ກອງປະຊຸມ ເຜີຍແຜ່, ຝຶກອົບຮົມ ແລະ ແນະນໍາການໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝ ໃຫ້ເຈົ້າໜ້າທີ່ພາສີປະຈໍາແຂວງຄໍາມ່ວນ ແລະ ຜູ້ປະກອບການນໍາເຂົ້າ-ສົ່ງອອກ ຈັດຂຶ້ນໃນວັນທີ 20 ພຶດສະພາ 2025 ທີ່ດ່ານສາກົນຂົວມິດຕະພາບ 3 ແຂວງຄໍາມ່ວນ, ໂດຍການເປັນປະທານຂອງ ທ່ານ ວິລະປະຊາ ຫຼວງອາມາດ ຫົວໜ້າພາສີປະຈໍາແຂວງຄໍາມ່ວນ, ທ່ານ ວິລະກອນ ເກດຕະວົງ ຮອງຫົວໜ້າພະແນກຝຶກອົບຮົມ, ພັດທະນາບຸກຄະລາກອນ ກົມພາສີ ກະຊວງການເງິນ, ມີຫົວໜ້າດ່ານ, ຮອງດ່ານແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ວິລະປະຊາ ຫຼວງອາມາດ ໄດ້ມີຄໍາເຫັນວ່າ : ການເປີດໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝ (Customs Warehouse Management System: CWMS) ແມ່ນມີຄວາມສໍາຄັນຫຼາຍ ສໍາລັບວຽກງານຂອງຂະແໜງພາສີ ເພາະເປັນລະບົບເອເລັກໂຕຣນິກ Web-Based Application ແບບລວມສູນ (Centralize), ສາມາດເຂົ້ານໍາໃຊ້ໄດ້ທຸກ Platforms (Desktop, Mobile, Table,…), ມີລະບົບຕິດຕາມແບບ Real-Time ເຊື່ອມຕໍ່ກັບລະບົບຄຸ້ມຄອງການຂົນສົ່ງຂ້າມແດນ ເອເລັກໂຕຣນິກ Cross Border Transport Management System (CBTM) ຂອງ LITFA ເພື່ອຮັບຂໍ້ມູນການຂົນສົ່ງ ການແຈ້ງພາສີກ່ອນລ່ວງໜ້າ ຂໍ້ມູນລາຍລະອຽດສິນຄ້າ ແລະ ສາມາດພັດທະນາເຊື່ອມຕໍ່ກັບລະບົບອື່ນຜ່ານ API ຮັບ - ສົ່ງ ຂໍ້ມູນ ທີ່ກ່ຽວພັນກັບຂະແໜງການທີ່ກ່ຽວຂ້ອງໄດ້ຢ່າງມີປະສິດທິພາບ. ການຝຶກອົບຮົມຄັ້ງນີ້ ແນໃສ່ໃຫ້ເຈົ້າໜ້າທີ່ພາສີ ແລະ ຜູ້ປະກອບການນໍາເຂົ້າ-ສົ່ງອອກ ມີຄວາມຮູ້ເຂົ້າໃຈກ່ຽວກັບລະບົບ, ການແຈ້ງຂໍ້ມູນ, ຂັ້ນຕອນການນໍາໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝ, ຂັ້ນຕອນການຊໍາລະຄ່າທໍານຽມບໍລິການຕ່າງໆ ເຊິ່ງຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການເຜີຍແຜ່ເອກະສານ ຄໍາແນະນໍາທີ່ຕິດພັນກັບການນໍາໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝ (CWMS)ເຊັ່ນ : ຂໍ້ຕົກລົງ ເລກທີ 0771/ກງ, ຂໍ້ຕົກລົງ 1197/ກງ, ແຈ້ງການແນະນໍາ 2755/ກງ ແລະ ຄໍາແນະນໍາ 3865/ກພສ. ທັງນີ້ເພື່ອຮັບປະກັນໃຫ້ການນໍາໃຊ້ລະບົບການແຈ້ງພາສີ ແບບເອເລັກໂຕຣນິກກ່ອນລ່ວງໜ້າ ແລະ ການຄຸ້ມຄອງນໍາໃຊ້ລະບົບສາງພາສີ ທັນສະໄໝ ຢູ່ດ່ານພາສີສາກົນຂົວມິດຕະພາບ ແລະ ດ່ານພາສີສາກົນນາເພົ້າ ແຂວງຄໍາມ່ວນ ມີຄວາມສອດຄ່ອງກັບລະບຽບການ ແລະ ນໍາໃຊ້ລະບົບດັ່ງກ່າວໄດ້ຢ່າງມີປະສິດທິພາບ, ຄ່ອງຕົວ, ເປັນເອກະພາບກັນໃນຂອບເຂດທົ່ວປະເທດ.
