ໃນວັນທີ 6 ມິຖຸນາ 2025 ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈໍາປີ 2024 ແລະ ທິດທາງແຜນການໃນຕໍ່ໜ້າ ໂດຍການເປັນປະທານຮ່ວມ ຂອງທ່ານ ນາງ ດາວອນ ທອງຈັນ ຫົວໜ້າກົມຄຸ້ມຄອງການບັນຊີ ແລະ ທ່ານ ສອນໄຊ ສີລາເພັດ ປະທານສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ, ມີກົມກ່ຽວຂ້ອງກະຊວງການເງິນ ພະແນກການກ່ຽວຂ້ອງ ຈາກພະແນກການເງິນນະຄອນຫຼວງ ພ້ອມດ້ວຍສະມາຊິກນັກບັນຊີເຂົ້າຮ່ວມ. ໃນວາລະກອງປະຊຸມ ທ່ານ ສອນໄຊ ສີລາເພັດ ໄດ້ຜ່ານຮ່າງບົບສະຫຼຸບຕໍ່ກອງປະຊຸມ ໂດຍຍົກໃຫ້ເຫັນຫຼາຍຜົນງານ ຜົນສຳເລັດຫຼາຍດ້ານ ເປັນຕົ້ນໄດ້ສຳເລັດການເປີດຝຶກອົບຮົມໃນຫຼາຍຫົວຂໍ້ ທີ່ຈຳເປັນຕໍ່ສະມາຊິກນັກບັນຊີ ແລະ ນັກກວດສອບ ຫຼື CPA ຊຶ່ງສະແດງອອກໃນສະຖິຕິສະມາຊິກ ເພີ່ມຂຶ້ນກວມ 40 ສ່ວນຮ້ອຍ ສັງລວມລາຍຮັບໃນປີ 2023 ມີລາຍຮັບທັງໝົດ 5.5 ຕື້ກວ່າກີບ ໃນປີ 2024 ມີລາຍຮັບເຂົ້າສະພາ 7.8 ຕື້ກວ່າກີບ ລາຍຮັບສ່ວນໃຫຍ່ແມ່ນໄດ້ມາຈາກ ການຝຶກອົບຮົມ CPA, ຄ່າບໍາລຸງສະມາຊິກ ໃນນັ້ນລາຍຈ່າຍສາມາດປະຕິບັດໄດ້ 7.6 ຕື້ກວ່າກີບ ໃນປີ 2024. ຢ່າງໃດກໍ່ຕາມ ສະພາວິຊາຊີບ ນັກບັນຊີ ແລະ ນັກກວດສອບ ຕາມທີ່ໄດ້ກໍານົດໃນກົດໝາຍວ່າດ້ວຍ ການກວດສອບອິດສະລະມີພາລະບົດບາດໃນການປະກອບຄໍາເຫັນໃຫ້ແກ່ລັດ, ມີໜ້າທີ່ປຸກລະດົມ ຂົນຂວາຍ, ຈັດຕັ້ງ-ນໍາພາ, ແລະ ເຕົ້າໂຮມສະມາຊິກ ລວມທັງປົກປ້ອງສິດຜົນປະໂຫຍດອັນຊອບ ທໍາຂອງນັກບັນຊີ ແລະ ນັກກວດສອບ ໃຫ້ເຄື່ອນໄຫວວິຊາຊີບຖືກຕ້ອງຕາມລະບຽບກົດໝາຍ, ຊຸກຍູ້ຊ່ວຍເຫຼືອອົງການຈັດຕັ້ງຂອງລັດໃນການສົ່ງເສີມ, ພັດທະນາ ແລະ ຍົກລະດັບວິຊາຊີບ ການບັນຊີ ແລະ ການກວດສອບ.
