ໃນວັນທີ 13 ພຶດສະພາ 2025 ທ່ີຜ່ານມາ, ໄດ້ມີການປ່ຽນແປງຮູບແບບເກມການຫລິ້ນ ແລະ ໂຄງປະກອບລາງວັນຫວຍລາສີແບບໃຫມ່ ຢ່າງເປັນທາງການ, ເຊິ່ງໃນງວດທີ 36 ອອກຄັ້ງວັນທີ 20 ພຶດສະພາ 2025 ທີ່ຜ່ານມານີ້ ກໍໄດ້ມີຜູ້ໂຊກດີຖືກລາງວັນທີ 1 ຂອງຫວຍລາສີ ເລກເພີ່ມໂຊກ 6 ໂຕ ລຽງ ໃນມູນຄ່າລາງວັນ 2 ຕື້ກີບ. ຜູ້ໂຊກດີຖືກລາງວັນທີ 1 ຫວຍລາສີ ເລກເພີ່ມໂຊກ 6 ໂຕລຽງ ມູນຄ່າລາງວັນ 2 ຕື້ກີບ ແມ່ນທ່ານ ທອງວັນ, ອາຍຸ 58 ປີ , ອາຊີບ ຄ້າຂາຍ, ປະຈຸບັນຢູ່ເມືອງ ຈັນທະບູລີ, ນະຄອນຫລວງວຽງຈັນ. ສະນັ້ນ, ໃນວັນທີ 22 ພຶດສະພາ 2025, ທີ່ບໍລິສັດ ລັດວິສາຫະກິດ ຫວຍພັດທະນາໄດ້ມີພິທີ ມອບ-ຮັບເງິນລາງວັນໃຫ້ແກ່ຜູ້ໂຊກດີ ໂດຍການມອບໂດຍ ທ່ານ ຄຳເຜັ່ນ ບຸບຜາວົງ ຜູ້ອຳນວຍການ ບໍລິສັດລັດ ວິສາຫະກິດ ຫວຍພັດທະນາ ແລະ ທ່ານ ນາງ ຕຸລາວັນ ວັນນະພົມ ຮອງຜູ້ອໍານວຍການ ບໍລິສັດ ອິນຊີເທຣດດິ້ງ ຈໍາກັດຜູ້ດຽວ ແລະ ທ່ານ ພູໂຂງ ຈັນທະພານິດ ຕາງໜ້າຮອງອໍານວຍ ບໍລິສັດຮ່ວມທຶນ ຫວຍລາສີ ຂຶ້ນຮ່ວມເປັນສັກຂີພິຍານ. ຫວຍລາສີ ແມ່ນຜະລິດຕະພັນໜຶ່ງຂອງບໍລິສັດລັດ ວິສາຫະກິດ ຫວຍພັດທະນາ ເຊິ່ງກຳນົດຂຶ້ນ ແລະ ຈັດລຽງຕາມຕຳລາໂຫລາສາດຂອງ ລາສີປີເກີດ 12 ລາສີ ທີ່ເຊື່ອຖືກັນມາຍາວນານ ແລະ ຄຸ້ນເຄີຍກັນດີ ໃນສັງຄົມ. ຫວຍລາສີເລີ່ມຈັດຕັ້ງການອອກເລກລາງວັນ ນັບແຕ່ເດືອນ ມັງກອນ 2024 ເປັນຕົ້ນມາ.
