• ກົມພາສີ
  • |
  • 2025-05-28
  • |
  • ວຽກວິຊາສະເພາະ

        ໃນລະຫວ່າງວັນທີ 28-30 ພຶດສະພາ 2025 ກົມພາສີ ຮ່ວມກັບອົງການໄຈກາ ປະຈຳ ສປປ ລາວ ໄດ້ເປີດຊຸດຝຶກອົບຮົມ “ການຄຸ້ມຄອງຝຶກອົບຮົມ ແລະ ພັດທະນາບຸກຄະລາກອນ” ໃຫ້ແກ່ເຈົ້າໜ້າທີ່ພາສີ ຈາກ ພະແນກອ້ອມຂ້າງ ແລະ ເຈົ້າໜ້າທີ່ພາສີປະຈຳແຂວງ ໃນຂອບເຂດທົ່ວປະເທດ ໂດຍການເຂົ້າຮ່ວມເປັນປະທານ ຂອງ ທ່ານ ພຸດທະນີກອນ ເຄນນະວົງ ຮອງຫົວໜ້າກົມພາສີ ກະຊວງການເງິນ ສປປ ລາວ, ມີທ່ານ ຢາມະໂມໂຕ ອາກິສຶກຸ, ຊ່ຽວຊານປະຈຳສູນ AEO ພາສີຍີ່ປຸ່ນ, ທ່ານ ຟຸກຸໂຊໂນ ອາກິຮິໂກະ, ຮອງຫົວໜ້າພະແນກ, ກົມພາສີຍີ່ປຸ່ນ; ທ່ານ ໂນໂບຣຸ ຄູຣີຕະ, ພ້ອມດ້ວຍພະນັກງານພາສີປະຈຳແຂວງ ໃນຂອບເຂດທົ່ວປະເທດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

        ໃນກອງປະຊຸມທ່ານ ພຸດທະນີກອນ ເຄນນະວົງ ໃຫ້ຮູ້ວ່າ: ຂະ​ແໜງ​ການ​ພາສີ​ ​ແມ່ນ​ຂະ​​ແໜງການໜຶ່ງ ທີ່​ມີ​ບົດບາດ​ສຳຄັນ​ໃນ​ການ​ປະກອບສ່ວນ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ, ​ໂດຍ​ສະ​ເພາະ ​ແມ່ນ​ການ​ຈັດເກັບລາຍ​ຮັບເຂົ້າງົບປະມານ ທີ່​ຂັ້ນ​ເທິງ​ໄດ້​ມອບໝາຍ​ ໃຫ້; ​ປະຈຸ​ບັນ ​ວຽກງານ​ໃນ​ຂົງ​ເຂດ​ພາສີ​ ພວມ​ໄດ້​ຮັບ​ການ​ປັບປຸງ ​ແລະ ພັດທະນາ​ຢ່າງ​ຕໍ່​ເນື່ອງ ​ເພື່ອ​ຕອບ​ສະໜອງຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ວຽກງານ​ໃນ​ໄລຍະ​ໃໝ່ ​ແລະ ການ​ເຊື່ອມ​ໂຍງກັບ​ສາກົນ ຕາມ​ນະ​ໂຍບາຍ​  ຂອງ​ພັກ-ລັດຖະບານ ​ວາງ​ອອກ.

        ການຈັດຝຶກອົບຮົມຂຶ້ນໃນຄັ້ງນີ້ ຈຸດປະສົງເພື່ອຍົກລະດັບຄວາມຮູ້ ແລະ ຄວາມສາມາດຂອງພະນັກງານທາງດ້ານການຄຸ້ມຄອງການຈັດຝຶກອົບຮົມໃນລະບົບພາຍໃນ ບໍ່ວ່າຈະເປັນການວາງແຜນການຝຶກອົບຮົມ, ການຈັດຕັ້ງປະຕິບັດ, ການຕິດຕາມ ແລະ ການປະເມີນການຝຶກອົບຮົມໃຫ້ມີປະສິດທິຜົນ. ພ້ອມນັ້ນ, ທ່ານຍັງໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມ ຄົ້ນຄວ້າ ສົນທະນາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຕາມການປະຕິບັດຕົວຈິງໃນຂົງເຂດວຽກງານຂອງແຕ່ລະທ່ານ ເພື່ອໄດ້ຮັບບົດຮຽນ ແລະ ຜົນປະໂຫຍດສູງສຸດ.

© 2025 Copyright: ກະຊວງການເງິນ, ສປປ ລາວ