 ຄຳຖາມເຊິ່ງທາງກະຊວງການເງິນ ຈະໄດ້ສືບຕໍ່ຊີ້ແຈງເພີ່ມເຕີມ.
![]() | ![]() |
