ຄະນະຜູ້ແທນ ກະຊວງການເງິນ ນຳໂດຍ ທ່ານ ພູວົງ ກິດຕະວົງ, ຮອງລັດຖະມົນຕີ ກະຊວງການເງິນ ໄດ້ເຂົ້າຮ່ວມກອງປະຊຸມ ຄັ້ງທີ 2 ຂອງຄະນະກະກຽມເນື້ອໃນ (Preparation Committee) ລະຫວ່າງວັນທີ 2-6 ທັນວາ 2024 ທີ່ຜ່ານມາ ຢູ່ສຳນັກງານໃຫຍ່ ສະຫະປະຊາຊາດ (UN), ນິວຢອກ, ສ. ອາເມລິກາ. ເພື່ອລະດົມຄວາມຄິດ, ທັດສະນະ ແລະ ການຊີ້ນຳ ຈາກບັນດາການນຳ ກະຊວງການເງິນ ຂອງປະເທດສະມາຊິກ ສຳລັບການສ້າງບົດລາຍງານ ທີ່ຈະສະເໜີໃນກອງປະຊຸມສາກົນ ຄັ້ງທີ 4 ວ່າດ້ວຍການສະໜອງທຶນສຳລັບການພັດທະນາ (4th International Conference on Financing for Development) ທີ່ຈະຈັດຂຶ້ນໃນເດືອນ ກໍລະກົດ 2025 ຢູ່ ແອສປາຍ.
![]() |
ກອງປະຊຸມ ໄດ້ປຶກສາຫາລື ໃນລວງເລິກ 7 ຫົວຂໍ້ ຄື: ແຫຼ່ງທຶນພາຍໃນຂອງພາກລັດ; ການເງິນ ແລະ ທຸລະກິດຂອງພາກເອກະຊົນພາຍໃນ ແລະ ສາກົນ; ການຮ່ວມມືສາກົນ; ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ; ໜີ້ສິນ ແລະ ຄວາມຍືນຍົງ; ການຄ້າສາກົນ ທີ່ເປັນໂຕຂັບເຄື່ອນການພັດທະນາ; ບັນຫາສະສົມ ແລະ ຊຳເຮື້ອ; ໂດຍໄດ້ຍົກໃຫ້ເຫັນ ສະພາບການປັບປຸງນະໂຍບາຍການສະໜອງທຶນ ຂອງແຕ່ລະປະເທດ ແລະ ຊ່ອງທາງການແກ້ໄຂໃນຕໍ່ໜ້າ ເພື່ອຮຽກຮ້ອງໃຫ້ ກອງປະຊຸມສາກົນຄັ້ງທີ 4 ມີທິດທາງການຈັດຕັ້ງປະຕິບັດທີ່ເປັນຮູບປະທຳຫຼາຍຂຶ້ນ.
![]() |
ໃນນາມ ສປປ ລາວ ເປັນປະເທດດ້ອຍພັດທະນາ, ທ່ານ ຮອງລັດຖະມົນຕີ ໄດ້ມີຄຳເຫັນ ກ່ຽວກັບ ສະພາບການປ່ຽນແປງຂອງໂລກ ທີ່ເກີດມີຫຼາຍວິກິດການດ້ານສາທາລະນະສຸກ, ເສດຖະກິດ ແລະ ສິ່ງແວດລ້ອມ, ເຊິ່ງເປັນສາເຫດໃຫ້ບັນດາປະເທດດ້ອຍພັດທະນາບໍ່ສາມາດສ້າງຄວາມເຂັ້ມແຂງ ທົນທານ ແລະ ສ້າງລາຍຮັບພາຍໃນ ໄດ້ພຽງພໍ, ຮຽກຮ້ອງໃຫ້ການສະໜອງທຶນຄັ້ງ ທີ 4 ຕ້ອງມີມາດຕະການສະໜັບສະໜູນທີ່ເຂັ້ມຂຸ້ນຂຶ້ນກວ່າເກົ່າ ແລະ ຮັບປະກັນທຶນ ທີ່ຜ່ອນຜັນສູງ ແລະ ພຽງພໍ ສຳລັບຄວາມຕ້ອງການຂອງປະເທດດ້ອຍພັດທະນາ. ໄດ້ຍົກໃຫ້ເຫັນຂໍ້ຈຳກັດຂອງ ສປປ ລາວ ໃນການເຂົ້າເຖິງແຫຼ່ງທຶນ ຕະຫຼາດສາກົນ, ຄວາມເອົາໃຈໃສ່ ການປັບປຸງການຄຸ້ມຄອງການເງິນພາກລັດ ໂດຍສຸມໃສ່ການສ້າງຄວາມເຂັ້ມແຂງການຄຸ້ມຄອງລາຍຮັບ.
![]() |
ຕະຫຼອດໄລຍະຜ່ານມາ ສປປ ລາວ ໄດ້ປັບປຸງລະບົບອາກອນ, ນະໂຍບາຍ, ນິຕິກຳ ແລະ ຄວາມອາດສາມາດສະຖາບັນອາກອນໃນຂອບເຂດທົ່ວປະເທດ ຢ່າງຕໍ່ເນື່ອງ. ໃນນັ້ນ ໄດ້ພະຍາຍາມແກ້ໄຂ ແລະ ຍົກເລີກການຍົກເວັ້ນອາກອນ ແລະ ສົ່ງເສີມການປະຕິບັດພັນທະອາກອນ ຂອງບັນດາຫົວໜວຍທຸລະກິດ. ເຖິງແມ່ນວ່າ ການເກັບລາຍຮັບອາກອນຈະເພີ່ມຂຶ້ນ ແຕ່ກໍຍັງບໍ່ພຽງພໍສຳລັບລາຍຈ່າຍໃນພາກການລົງທຶນທີ່ຈຳເປັນ ແລະ ຍັງມີສິ່ງທ້າທາຍໃນການເພີ່ມລາຍຮັບຕໍ່ອັດຕາສ່ວນທີ່ເໝາະສົມກັບຍອດລວມຜະລິດຕະພັນພາຍໃນ (GDP).
ພ້ອມນັ້ນທ່ານໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນ ສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ເພື່ອເສີມສ້າງຄວາມສາມາດການຄຸ້ມຄອງອາກອນ ແລະ ຄົ້ນຄວ້າອາກອນອື່ນໆ ລວມທັງ ຫຼຸດຜ່ອນ ຫຼື ຢຸດຕິ ການຂໍຍົກເວັ້ນອາກອນມູນຄ່າເພີ່ມ ແລະ ພາສີອາກອນການນຳເຂົ້າວັດຖຸ ອຸປະກອນ ຮັບໃຊ້ໂຄງການ ໃນຂອບການຊ່ວຍເຫຼືອສອງຝ່າຍ ກໍຄື ການຊ່ວຍເຫຼືອລັດຖະບານຕໍ່ລັດຖະບານ ເພື່ອຊ່ວຍສ້າງລາຍຮັບພາຍໃນເພີ່ມຂຶ້ນ ແລະ ສ້າງຄວາມຍືນຍົງໃຫ້ງົບປະມານແຫ່ງລັດ.