• ກົມຈັດຕັ້ງ ແລະ ພະນັກງານ
  • |
  • 2025-05-16
  • |
  • ວຽກງານພັກ-ພະນັກງານ

        ໃນວັນທີ 16 ພຶດສະພາ 2025, ໄດ້ມີພິທີ ປິດຊຸດຮຽນ ທິດ​ສະ​ດີກາ​ນ​ເມືອງ ຂັ້ນຕົ້ນ ​ໄລຍະ​ 03 ເດືອນ ຊຸດ​ທີ III ​ປີ 2025 ​ໃຫ້​ແກ່​ພະນັກງານນຳພາ-ຄຸ້ມຄອງ ຂອງ​ກະຊວງ​ການ​ເງິນ ໂດຍການເປັນປະທານ ຂອງທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ, ທ່ານ ພູວົງ ອຸ່ນຄຳແສນ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ມີຄະນະກົມກ່ຽວຂ້ອງ ພ້ອມດ້ວຍນັກສຳມະນາກອນ ເຂົ້າຮ່ວມ.

        ໂອກາດດັ່ງກ່າວ ທ່ານ ພູວົງ ກິດຕະວົງ ໄດ້ກ່າວຕໍ່ຊຸດປິດທິດສະດີຄັ້ງນີ້ສຸດ​ທີ່ມີ​ຄວາມໝາຍ, ຄວາມ​ສຳ​ຄັນ​ຍິ່ງ  ເພາະເປັນການ​ສ້າງພະນັກງານນຳພາ-ຄຸ້ມຄອງ ສືບທອດ-ປ່ຽນແທນ ໃນອະນາຄົດ, ຮັບປະກັນ​ ໂຄງປະກອບບຸກຄະລາກອນ ໃຫ້ມີ 3 ລຸ້ນ: ລຸ້ນອາວຸໂສ, ລຸ້ນກາງ, ລຸ້ນໜຸ່ມ, ນອກນີ້ ກໍຕ້ອງເອົາໃຈໃສ່ ບັນຫາເພດ, ​ເຜົ່າ ​ແລະ ​ແມ່ຍິງ ເພື່ອສືບທອດປ່ຽນແທນ; ການ​ຍົກລະດັບຄວາມ​ຮູ້ ທາງ​ດ້ານ​ທິດ​ສະ​ດີການ​ເມືອງ, ​ແນວທາງ,​ ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ເຊີດ​ຊູ​ທັດສະນະ​ຊົນຊັ້ນ ຢ່າງ​ຈະ​ແຈ້ງ ໂດຍ​ສະ​ເພາະ ​ບັນດາ​ສະຫາຍ​​ໃນ​ຖານະ ທີ່​ເປັນ​ພະນັກງານ​ການ​ນຳ​ລຸ້ນໜຸ່ມແໜ້ນ,​ ພະນັກງານ​ຫຼັກ​ແຫຼ່ງຂອງ​ກະຊວງການເງິນ ທີ່ຈະ​ສືບ​ທອດ​ພາລະກິດ​ຂອງ​ພັກ, ຂອງ​ຊາດ. ສະນັ້ນ, ​ຍາມ​ໃດທິດ​ສະ​ດີ, ​ແນວທາງ​ແລະ​ແຜນ​ນະ​ໂຍບາຍ​ຂອງ​ພັກ​ ກໍ​ຕ້ອງ​ຕິດ​ພັນ​ກັບ​ການຈັດຕັ້ງປະຕິບັດ ​ແລະ ສະ​ແດງ​ອອກ​ ໃນ​ພຶດຕິ​ກຳ​ຕົວ​ຈິງ.

         ປັດຈຸບັນການຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍ,​ ການປັບປຸງກົນໄກ,​ ລະບອບ ລະບຽບການ ໃນການຄຸ້ມຄອງເສດຖະກິດ ຍັງບໍ່ທັນຫັນປ່ຽນຢ່າງຕັ້ງໜ້າ,​ ຊ່ອງວ່າງບໍ່ທັນໄດ້ຮັບການແກ້ໄຂ, ສະພາບລະເມີດກົດໝາຍ ແລະ ລະບຽບການ ຂອງພະນັກງານລັດຈໍານວນໜຶ່ງຍັງມີເກີດຂຶ້ນ,​ ການເລືອກວຽກເຮັດ, ວຽກທີ່​ຕ້ອງ​ໄດ້​ຄົ້ນຄິດ, ວຽກທີ່​ບໍ່ຕິດ​ພັນ​ກັບຜົນປະໂຫຍດແມ່ນບໍ່ຢາກເອົາໃຈໃສ່ ຢ່າງເຕັມເມັດເຕັມໜ່ວຍ. 

        ສະນັ້ນ, ​ໃນ​ຖານະ​ທີ່​ບັນດາ​ສະຫາຍ​ ​ເປັນ​ພະນັກງານນຳພາ-ຄຸ້ມຄອງ, ​ເປັນ​ກ້ອນ​ກຳລັງ​ອັນ​ສຳຄັນ​ຂອງກະຊວງການເງິນ ຕ້ອງ​ພະຍາຍາມ​ເຮັດ​ແນວ​ໃດ​ ໃຫ້​ມີ​ບາດ​ລ້ຽວອັນ​ໃໝ່, ​ປັບ​ທັດສະນະ, ແນວ​ຄິດ​ຄວາມຕື່ນ​ຕົວ ​ໃຫ້​ຖືກຕ້ອງ​, ພ້ອມ​ກັນປັບປຸງການຈັດຕັ້ງຂອງຂະ​ແໜງການ​ເງິນ ​ພວກເຮົາ ໃຫ້ໜັກ   ແໜ້ນ, ເຂັ້ມແຂງ ​ແລະ ປອດໃສ.​

© 2025 Copyright: ກະຊວງການເງິນ, ສປປ ລາວ