ໃນວັນທີ 30 ພຶດສະພາ 2025 ກົມນະໂຍບາຍການເງິນ ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2024 ແລະ ຜ່ານທິດທາງແຜນການໃນປີ 2025. ໂດຍການເປັນປະທານ ຂອງທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະ ຊວງການເງິນ ມີຄະນະກົມ ຄະນະພະແນກ ຕາງໜ້າກົມອ້ອມຂ້າງ ພ້ອມດ້ວຍພະນັກງານ ວິຊາການພາຍໃນກົມເຂົ້າຮ່ວມ. ໃນວາລະກອງປະຊຸມໄດ້ຜ່ານຮ່າງບົບລາຍງານການຈັດຕັ້ງປະຕິບັດວຽກງານໃນປີ 2024 ຜ່ານມາ ໂດຍເຫັນໄດ້ຫຼາຍຜົນງານ ຫຼາຍໜ້າວຽກໄດ້ສຳເລັດ ຕາມພາລະບົດບາດ ເປັນຕົ້ນ ວຽກງານນະໂຍບາຍເສດຖະກິດ-ການເງິນ ສໍາເລັດກ່ຽວກັບການສະຫຼຸບສັງລວມ ແຜນພັດທະນາການເງິນແຫ່ງລັດ ປະຈຳປີ 2023 ແລະ ທິດທາງແຜນການປີ 2024 ແລະ ນໍາສົ່ງບົດດັ່ງກ່າວເຖິງພາກສ່ວນທີ່ກ່ຽວຂ້ອງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ. ພ້ອມທັງ, ສະຫຼຸບສັງ ລວມ ແລະ ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການເງິນແຫ່ງລັດ ປີ 2024 ແລະ ທິດທາງແຜນການ ປີ 2025 ແລະ ສໍາເລັດການສະຫຼຸບສັງລວມການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການເງິນແຫ່ງລັດ ປີ 2024 ແລະ ທິດທາງແຜນການ ປີ 2025; ສໍາເລັດຮ່າງ ເບື້ອງຕົ້ນ ການສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການເງິນແຫ່ງລັດ ໄລຍະ 5 ປີ (2021-2025) ແລະ ກະກຽມສ້າງແຜນພັດທະນາຂະແໜງການເງິນແຫ່ງລັດ ໄລຍະ 5 ປີ (2026-2030); ຄົ້ນຄວ້າຈັດຕັ້ງຜັນຂະຫຍາຍມະຕິ 04/ກມສພ ວ່າດ້ວຍການສ້າງ ເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ໂດຍໄດ້ຜັນຂະຫຍາຍອອກເປັນ ຮ່າງ ຄໍາແນະນໍາ ກ່ຽວກັບການຈັດຕັ້ງປະຕິບັດມະຕິວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ຂອງຂະແໜງການເງິນ ແລະ ໄດ້ຈັດກອງປະຊຸມຮ່ວມກັບພາກສ່ວນທີ່ກ່ຽວຂ້ອງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ; ສໍາເລັດການປະກອບຄໍາເຫັນ ຕໍ່ ຮ່າງ ຄຳສັ່ງ ວ່າດ້ວຍແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ປະຈໍາປີ 2025; ປະກອບຄໍາເຫັນໃສ່ ຮ່າງ ບົດສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ 2021-2023 ແລະ ທິດທາງແຜນການໃນຕໍ່ໜ້າ; ສໍາເລັດການປະກອບຄຳເຫັນຕໍ່ ຂໍ້ສະເໜີຂອງທະນາຄານໂລກ ແລະ ທະນາຄານພັດທະນາອາຊີ ໃນການປະຕິຮູບເສດຖະກິດຂອງ ສປປ ລາວ. ໂອກາດນີ້, ທ່ານ ພູວົງ ກິດຕະວົງ ໄດ້ມີຄຳເຫັນຕໍ່: ວຽກງານນະໂຍບາຍການເງິນແມ່ນມີຄວາມໝາຍຄວາມສຳຄັນ ເປັນເສນາທິການໃຫ້ຄະນະນຳໃນການ ຄົ້ນຄວ້າ ນະໂຍບາຍທີ່ສຳຄັນຕາມການມອບໝາຍຂອງ ພັກ ແລະ ລັດ ເຖິງແມ່ນວ່າໃນໄລຍະຜ່ານມາ ໄດ້ສຳເລັດການຄົ້ນຄວ້າ ເພີ່ມເງິນນະໂຍບາຍ ໃຫ້ພະນັກງານ, ທະຫານ, ຕຳຫຼວດ ແລະ ຫນ້າວຽກອື່ນໆແລ້ວກໍ່ຕາມ ຢ່າງໃດກໍ່ຕາມ ກໍ່ຮຽກຮ້ອງ ໃຫ້ຄະນະກົມ ແລະ ພະແນກການ ສືບຕໍ່ຄົ້ນຄວ້າ ການຂຸດຄົ້ນແຫຼ່ງລາຍຮັບ ໂດຍລົງເລິກແຕ່ລະຂົງເຂດແຫຼ່ງລາຍຮັບທີ່ມີຢູ່ແລ້ວ ເພື່ອໃຫ້ເຫັນທ່າແຮງບົ່ມຊ້ອນ ເປັນພື້ນຖານໃນການສ້າງແຜນລາຍຮັບ ໃຫ້ມີລາຍຮັບເພີ່ມຂຶ້ນກວ່າເກົ່າ ເພາະໃນທ່າມກາງສະພາບຄວາມຫຍຸ້ງຍາກຂອງງົບປະມານໃນປັດຈຸບັນນີ້ ແມ່ນມີຄວາມຈຳເປັນຢ່າງຍິ່ງ ທີ່ຕ້ອງໄດ້ສຸມໃສ່ ຊອກຫາ ທ່າແຮງລາຍບົ່ມຊ້ອນ ໂດຍນຳເອົາບົດຮຽນປະສົບການຈາກບັນດາປະເທດອ້ອມຂ້າງ ເປັນຕົ້ນແມ່ນ ຄູ່ຮ່ວມຍຸດທະສາດ ສສ ຫວຽດນາມ ແລະ ສປ ຈີນ ມາເປັນຂໍ້ມູນພື້ນຖານຄົ້ນຄວ້າ ກຳນົດແຜນງານ ນະໂຍບາຍ ເພື່ອສະເໜີລັດຖະບານພິຈາລະນາຕາມຂັ້ນຕອນ ພ້ອມກັນນັ້ນ ກໍໃຫ້ສືບຕໍ່ຄົ້ນ ຄວ້າ ຄວາມເປັນໄປໄດ້ໃນການເພີ່ມເງິນນະໂຍບາຍຕ່າງໆ ຂຶ້ນຕື່ມອີກ ຕາມຄວາມອາດສາມາດຂອງງົບປະມານຕົວຈິງ.
