ໃນວັນທີ 22 ພຶດສະພາ 2025 ກົມຄຸ້ມຄອງການບັນຊີ ໄດ້ຈັດກອງປະຊຸມ ຄົ້ນຄວ້າຮ່າງຂໍ້ຕົກລົງວ່າດ້ວຍຂັ້ນຕອນ ແລະ ກົນໄກການປັບປຸງເລກລະຫັດ ແລະ ເນື້ອໃນສາລະບານບັນຊີ-ງົບປະມານ ໂດຍການເປັນປະທານຂອງ ທ່ານ ນາງ ດາວອນ ທອງຈັນ ຫົວໜ້າກົມຄຸ້ມຄອງການບັນຊີ ມີຄະນະກົມ, ຄະນະພະແນກ, ຄະນະຄົ້ນຄວ້າ ຮ່າງຂໍ້ຕົກລົງ ພ້ອມດ້ວຍ ຕາງໜ້າໜ່ວຍງານຈັດຕັ້ງປະຕິບັດໂຄງການ PIU ເຂົ້າຮ່ວມ. ໃນກອງປະຊຸມ ໄດ້ນຳສະເໜີຄົ້ນຄວ້າ ແລະ ຮຽບຮຽງກ່ຽວກັບຮ່າງຂໍ້ຕົກລົງວ່າດ້ວຍຂັ້ນຕອນ ແລະ ກົນໄກ ການປັບປຸງເລກລະຫັດ ແລະ ເນື້ອໃນສາລະບານບັນຊີ-ງົບປະມານໃຫ້ຖືກຕ້ອງ ແລະ ສອດຄ່ອງກັບລະບຽບການ, ເພື່ອເປັນບ່ອນອີງໃຫ້ຄະນະຮັບຜິດຊອບຄຸ້ມຄອງປັບປຸງເລກລະຫັດ ແລະ ເນື້ອໃນສາລະບານບັນຊີງົບປະມານ ແລະ ພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງປະຕິບັດວຽກງານດັ່ງກ່າວ. ໃນຕອນທ້າຍປະທານກອງປະຊຸມ ຮຽກຮ້ອງມາຍັງບັນດາຜູ້ເຂົ້າຮ່ວມທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ໃຫ້ເອົາໃຈໃສ່ ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ເພື່ອໃຫ້ ຮ່າງ ຂໍ້ຕົກລົງດັ່ງກ່າວສຳເລັດຕາມລະດັບຄາດໝາຍ. ຈາກນັ້ນ, ຈຶ່ງມາຖອດຖອນບົດຮຽນນໍາກັນກ່ຽວກັບຕົວຢ່າງແລະກໍລະນີຕ່າງໆພ້ອມທັງສິ່ງທ້າທາຍ ແລະ ວິທີການແກ້ໄຂທີ່ຄະນະຄົ້ນຄວ້າຈະພິຈາລະນາປະກອບເຂົ້າໃນເນື້ອໃນຂໍ້ຕົກລົງ ແລະ ເອກະສານ ການນໍາໃຊ້ສາລະບານບັນຊີ-ງົບປະມານ ໃຫ້ຈັດຕັ້ງປະຕິບັດເປັນເອກະພາບທົ່ວປະເທດ.