• ຄັງເງິນແຫ່ງຊາດ
  • |
  • 2025-06-09
  • |
  • ວຽກວິຊາສະເພາະ

        ໃນວັນທີ 09 ມີຖຸນາ 2025, ຄັງເງິນແຫ່ງຊາດ ໄດ້ຈັດຊຸດຝຶກອົບຮົມວຽກງານວິຊາສະເພາະຄັງເງິນ ປະຈໍາປີ 2025 ຊຸດທີ I ທີ່ສະຖາບັນການເງິນ-ການບັນຊີ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ ຍອດ ແພງສົມບັດ, ຫົວໜ້າຄັງເງິນແຫ່ງຊາດ, ມີນັກສຳມະນາກອນຈາກຄັງເງິນແຫ່ງຊາດ, ຄັງເງິນປະຈຳແຂວງ, ຄັງເງິນປະຈຳເມືອງ ແລະ ສະຖາບັນການເງິນ-ການບັນຊີເຂົ້າຮ່ວມ ລວມທັງໝົດ 50 ທ່ານ, ນອກຈາກນີ້ຍັງມີນັກວິທະຍາກອນຈາກຄັງເງິນແຫ່ງຊາດ ແລະ ຈາກບໍລິສັດຜູ້ພັດທະນາລະບົບ ຂໍ້ມູນຂ່າວສານການເງິນພາກລັດເຂົ້າຮ່ວມ.

        ໃນພິທີເປີດຊຸດຝຶກອົບຮົມຄັ້ງນີ້, ທ່ານ ນາງ ຍອດ ແພງສົມບັດ ມີຄຳເຫັນວ່າ: ວຽກງານຝຶກອົບຮົມ ແມ່ນກົນໄກໜຶ່ງ ທີ່ສໍາຄັນໃນການຍົກລະດັບຄວາມຮູ້, ຄວາມສາມາດຂອງພະນັກງານໃນທຸກໆຂັ້ນ ບໍ່ວ່າຈະເປັນລະດັບຂັ້ນວິຊາການ, ຜູ້ບໍລິຫານລະດັບກາງ ຫຼື ຜູ້ບໍລິຫານລະດັບສູງ ກໍຕ້ອງໄດ້ມີການຝຶກອົບຮົມຢ່າງສະໝໍ່າສະເໝີ ເພື່ອເປັນການຮຽນຮູ້, ແລກປ່ຽນບົດຮຽນ ແລະ ເຕັກນິກການນຳໃຊ້ລະບົບທັນສະໄໝ ເຂົ້າໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນ.

        ຊຸດຝຶກອົບຮົມຂອງຄັງເງິນລັກສະນະນີ້ ແມ່ນຈະໄດ້ສືບຕໍ່ຈັດຕັ້ງປະຕິບັດໃນທຸກປີ ຕາມແຜນພັດທະນາດ້ານບຸກຄະລາກອນຂອງຄັງເງິນແຫ່ງຊາດ ແລະ ເຫັນໄດ້ວ່າໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ. ໂດຍອີງຕາມ ແຜນພັດທະນາຂະແໜງຄັງເງິນ ໄລຍະ 05 ປີ (2021-2025) ໃນແຜນງານທີ 6 ກ່ຽວກັບ ວຽກງານກົງຈັກການຈັດຕັ້ງ ແລະ ພັດທະນາບຸກຄະລາກອນ ຊຶ່ງພະນັກງານ–ລັດຖະກອນຂະແໜງຄັງເງິນຕ້ອງໄດ້ຜ່ານການຝຶກອົບຮົມວຽກງານວິຊາສະເພາະຢ່າງນ້ອຍ 40 ຊົ່ວໂມງ ຕໍ່ຄົນຕໍ່ປີ ເພື່ອເປັນການພັດທະນາຄວາມຮູ້, ຄວາມສາມາດ ແລະ ເຫັນໄດ້ເຖິງຄວາມຈໍາເປັນຂອງວຽກງານພັດທະນາຊັບພະຍາກອນມະນຸດຂອງຂະແໜງຄັງເງິນ, ເວົ້າສະເພາະ ແຜນການຝຶກອົບຮົມໃຫ້ພະນັກງານ-ລັດຖະກອນຂະແໜງຄັງເງິນ ໃຫ້ມີຄວາມຮັບຮູ້ເຂົ້າໃຈເລິກເຊິງທາງດ້ານທິດສະດີ ແລະ  ພຶດຕິກໍາ ໃນການປະຕິບັດວຽກງານຕົວຈິງ; ນັກສຳມະນາກອນຈະໄດ້ຮຽນຮູ້ກ່ຽວກັບບັນດາຫົວຂໍ້ທີ່ສໍາຄັນຕ່າງໆ ເຊັ່ນ:  ວຽກງານບັນຊີລວມສູນຄັງເງິນ (TSA); ວຽກງານກວດກາລາຍຈ່າຍງົບປະມານ; ວຽກງານບໍລິການຄັງເງິນ; ວຽກງານການບັນຊີຄັງເງິນ; ວຽກງານຈັດຕັ້ງ, ບໍລິຫານ ແລະ ກວດກາ, ໂດຍສະເພາະການນຳໃຊ້ລະບົບຄຸ້ມຄອງການເງິນພາກລັດ (LIFMIS) ໂດຍລົງເລິກໃນການຈັດຕັ້ງປະຕິບັດຕົວຈິງ. ພ້ອມທັງເຮັດບົດທົດສອບ ຄວາມຮູ້ ຄວາມສາມາດ ເພື່ອປະເມີນຄວາມເຂົ້າໃຈຂອງນັກສຳມະນາກອນຕົວຈິງ, ແລກປ່ຽນບົດຮຽນຮ່ວມກັນ ພ້ອມກັນຊອກຫາວິທີແກ້ໄຂ, ໃນການປັບປຸງວຽກງານຄັງເງິນ  ດ້ວຍຄວາມຮັບຜິດຊອບ ເພື່ອພ້ອມກັນປັບປຸງ ແລະ ແກ້ໄຂວຽກງານຄັງເງິນໃຫ້ນັບມື້ນັບເຂັ້ມແຂງເປັນກ້າວໆ.

© 2025 Copyright: ກະຊວງການເງິນ, ສປປ ລາວ