• ກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ
  • |
  • 2025-05-29
  • |
  • ວຽກວິຊາສະເພາະ

        ໃນວັນທີ 29 ພຶດສະພາ 2025 ນີ້, ໄດ້ຈັດພິທີເຊັນບົດບັນທຶກການຮ່ວມມື (MOU) ລະຫວ່າງກະຊວງການເງິນ, ຕາງໜ້າໂດຍກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ (ຄລປ) ຮ່ວມກັບ ກຸ່ມບໍລິສັດຫຼັກຊັບ, ຈຸດປະສົງເພື່ອປັບປຸງໂຄງສ້າງວິສາຫະກິດ, ຊອກຫາຄູ່ຮ່ວມຍຸດທະສາດ ເເລະ ຊຸກຍູ້ໃຫ້ເເກ່ບັນດາວິສາຫະກິດລັດສາມາດເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວໄດ້.

        ຕາງໜ້າກະຊວງການເງິນໂດຍທ່ານ ໄພທູນ ທ່ຽງລະໄມ ຫົວໜ້າກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ (ຄລປ) ກັບທ່ານ ປອ. ເທບສະຫວັນ ກິຕິຍະວົງ ຜູ້ອໍານວຍການ ບໍລິສັດຫຼັກຊັບ ທຄຕລ-ກທ ຈຳກັດ; ທ່ານ ນາງ ວິໄລທອງ ທຳມະວົງສາ ຜູ້ອໍານວຍການບໍລິສັດຫຼັກຊັບ ແອລ໌ດີບີ ຈໍາກັດຜູ້ດຽວ; ທ່ານ ລິນ ລີ ຜູ້ອໍານວຍການ ຜູ້ອໍານວຍການບໍລິສັດຫຼັກຊັບ ລາວ-ຈີນມະຫາຊົນ ແລະ ທ່ານ ນາງ ປຸນຍານຸດ ຈັນທະສອນ ຜູ້ຊ່ວຍຜູ້ອໍານວຍການຝ່າຍບໍລິຫານບໍລິສັດຫຼັກຊັບ ເອພີເອັມ ລາວ ຈຳກັດ; ໂດຍການເຂົ້າຮ່ວມຂອງທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ສຸລິສັກ ທຳນຸວົງ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ພ້ອມຄະນະກົມ, ຫົວໜ້າພະແນກ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.ການເຊັນບົດບັນທຶກຄັ້ງນີ້ແມ່ນການເຊັນຮ່ວມກັນລະຫວ່າງກະຊວງການເງິນຕາງໜ້າໂດຍກົມ ຄລປ ກັບກຸ່ມບໍລິສັດຫຼັກຊັບຄື: ບໍລິສັດ ຫຼັກຊັບ ເເອລ໌ດີບີ ຈໍາກັດຜູ້ດຽວ (LDB-S), ບໍລິສັດຫຼັກຊັບ ທຄຕລ-ກທ ຈໍາກັດ (BCEL-KT), ບໍລິສັດຫຼັກຊັບ ລາວ-ຈີນ ມະຫາຊົນ (LCS) ເເລະ ບໍລິສັດ ຫຼັກຊັບ ເອພີເອັມ ລາວ ຈໍາກັດ (APMLAO) ໂດຍເປັນການປະຕິບັດຕາມທິດຊີ້ນຳຂອງລັດຖະມົນຕີກະຊວງການເງິນ ຄັ້ງວັນທີ 11 ມີນາ 2025 ຕໍ່ກັບຜົນການຄົ້ນຄວ້າສືບຕໍ່ເຊັນບົດບັນທຶກການຮ່ວມມືຮ່ວມກັບກຸ່ມບໍລິສັດຫຼັກຊັບ ເເລະ ຂໍ້ຕົກລົງວ່າດ້ວຍການມອບສິດໃຫ້ກົມ ຄລປ ສືບຕໍ່ເຊັນບົດບັນທຶກການຮ່ວມມືຮ່ວມກັບກຸ່ມບໍລິສັດຫຼັກຊັບ ສະບັບເລກທີ 0693/ກງ, ລົງວັນທີ 12 ມີນາ 2025.

 

       ຈຸດປະສົງເພື່ອເປັນການສືບຕໍ່ການຮ່ວມມືຕາມທີ່ທັງສອງຝ່າຍທີ່ໄດ້ຄົບກຳນົດໄວ້ເວລາ 02 ປີໃນບົດບັນ ທຶກ MOU ສະບັບລົງວັນທີ 24 ພະຈິກ 2021. ດັ່ງນັ້ນ, ເພື່ອໃຫ້ວຽກງານມີຄວາມຕໍ່ເນື່ອງ ແລະ ສາມາດນໍາຜົນທີ່ໄດ້ໄປຜັນຂະຫຍາຍໃຫ້ສອດຄ່ອງຕາມເປົ້າໝາຍໃນການຈັດຕັ້ງປະຕິບັດ ສ້າງຄວາມເຂັ້ມເເຂງໃຫ້ເເກ່ບັນດາວິສາ ຫະກິດລັດລົງທຶນໃນວຽກງານການປະເມີນມູນຄ່າຮຸ້ນໃຫ້ກັບບັນດາວິສາຫະກິດລັດລົງທຶນ ໃນການປັບປຸງໂຄງສ້າງວິສາຫະກິດ ຫຼື ຊອກຫາຄູ່ຮ່ວມຍຸດທະສາດລວມທັງວຽກງານການຈັດບຸລິມະສິດໃຫ້ເເກ່ບັນດາວິສາຫະກິດລັດລົງທຶນທີ່ມີເງື່ອນໄຂ ເເລະ ຄວາມພ້ອມ, ປັບປຸງ, ຊຸກຍູ້ສົ່ງເສີມໃຫ້ເເກ່ບັນດາວິສາຫະກິດລັດສາມາດເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວໄດ້.ພ້ອມດຽວກັນນີ້, ເພື່ອຮັບປະກັນໃຫ້ລັດວິສາຫະກິດມີຄວາມເຂັ້ມແຂງ, ດຳເນີນງານຖືກຕ້ອງກັບເປົ້າໝາຍ ເພື່ອຫຼຸດຜ່ອນຂອງລັດຖະບານຕໍ່ໜີ້ສາທາລະນະ, ຮັບປະກັນໃຫ້ການຄຸ້ມຄອງ ແລະ ການນໍາໃຊ້ຊັບສິນຂອງລັດໃນລັດວິສາຫະກິດໃຫ້ເກີດປະໂຫຍດສູງສຸດ ແລະ ເປັນການຊ່ວຍໃຫ້ລັດຖະບານໃນການກຳນົດນະໂຍບາຍ ເເລະ ລະ ບຽບການຕ່າງໆໃນການປັບປຸງວິສາຫະກິດລັດລົງທຶນຢ່າງຮອບດ້ານໃຫ້ມີຜົນສຳເລັດ ເເລະ ການດຳເນີນທຸລະກິດແບບຍືນຍົງຕາມເເນວທາງການຄຸ້ມຄອງວິສາຫະກິດລັດລົງທຶນໃນໄລຍະໃໝ່, ສ້າງໃຫ້ເປັນເສົາຄ້ຳດ້ານເສດຖະກິດຂອງປະເທດ.

© 2025 Copyright: ກະຊວງການເງິນ, ສປປ ລາວ