• ຫ້ອງການ
  • |
  • 2025-05-30
  • |
  • ວຽກວິຊາສະເພາະ

        ໃນວັນທີ 30 ພຶດສະພາ 2025, ໄດ້ມີພິທີປິດຊຸດຝຶກອົບຮົບ ວຽກງານປະເມີນມູນຄ່າຊັບສິນ ໂດຍການເປັນປະທານ ຂອງທ່ານ ດວງປະເສີດ ທິພົມມະຈັນ ມີບັນດານັກສຳມະນາກອນ ຈາກບັນດາກົມຫ້ອງການ, ບໍລິສັດ ແລະ ສະຖາບັນອ້ອມຂ້າງກະຊວງການເງິນເຂົ້າຮ່ວມ. 

          ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ກໍ່ເພື່ອເປັນການຫຼຸດຜ່ອນ ຂໍ້ຜິດພາດໃນວຽກງານການປະເມີນ ທີ່ດິນ, ສິ່ງປູກສ້າງ, ພາຫະນະ ແລະ ເຄື່ອງຈັກ ຫຼັກສູດທີ່ຕິດພັນກັບການຈັດຕັ້ງປະຕິບັດການມະເມີນມູນຄ່າຊັບສິນຕົວຈິງ.

        ສຳລັບຫົວຂໍ້ທີ່ຝຶກອົບຮົມມີຄື: ຫຼັກການພື້ນຖານທາງດ້ານເສດຖະສາດ, ວິທີການ ແລະ ຂັ້ນຕອນໃນການປະເມີນ ລາຄາ; ຫຼັກການພື້ນຖານສະຖິຕິ ແລະ ການເງິນສໍາລັບການປະເມີນລາຄາ, ວິທີການຄິດໄລ ເນື້ອທີ່ດິນ ແລະ ສິ່ງປຸກສ້າງ; ບາງຫຼັກການພື້ນຖານສໍາຄັນຂອງວຽກງານສໍາຫຼວດ, ແຜນທີ່ດິນ, ນິຕິກຳ ແລະ ເອກະສານກ່ຽວກັບທີ່ດິນ; ວິ ທີການປະເມີນລາຄາແບບວິທີປຽບທຽບລາຄາຕະຫຼາດ ແລະ ການປະເມີນມູນຄ່າ ຊັບສິນດ້ວຍວິທີຕົ້ນທຶນ ແລະ ວິທີລາຍໄດ້.

        ໂດຍໄດ້ເນັ້ນໜັກ ເອົາຂໍ້ມູນຕົວຈິງມາເປັນແບບຢ່າງ ໃນການຄິດໄລ່ປະເມີນຄ່າ ຕາມຫຼັກສູດ ກໍ່ຄືວິຊາຮຽນດັ່ງກ່າວ ແລະ ແນະນໍາວິທີການນໍາໃຊ້ແອັບເຂົ້າມາຊ່ວຍໃນການຄິດໄລເນື້ອທີ່ ແລະ ບໍລິມາດ, ນອກນັ້ນຍັງມີການສົນທະນາແລກປ່ຽນເຊິ່ງກັນ ແລະ ກັນ ຊຶ່ງນັກສໍາມະນາກອນທີ່ເຂົ້າຮ່ວມກໍມີຄວາມ ສົນໃຈຫຼາຍຕໍ່ວຽກງານດັ່ງກ່າວ ເພາະເປັນຫົວຂໍ້ ທີ່ໄດ້ຖືກນໍາໃຊ້ໃນທຸກອົງກອນ ພັກລັດ ແລະ ເອກະຊົນ.

        ໃນຕອນທ້າຍພິທີ ທ່ານ ດວງປະເສີດ ທິພົມມະຈັນ ໄດ້ມີຄຳເຫັນວ່າຕໍ່ຊຸດ: ຝຶກອົບຮົມວຽກງານດັ່ງກ່າວແມ່ນມີຄວາມໝາຍສຳຄັນ ເພາະເປັນວຽກງານໃນການສັງລວມ ຂໍ້ມູນຊັບສິນຂອງລັດ ໃຫ້ລະອຽດຊັດເຈນ ດ້ວຍລະບົບທັນສະໄໝ ຫຼີກເວັ້ນການຕົກເຮ່ຍເສຍຫາຍຊັບສິນຂອງລັດ. ຫວັງຢ່າງຍິ່ງວ່າບັນດານັກສຳມະນາກອນ ຈະນຳເອົາຄວາມຮູ້ດັ່ງກ່າວໄປນຳໃຊ້ເຂົ້າໃນວຽກງານຕົວຈິງ ຕາມພາລະບົດບາດຂອງຕົນ ຢ່າງມີປະສິດທິພາບ.

© 2025 Copyright: ກະຊວງການເງິນ, ສປປ ລາວ