ເພື່ອເປັນການ ສະເຫຼີມ ສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ ແລະ ວັນເດັກນ້ອຍສາກົນຄົຍຮອບ 101 ປີ ( 01 ມິຖຸນາ 1924-1 ມິຖຸນາ 2025) ໃນວັນເສົາທີ 31 ພຶດສະພາ 2025 ຜ່ານມາ ກະຊວງການເງິນໄດ້ມີຂະບວນການປູກຕົ້ນໄມ້ແຫ່ງຊາດ ຢູ່ທີ່ດິນຂອງກະຊວງການເງິນ ບ້ານດົງໝາກຄາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ ມີຫົວໜ້າຫ້ອງການ, ຄະນະກົມ, ບໍລິສັດ, ລັດວິສາຫະກິດ ສະຖາບັນອ້ອມຂ້າງກະຊວງເຂົ້າຮ່ວມ. ຕົ້ນໄມ້ທີ່ປູກໃນຄັ້ງນີ້ ມີປະເພດຕົ້ນໄມ້ປະດັບ ແລະ ຕົ້ນໄມ້ກິນໝາກ ຈຳນວນໜຶ່ງ ລວມທັງໝົດ ເກືອບ 400 ເບ້ຍ ການປູກຕົ້ນໄມ້ຄັ້ງນີ້ແມ່ນເພື່ອປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກໍ່ຄືປູກຕົ້ນໄມ້ໃຫ້ເປັນພື້ນທີ່ປ່າສີຂຽວ. ພາຍຫຼັງ ປູກສຳເລັດ ທາງຄະນະຮັບຜິດຊອບຈະໄດ້ສືບຕໍ່ບົວລະບັດຮັກສາຈົນກວ່າເບ້ຍໄມ້ດັ່ງກ່າວຈະເຕີບໃຫຍ່ສົມບູນໃນຕໍ່ໜ້າ.
