ໃນລະຫວ່າງ ວັນທີ 28-30 ພຶດສະພາ 2025 ຫ້ອງການ ກະຊວງການເງິນ ໄດ້ຈັດຊຸດຝຶກອົບຮົມວຽກງານ ປະເມີນມູນຄ່າຊັບສິນ ໂດຍການເປັນປະທານຂອງ ທ່ານ ດວງປະເສີດ ທິພົມມະຈັນ ຮອງຫົວໜ້າຫ້ອງການ ກະຊວງການເງິນ, ມີວິທະຍາກອນຈາກວິທະຍາໄລເຕັກນິກຊັບພະວິຊາ, ພ້ອມດ້ວຍນັກສຳມະນາກອນຕາງໜ້າຈາກບັນດາກົມ, ພະແນກການ ອ້ອມຂ້າງຫ້ອງການກະຊວງ ແລະ ແຂກຖືກເຊີນເຂົ້າຮ່ວມ.


ທ່ານ ດວງປະເສີດ ທິພົມມະຈັນ ໃຫ້ຮູ້ວ່າ: ວຽກງານການປະເມີນມູນຄ່າຊັບສິນຂອງລັດ ເປັນວຽກງານທີ່ສຳຄັນ ຕິດພັນກັບການປະຕິບັດໜ້າທີ່ ເຊັ່ນການຄຸ້ມຄອງນຳໃຊ້ວັດຖຸອຸປະກອນ, ພາຫະນະ, ຕຶກອາຄານສິ່ງກໍ່ສ້າງ, ທີ່ດິນ ເພື່ອຫຼຸດຜ່ອນຂໍຜິດພາດ ຍັງບໍ່ຊັດເຈນ ແລະ ເອກະພາບກັນ ໃນການຕີລາຄາມູນຄ່າຕໍ່ຊັບສິນດັ່ງກ່າວ ໃຫ້ໄດ້ຮັບການແກ້ໄຂບັນຫາໃນການປະຕິບັດໜ້າທີ່ ທັງເປັນການສ້າງຄວາມເຂັ້ມແຂງຂອງພະນັກງານການເງິນຕໍ່ວຽກງານດັ່ງກ່າວ.


ຊຸດຝຶກອົບຮົມຄັ້ງນີ້ ຈະຈັດເປັນເວລາ 03 ວັນ ລັດຖະການ ແຕ່ວັນທີ 28-30 ພຶດສະພາ ນີ້ ເຊິ່ງບັນຍາຍໂດຍວິທະຍາກອນຈາກວິທະຍາໄລເຕັກນິກຊັບພະວິຊາ ໃນຫົວຂໍ້: ຫຼັກການພື້ນຖານເສດຖະສາດ, ວິທີການ ແລະ ການປະເມີນລາຄາ; ຫຼັກການພື້ນຖານທາງສະຖິຕິ ແລະ ການເງິນສຳລັບການປະເມີນລາຄາ; ບາງຫຼັັກການພື້ນຖານຂອງວຽກງານສຳຫຼວດ, ແຜນທີ່ດີນ, ນິຕິກຳ ແລະ ເອກະສານກ່ຽວກັບທີ່ດິນ; ວິທີການຄິດໄລ່ທີ່ດິນ ແລະ ສິ່ງປຸກສ້າງ ພ້ອມທັງ ນຳສະເໜີວິທີການປະເມີນລາຄາແບບປຽບທຽບກັບລາຄາຕະຫຼາດ ແລະ ບັນດາຫົວຂໍ້ທີ່ຕິດພັນ.