ໃນວັນທີ 16 ພຶດສະພາ 2025 ຜ່ານມານີ້;ທ່ານ ສົມມາດ ພົລເສນາ ຮອງປະທານ ຄະນະປະຈໍາສະພາແຫ່ງຊາດ,ຜູ້ຊີ້ນຳກຳມາທິການແຜນການ, ການເງິນ ແລະ ການກວດສອບ, ພ້ອມດ້ວຍຄະນະໄດ້ລົງມາຢ້ຽມຢາມກົມສ່ວຍສາອາກອນ ກະຊວງການເງິນ; ໂດຍມີທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ;ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ; ທ່ານ ປອ.ລີເບີ ລີບົວປາວ ປະທານກໍາມາທິການແຜນການ, ການເງິນ ແລະ ການກວດສອບ ສະພາແຫ່ງຊາດ; ທ່ານ ຫົວໜ້າຫ້ອງການກະຊວງການເງິນ; ຫົວໜ້າກົມສ່ວຍສາອາກອນ; ປະທານກໍາມາທິການກົດໝາຍ; ຮອງປະທານກຳມາທິການ; ຮອງຫົວໜ້າກົມ; ກໍາມາທິການ; ຫົວໜ້າພະແນກ; ຮອງພະແນກ; ພະນັກງານວິຊາການຫຼັກແຫຼ່ງເຂົ້າຮ່ວມ. ການລົງມາຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້, ເປັນການລົງຕິດຕາມການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 154/ສພຊ, ລົງວັນທີ 12 ທັນວາ 2024 ທີ່ຕິດພັນກັບວຽກງານສ່ວຍສາອາກອນເປັນຕົ້ນ: ການຄຸ້ມຄອງການຈັດເກັບລາຍຮັບອາກອນໃນຕົ້ນປີ 2025; ການຄຸ້ມຄອງຖານລາຍຮັບອາກອນລະ ຫວ່າງສູນກາງ ແລະ ທ້ອງຖິ່ນ; ການນໍາໃຊ້ລະບົບທັນສະໄໝ (ICT) ໃນການຄຸ້ມຄອງ,ຕິດຕາມກວດກາ, ການຈັດເກັບອາກອນ, ການເຊື່ອມຕໍ່ເຄື່ອງບັນທຶກລາຍການສິນຄ້າ ແລະ ການບໍລິການກັບລະບົບຄຸ້ມຄອງຂໍ້ມູນລາຍຮັບສ່ວຍສາອາກອນ (POS), ການໃຫ້ບໍລິການຜູ້ເສຍອາກອນ; ການຄຸ້ມຄອງ ແລະ ນໍາໃຊ້ເງິນມັດຈໍາຂອງໂຄງການຂຸດຄົ້ນແຮ່ທາດແບບທົດລອງ; ຜົນກະທົບ ແລະ ການສູນເສຍລາຍຮັບຈາກການຍົກເວັ້ນບາງມາດຕາຂອງກົດໝາຍກ່ຽວກັບສ່ວຍສາອາກອນສໍາລັບໂຄງການລົງທຶນໃນໄລຍະຜ່ານມາ ແລະ ທິດທາງການແກ້ໄຂໃນຕໍ່ໜ້າ; ການປັບປຸງກົດໝາຍວ່າດ້ວຍອາກອນລາຍໄດ້ເປັນຕົ້ນອາກອນຈາກເງິນປັນຜົນ, ການຈ່າຍອາກອນລາຍໄດ້ຂອງຜູ້ບໍ່ມີພູມລໍາເນົາຢູ່ສປປ ລາວ. ຄຽງຄູ່ກັນນີ້, ຂະແໜງສ່ວຍສາອາກອນ, ໄດ້ຈັດຕັ້ງປະຕິບັດແຜນພັດທະນາຂະແໜງສ່ວຍສາອາກອນແຕ່ປີ 2021-2025 ແລະ ຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2025 ເຊິ່ງເປັນປີທີ 5 ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ 5 ປີ ຄັ້ງທີ IX. ປັດຈຸບັນຂະແໜງສ່ວຍສາອາກອນໄດ້ສຸມໃສ່ການປັບປຸງລະບົບທີ່ທັນສະໄໝເພີ່ມປະສິດທິພາບການເກັບລາຍຮັບ ແລະ ຊຸກຍູ້ການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນເພີ່ມຄວາມສະດວກສະບາຍ ແລະ ຄວາມໂປ່ງໃສໃຫ້ແກ່ຜູ້ເສຍອາກອນ, ປະຕິບັດຕາມວາລະແຫ່ງຊາດມະຕິທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ຫຼື ສອຈ ໃນໄລຍະໃໝ່ນໍາໄປຈັດຕັ້ງຜັນຂະຫຍາຍຖືກທິດ ມີປະສິດທິພາບ ແລະ ປະສິດທິຜົນສູງ. ພ້ອມດຽວກັນນີ້, ທ່ານ ສົມມາດ ພົລເສນາ ຮອງປະທານ ຄະນະປະຈໍາສະພາແຫ່ງຊາດ, ໄດ້ເຈາະຈິມບາງບັນຫາຕິດພັນວຽກງານຂະແໜງສ່ວຍສາອາກອນ ແລະ ຮັບຟັງການປະກອບຄໍາຄິດເຫັນຢ່າງກົງໄປກົງມາດ້ວຍຄວາມຮັບຜິດຊອບສູງ, ສຸມໃສ່ມາດຕະການໃນການແກ້ໄຂບັນຫາເຄັງຮ້ອນຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຍຸ້ງຍາກ, ຈຸດຄົງຄ້າງຢ່າງແທ້ຈິງນໍາອີກດ້ວຍ.
