• ຂ່າວທ້ອງຖິ່ນ
  • |
  • 2025-06-04
  • |
  • ວຽກວິຊາສະເພາະ

        ໃນປີ 2025 ດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນນະເຂດ, ໄດ້ຮັບມອບໝາຍຕົວເລກລາຍຮັບຈາກພາສີ ປະຈຳແຂວງສະຫວັນນະເຂດ ຈໍານວນ 1,778 ຕື້ກີບ; ແຕ່ຜ່ານການຈັດຕັ້ງປະຕິບັດໃນໄລຍະ 5 ເດືອນປີ 2025 ສາມາດເກັບລາຍໄດ້ທັງໝົດ 772.04 ຕື້ກີບເທົ່າກັບ 43.42% ຂອງແຜນການປີ, ທຽບໃສໄລຍະດຽວກັນປີ 2024 ເພີ່ມຂຶ້ນ 15.75% ຄິດເປັນເງິນຈໍານວນ 105.07 ຕື້ກີບ.

        ທ່ານ ພຸດທະມີໄຊ ພັນທະນາໄລ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນນະເຂດໃຫ້ຮູ້ວ່າງບໍ່ດົນນີ້ວ່າ: ການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນໄລຍະ 05 ເດືອນຕົ້ນປີ 2025 ຜ່ານມາເຫັນໄດ້ເຖິງຜົນສໍາເລັດແລະສິ່ງທ້າທາຍຈຳນວນໜຶ່ງໃນການຈັດຕັ້ງປະຕິບັດວຽກງານຕົວຈິງຂອງ ດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນນະເຂດ, ໂດຍພື້ນຖານກົນໄກການຄຸ້ມຄອງໄດ້ປະຕິບັດຕາມກົດໝາຍ ແລະ ລະບຽບການກໍານົດເຮັດໃຫ້ການຄຸ້ມຄອງວຽກງານຂອງດ່ານໄດ້ດໍາເນີນໄປຢ່າງຄ່ອງຕົວ ແລະ ວຽກງານຕົ້ນຕໍໄດ້ສຸມໃສ່ການຈັດເກັບລາຍຮັບຕິດພັນກັບການເຄື່ອນໄຫວວຽກງານອື່ນໆທີ່ປິ່ນອ້ອມ.

        ດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນະເຂດປະ​ກອບ​ມີ: 1 ດ່ານພາ​ສີທ້ອງຖິ່ນ, 4 ດ່ານ​ພາ​ສີປະເພນີ ແລະ 3 ໜ່ວຍງານທີ່ໄດ້ເຄື່ອນໄຫວປະຕິບັດໜ້າທີ່ຕາມພາລະບົດບາດ, ສິດ ແລະ ໜ້າທີ່ໃນ​ການ​ຄຸ້ມ​ຄອງ​ການ​ນຳ​ເຂົ້າ-ສົ່ງ​ອອກ, ຜ່ານ​ແດນສິນ​ຄ້າ​ເຄື່ອງ​ຂອງ, ການນໍາ​​ເຂົ້າ-ອອກ​​ຜ່ານ​ດ່ານຂອງ​ພາ​ຫະ​ນະ ແລະ ຜູ້​ໂດ​ຍ​ສານ, ການຈັດເກັບລາຍຮັບເຂົ້າງົບປະມານເພື່ອໃຫ້ສາມາດບັນລຸໄດ້ຕາມແຜນ ຫຼື ລື່ນແຜນ​ການທີ່ວາງໄວ້, ເຊິ່ງພາຍໃນດ່ານມີພະນັກງານ-ລັດຖະກອນທັງໝົດ 41 ຄົນ, ຍິງ 20 ຄົນ. ນອກຈາກນັ້ນຍັງມີພະນັກງານຊ່ວຍວຽກຈໍານວນໜຶ່ງ.

        ສ່ວນວຽກງານຈັດເກັບລາຍຮັບເຂົ້າງົບປະມານປີ 2025 ໄດ້ຮັບຕົວເລກລາຍຮັບຈາກພາສີ ປະຈຳແຂວງຈໍານວນ 1,778 ຕື້ກີບ; ເຊິ່ງຄະນະດ່ານໄດ້ມີຄວາມເອກະພາບ,ຢູ່ພາຍໃນດ່ານມີຄວາມສະຫງົບໂດຍພື້ນຖານບວກກັບຄວາມຮັບຜິດຊອບສູງຕາມທີ່ໄດ້ຮັບມອບໝາຍ, ໃຫ້ການບໍລິການອຳນວຍຄວາມສະດວກບົນລະບຽບຫຼັກການກຳ ນົດ, ປັບປຸງແກ້ໄຂຂອດບໍລິການພາຍໃນດ່ານໃຫ້ມີຄວາມສະດວກ, ວ່ອງໄວ, ຮັັບປະກັນໄດ້ດ້ານລະບຽບກົດໝາຍ, ການນໍາ​ເຂົ້າ-ສົ່ງອອກສິນຄ້າ, ເຄື່ອງຂອງ ແລະ ບັນຫາອື່ນໆ...ເຮັດການຈັດຕັ້ງປະຕິບັດວຽກງານເກັບລາຍຮັບເຂົ້າງົບປະມານແຫ່ງລັດໃນໄລຍະ 05 ເດືອນປີ 2025 ປະຕິບັດໄດ້ທັງໝົດ 772.04 ຕື້ກີບເທົ່າກັບ 43.42% ຂອງແຜນການປີ, ທຽບໃສໄລຍະດຽວກັນປີ 2024 ເພີ່ມຂຶ້ນ 15.75% ຄິດເປັນເງິນຈໍານວນ 105.07 ຕື້ກີບ; ເຊິ່ງລາຍຮັບສ່ວນໃຫຍ່ຢູ່ດ່ານໄດ້ຈາກຄ່າຊັກພິເສດສົ່ງອອກ,ພາສີ-ອາກອນຂາເຂົ້າ, ປະເພດນໍ້າມັນເຊື້ອໄຟ, ການນໍາເຂົ້າພາ ຫະນະ (ເປັນຄັນ), ສິ້ນສ່ວນ ແລະ ອາໄຫຼ່ພາຫະນະ, ສິນຄ້ານໍາເຂົ້າ-ສົ່ງອອກຕໍ່, ຄ່າທໍານຽມຕ່າງໆ ແລະ ອື່ນໆ.

        ທ່ານ ພຸດທະມີໄຊ ພັນທະນາໄລ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນນະເຂດ ກ່າວຕື່ມວ່າ: ສຳລັບທິດທາງແຜນການ 7 ເດືອນທ້າຍປີ ແລະ ໝົດປີ 2025 ດ່ານພາສີສາກົນຂົວມິດຕະພາບ2 ແລະ ທ່າບົກສະຫວັນນະເຂດ, ຈະສູ້ຊົນເກັບລາຍຮັບໃຫ້ບັນລຸຕາມແຜນ ແລະ ລື່ນແຜນການປີ. ພ້ອມທັງສ້າງຄວາມເຂັ້ມ ແຂງໃຫ້ເຈົ້າໜ້າທີ່ພາສີປະຈຳດ່ານດ້ວຍການບຸລະທຸຫັນເປັນທັນສະໄໝ ໃຫ້ສາມາດກາຍເປັນພະນັກງານຊຳນານງານ, ນໍາໃຊ້ເຄື່ອງມືທີ່ທັນສະໄໝເປັນຕົ້ນ: ລະບົບແຈ້ງພາສີໂດຍສັງເຂບ, ລະບົບ NSWA+, ລະບົບຄຸ້ມຄອງແຜນນໍາເຂົ້າ (Master List), ລະບົບຊໍາລະພັນທະງົບປະມານແຫ່ງລັດແບບລວມສູນ FINLINK, Easypass ຊໍາລະຄ່າທຳ ນຽມ ແລະ ຄ່າບໍລິການ, ລະບົບ D53 ແລະ ອື່ນໆເຂົ້າໃນວຽກງານວິຊາສະເພາະ, ກຳນົດແຜນວຽກແຜນງານປະຈຳອາທິດ, ເດືອນ, ງວດ, ປີໃຫ້ຈະແຈ້ງ, ເພື່ອຮັບປະກັນໃນການຈັດຕັ້ງປຕິບັດວຽກງານນຳເຂົ້າ ແລະ ສົ່ງອອກສິນຄ້າໃຫ້ສາມາດເກັບລາຍຮັບໃຫ້ຄົບຖ້ວນ ແລະ ຖືກຕ້ອງ.

          ພ້ອມທັງເອົາໃຈໃສ່ສຶກສາອົບຮົມດ້ານການເມືອງ-ແນວຄິດເພື່ອເຮັດໃຫ້ພະນັກງານ-ລັດຖະກອນມີຄຸນທາດການ ເມືອງຢ່າງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຈັນຍາບັນໃນອາຊີບ, ເອົາ​ໃຈ​ໃສ່​ຕິດຕາມ, ກວດກາ ​ແລະ ຄຸ້ມ​ຄອງການນຳເຂົ້າ-ສົ່ງອອກສິນຄ້າ, ເຄື່ອງຂອງຜ່ານດ່ານຢ່າງເຂັ້ມງວດ, ຂຸດຄົ້ນທຸກທ່າແຮງທີ່ບົ່ມຊ້ອນ, ເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼ, ພ້ອມກັນເອົາໃຈໃສ່ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງຖື​ເອົາ​ວຽກງານການ​ເກັບ​ລາຍ​ຮັບ​ເປັນ​ໜ້າ​ທີ່​ຕົ້ນຕໍຕິດ​ພັນ​ກັບ​ການ​ເຄື່ອນ​ໄຫວວຽກ​ງານ​​ອື່ນໆ.

© 2025 Copyright: ກະຊວງການເງິນ, ສປປ ລາວ