ໃນວັນທີ 28 ພຶດສະພາ 2025 ກະຊວງການເງິນ ໄດ້ເປີດກອງປະຊຸມທາງໄກເພື່ອ ສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ເດືອນທ້າຍປີ 2025 ໂດຍການເປັນປະທານ ຂອງທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ ໂດຍມີ ພະແນກການເງິນບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ. ໃນກອງປະຊຸມ ທ່ານ ໜູເຊີຍ ພົມສີຈັນ ຫົວໜ້າກົມງົບປະມານແຫ່ງລັດ ລາຍງານສະພາບການຈັດຕັ້ງແຜນງົບປະມານແຫ່ງລັດ ປີ 2025 ແຜນລາຍຮັບທັງໝົດ 68,100 ຕື້ກີບ, ຄາດຄະເນ 06 ເດືອນຕົ້ນປີຈະ ສາມາດປະຕິບັດໄດ້ປະມານ 37,056 ຕື້ກີບ ເທົ່າກັບ 108% ຂອງແຜນ 6 ເດືອນຕົ້ນປີ ແລະ ເທົ່າກັບ 54.42% ຂອງ ແຜນປີ ຫຼື ເທົ່າກັບ 9.88% ຂອງ GDP, ຊຶ່ງຄາດວ່າໝົດປີ2025 ຈະສາມາດປະຕິບັດໄດ້ຕາມແຜນ ຫຼືລື່ນ ແຜນການທີ່ສະພາແຫ່ງຊາດຮັບຮອງ. ດ້ານລາຍຈ່າຍ ສາມາດປະຕິບັດໄດ້ 20,466 ຕື້ກີບ ເທົ່າກັບ 28.48% ຂອງແຜນການປີໃນນັ້ນ: ຂັ້ນສູນກາງ 16,080 ຕື້ກີບ ເທົ່າກັບ 27.34% ຂອງແຜນການປີ ແລະ ທ້ອງຖິ່ນ 4,386 ຕື້ກີບ ເທົ່າກັບ 31.97% ຂອງແຜນການປີ, ຊຶ່ງກະຊວງ ການເງິນໄດ້ສຸມໃສ່ການເບີກຈ່າຍເງິນເດືອນ-ເງິນນະໂຍບາຍ ໃຫ້ພຽງພໍທັນຕາມກໍານົດເວລາ, ສິ່ງສໍາຄັນ ສາມາດຊໍາລະໜີ້ສິນຕາມຂໍ້ຜູກຜັນສັນຍາ, ລາຍຈ່າຍຮັບໃຊ້ວັນສໍາຄັນຂອງຊາດ ແລະ ຍັງສາມາດຮັບປະກັນ ການເຄື່ອນໄຫວຂອງບັນດາກົງຈັກຂອງພັກ-ລັດຖະບານ ໄດ້ເປັນປົກກະຕິ. ການຈັດຕັ້ງປະຕິບັດດ້ານລາຍຮັບທີ່ພົ້ນເດັ່ນ ມີ 10 ແຂວງ ປະຕິບັດລາຍຮັບໄດ້ເກີນ 50% ຂອງແຜນປີປະກອບມີ: ແຂວງບໍລິຄໍາໄຊ 78%, ໄຊ ສົມບູນ 72%, ສະຫວັນນະເຂດ 68%, ຄໍາມ່ວນ 61%, ຫຼວງພະບາງ 59%, ອຸດົມໄຊ 59%, ອັດຕະປື 58%, ສາລະວັນ 54%, ຈໍາປາສັກ 51% ແລະ ນະຄອນຫຼວງວຽງຈັນ 50%. ຊຶ່ງສາເຫດທີສາມາດປະຕິບັດໄດ້ເກີນແຜນ 50% ແມ່ນເນື່ອງມາຈາກການຂະຫຍາຍຕົວຂອງ ເສດຖະກິດພາຍໃນ, ຫລາຍກິດຈະການ ກໍ່ມີທ່າຂະຫຍາຍຕົວ ບວກກັບການຈັດຕັ້ງປະຕິບັດບັນດາມາດ ຕະການ ແລະ ນິຕິກໍາ ທີ່ເປັນການຜັນຂະຫຍາຍວາລະແຫ່ງຊາດ, ການມອບອາກອນກໍາໄລຂອງຫົວໜ່ວຍທຸລະ ກິດເພີ່ມຂຶ້ນ ເປັນຕົ້ນ ຈາກຂະແໜງການບໍ່ແຮ່ເພີ່ມຂຶ້ນ 155%. ມີ06 ແຂວງ ປະຕິບັດລາຍຮັບໄດ້31%-49% ແລະ ມີ 02 ແຂວງ ປະຕິບັດລາຍຮັບໄດ້ຕໍ່າກວ່າ 30% ຂອງແຜນປີ; ນອກຈາກນັ້ນຍັງໄດ້ປະຕິບັດມາດຕະການຕ້ານ ແລະ ສະກັດກັນການລັກລອບສີນຄ້າໜີພາສີ ແລະມີການບັງຄັບໃຊ້ກົດໝາຍຢ່າງເຂັ່ມງວດ, ເຊິ່ງກະຊວງການເງິນສ້າງຄຳແນະນຳກ່ຽວກັບວິທີການແກ້ໄຂບັນຫາພາຫະນະນຳເຂົ້າຖືກບໍ່ຕ້ອງ ແລະ ນຳໃຊ້ບໍ່ຖືກເປົ້າໝາຍຢູ່ເຂດເສດຖະກິດພິເສດສາມຫຼຽມຄຳ ແລະ ຂອບເຂດທົ່ວປະເທດ, ໄດ້ຄົ້ນຄວ້າ ປັບປຸງ ແລະ ກຳນົດຖານລາຄາພາຫະນະ ເພື່ອເປັນພື້ນຖານໃນການຄິໄລພາສີ-ອາກອນ ແລະ ຄ່າປັບໃໝອີກດ້ວຍ. ໂອກາດດັ່ງກ່າວ, ທ່ານ ຮອງລັດຖະມົນຕີ ກະຊວງການເງິນ ຍັງໄດ້ມີຄໍາເຫັນໂອ້ລົມວ່າ: ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຍັງຢູ່ໃນໄລຍະທີ່ເສດຖະກິດມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍດ້ານ ໂດຍສະເພາະ ອັດຕາເງິນເຟີ້ສູງ, ລາຄາພະລັງງານ, ທອງຄໍາຜັນຜວນ ແລະ ການຫວ່າງງານມີແນວໂນ້ມເພີ່ມຂຶ້ນ. ຕິດພັນກັບ ການປະຕິບັດ ແຜນງົບປະມານແຫ່ງລັດກໍ່ເຫັນວ່າຍັງມີຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຫຼາຍດ້ານທີ່ຕ້ອງສຸມໃສ່ແກ້ໄຂຢ່າງຈິງຈັງເພື່ອສ້າງທ່າຫັນປ່ຽນໃໝ່ທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານເປັນຕົ້ນແມ່ນການສືບຕໍ່ແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ບັນຫາໜີ້ສິນສາທາລະນະທີ່ສະສົມ, ການຈັດເກັບລາຍຮັບເຂົ້າງົບປະມານບາງຖານລາຍຮັບຍັງບໍ່ທັນຍືນຍົງ, ລາຍຮັບເກີນແຜນທີ່ຈັດຕັ້ງປະຕິບັດໄດ້ຍັງບໍ່ທັນສ່ອງແສງເປັນລາຍຮັບທີ່ໝັ້ນຄົງ, ຖານລາຍຮັບແບບຍືນຍົງທີ່ມີຢູ່ຍັງບໍ່ສາມາດເກັບໄດ້ຄົບຖ້ວນ, ການປະສານງານແລກປ່ຽນຂໍ້ມູນຂ່າວສານລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ຍັງບໍ່ທັນເລິກເຊິ່ງແລະ ກົມກຽວ, ການພັດທະນາການເງິນແຫ່ງລັດຫັນເປັນທັນສະໄໝລວມສູນຍັງບໍ່ທັນໄດ້ດີເທົ່າທີ່ຄວນ ແລະ ການປະຕິຮູບລັດວິສາຫະກິດຍັງມີສິ່ງທ້າທາຍສູງ ບັນຫາ ແລະ ສິ່ງທ້າທາຍດັ່ງກ່າວນັ້ນ ພວກເຮົາຈະຕ້ອງໄດ້ສືບຕໍ່ແກ້ໄຂໃຫ້ສໍາເລັດ ໂດຍສະເພາະການຈັດຕັ້ງປະຕິບັດວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນຂອງຊາດ ຕາມທິດສ້າງເສດຖະກິດ ເອກະລາດເປັນເຈົ້າຕົ້ນເອງ (ສອຈ). ເພື່ອໃຫ້ບັນລຸຄາດໝາຍຂອງແຜນການທີ່ສະພາແຫ່ງຊາດຮັບຮອງໂດຍສືບຕໍ່ຈັດເກັບລາຍຮັບຈາກຖານລາຍຮັບທີ່ມີໃນປັດຈຸບັນໃຫ້ຄົບຖ້ວນ ແລະ ຂຸດຄົ້ນຊອກແລງລາຍຮັບໃໝ່ທີ່ບົ່ມຊ່ອນເປັນຕົ້ນແມ່ນການເກັບລາບຮັບຄ່າກວດຄຸນນະພາບແຮ່ທາດກ່ອນສົ່ງອອກ, ລາຍຮັບຈາການຄ້າຂາຍອອນລາຍ , ຢຸດຕິການຍົກເວັນພາສີອາກອນ ທີ່ບໍ່ຖືກຕ້ອງຕາມກົດໝາຍສືບຕໍປັບປຸງໂຄງສ້າງ ດ້ານລາຍຈ່າຍຂອງບັນດາຫົວໜ່ວຍງົບປະມານພາຍຫຼັງທີ່ໄດມີການໂຮມຫົວໜ່ວຍງົບປະມານເຂົ້າກັນ ແລະ ຈັດສັນແຜນງົບປະມານຄືນໃໝ່ ໃຫ້ແທດເໝາະກັບສະພາບຕົວຈິງ, ຄົ້ນຄວ້າການເພີ່ມແຫຼງທືນພາຍໃນ ແລະການເກັບຊື້ເງິນຕາຕ່າງປະເທດເພື່ອຫຼຸດຜ່ອນການກູ້ຢືມໃໝ່ ແລະຄຸ້ມຄອງເກັບລາຍຮັບງົບປະມານໃຫ້ລວມສູນຂອງທຸກຂະແໜງການໃຫ້ຊຳລະຜ່ານທະນາຄານ ແລະ ລວມສູຈບັນຊີຄັງເງິນແຫ່ງຊາດ TSA ຢູ່ທະນາຄານກາງ.
.jpg)