• ກົມພາສີ
  • |
  • 2025-05-14
  • |
  • ວຽກຮ່ວມມື

         ໃນວັນທີ 14 ພຶດສະພາ 2025 ໄດ້ມີພິທີວາງສີລາລຶກໂຄງການກໍ່ສ້າງສຳນັກງານໃຫຍ່ ແລະ ສູນຝຶກ ຂອງກົມພາສີ ໂດຍການເຂົ້າຮ່ວມເປັນປະທານ ຂອງ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະ ຊວງການເງິນ, ທ່ານ ນາງ ເຮເທີ ວາຣີອາຣາ (Heather Variara), ເອກອັກຄະລັດສະທູດ ສະຫະລັດອາເມລິກາ ປະຈຳລາວ, ທ່ານ ນາງ ຊາມີນາ ຄາດວານີ (Samina KADWANI), ຫົວໜ້າຫ້ອງການ ອົງການຊະຫະປະຊາຊາດ, ທ່ານ ບາຄໍເດຍ ເບີຄານອບຟ໌ (Bakhodir Burkhanov), ຜູ້ປະສານງານ ອົງການສະຫະປະຊາຊາດ ປະຈຳລາວ, ມີຫົວໜ້າຫ້ອງການ,​ຫົວໜ້າກົມພາສີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

        ການເພີ່ມທະວີການຮ່ວມມືລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາ ໃນວຽກງານສ້າງຂີດຄວາມສາມາດໃຫ້ແກ່ການຄຸ້ມຄອງຊາຍແດນ, ການ ອໍານວຍຄວາມສະດວກດ້ານການຄ້າ, ແລະ ອື່ນໆ ໂດຍຜ່ານການຈັດຕັ້ງປະຕິບັດໃນສັນຍາຮ່ວມມື ສອງຝ່າຍ (LOA) ທີ່ໄດ້ລົງນາມນັບແຕ່ປີ 2018 ເປັນຕົ້ນມາ, ລວມທັງກິດຈະກາຕ່າງໆ ທີ່ຈະມີຂຶ້ນໃນອະນາຄົດ ກ່ຽວກັບວຽກງານສ້າງຂີດຄວາມສາມາດ ໃຫ້ເຈົ້າໜ້າທີ່ພາສີ ໃຫ້ມີຄວາມຊຳນານງານ ຢ່າງມືອາຊີບ.

        ອາຄານແຫ່ງນີ້ ຈະກາຍເປັນສູນກາງການຮຽນຮູ້, ນະວັດຕະກຳ ແລະ ຄວາມເປັນມືອາຊີບຂອງເຈົ້າໜ້າ ທີ່ພາສີ ຈາກລຸ້ນສູ່ລຸ້ນ. ໂຄງການນີ້ ແມ່ນຖືເປັນໝາກຜົນອັນພົ້ນເດັ່ນອັນໜຶ່ງ ຂອງການຮ່ວມມື ລະຫວ່າງກົມພາສີ ແລະ ຫ້ອງການຕ້ານຢາເສບຕິດ ແລະ ບັງຄັບໃຊ້ກົດໝາຍ (INL), ສະຖານທູດ ສະຫະລັດ ອາເມລິກາ ປະຈຳ ສປປ ລາວ ທີ່ໄດ້ສືບຕໍ່ ປະກອບສ່ວນ ສະໜັບສະ ໜູນ ການພັດທະນາຂີດຄວາມສາມາດຂອງຂະແໜງການພາສີ ນັບແຕ່ອະດີດຈົນເຖິງປະຈຸບັນ ເປັນຕົ້ນ ການສະໜອງ ຊ່ຽວຊານສະເພາະດ້ານ, ການທັດສະນະສຶກສາ, ການຈັດຝຶກອົບຮົມ, ອາຄານ ຫ້ອງ ການ ແລະ ສູນຝຶກ, ສາງເກັບມ້ຽນສິນຄ້າ, ພາຫະນະ ແລະ ວັດຖຸອຸປະກອນ ທີ່ຈໍາເປັນໃນການ ປະຕິບັດວຽກງານຮັກສາຄວາມປອດໄພທາງຊາຍແດນ ແລະ ຕໍ່ສູ້ຕ້ານອາດຊະຍາກຳຂ້າມຊາດ.

© 2025 Copyright: ກະຊວງການເງິນ, ສປປ ລາວ