• ກົມສ່ວຍສາອາກອນ
  • |
  • 2025-05-14
  • |
  • ວຽກວິຊາສະເພາະ

        ພິທີເປີດໂຄງການເພີ່ມລາຍຮັບສ່ວຍສາອາກອນ ພາຍໃນປະເທດແບບທັນສະໄໝ (DRMM) ໄດ້ຈັດຂຶ້ນ ໃນວັນທີ 14 ພຶດສະພາ 2025 ,ໂດຍການເຂົ້າຮ່ວມເປີດໂຄງການຂອງທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ອາເມີ ຄາລີ ຮອງຫົວໜ້າຫ້ອງການທະນາຄານພັດທະນາອາຊີ (ADB), ມີທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ, ມີຊ່ຽວຊານບໍລິຫານພາກລັດຂອງ ADB ທັງເປັນຜູ້ຮັບຜິດຊອບໂຄງການ DRMM, ຮອງຫົວໜ້າຫ້ອງການ, ຄະນະກົມຈາກກະຊວງອ້ອມຂ້າງ, ຄະນະຮັບຜິດຊອບໂຄງການ, ຫົວໜ້າສ່ວຍອາກອນ ປະຈໍານະຄອນຫຼວງວຽງຈັນ, ບັນດາແຂວງ, ພ້ອມດ້ວຍຄະນະພະແນກຂອງກົມສ່ວຍສາອາກອນເຂົ້າຮ່ວມ.

        ໃນພິທີ, ທ່ານຮອງລັດຖະມົນຕີກະຊວງການເງິນ ໄດ້ຂຶ້ນກ່າວມີຄໍາເຫັນວ່າ:  “ໂຄງການເພີ່ມລາຍຮັບສ່ວຍສາອາກອນພາຍໃນປະເທດ ແບບທັນສະໄໝ (Domestic Resource Mobilasation Modernisation) ຫຼື ເອີ້ນວ່າ DRMM" ເປັນໂຄງການຍຸດທະສາດໜຶ່ງຂອງລັດຖະບານ, ເປົ້າໝາຍສຸມໃສ່ການສ້າງຄວາມເຂັ້ມແຂງທາງດ້ານການເງິນດ້ວຍການຍົກລະດັບວຽກງານສ່ວຍສາອາກອນ ໃນກົນໄກການຈັດເກັບລາຍຮັບໃຫ້ເປັນທັນສະໄໝ ແລະ ຮັບປະກັນປະສິດທິຜົນໄດ້ດີຂຶ້ນ.

       ໂຄງການດັ່ງກ່າວໄດ້ຮັບທຶນສະໜັບສະໜູນຈາກ ADB ຈໍານວນ 25 ລ້ານໂດລາສະຫະລັດ ແລະ ທຶນຊ່ວຍເຫຼືອລ້າຈໍານວນ 2 ລ້ານໂດລາສະຫະລັດ, ດ້ວຍຄວາມມຸ່ງໝັ້ນໃນການປະກອບສ່ວນຊ່ວຍສະໜັບສະໜູນເຂົ້າໃນວຽກງານການສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດຂອງສປປ ລາວ ໂດຍສະເພາະເຂົ້າໃສ່ການພັດທະນາດ້ານຂໍ້ມູນຂ່າວສານເຕັກໂນໂລຊີຂອງຂະແໜງການຈັດເກັບລາຍຮັບໃຫ້ມີຄວາມເຂັ້ມແຂງທັນສະໄໝ, ເຊິ່ງສອດຄ່ອງກັບແຜນຍຸດທະສາດແຫ່ງຊາດຂອງລັດຖະບານໃນການເພີ່ມລາຍຮັບພາຍໃນປະເທດ, ຫຼຸດຜ່ອນໜີ້ສິນສາທາລະນະ, ຮັບປະກັນການສະໜອງງົບປະມານໃຫ້ຍືນຍົງ ແລະ ກຸ້ມຕົນເອງ.

        ໃນພິທີທ່ານຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ກ່າວຕື່ມໃນພິທີວ່າ:  ໂຄງການ DRMM ແມ່ນນອນຢູ່ໃນແຜນຍຸດທະສາດການຮ່ວມມືລະຫວ່າງສປປ ລາວ ແລະ ADB ສໍາລັບປີ (2024-2028), ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ IX (2021-2025) ແລະ ແຜນພັດທະນາຍຸດທະສາດສ່ວຍສາອາກອນ (2021-2025), ເຊິ່ງເປັນໂຄງການທີ່ຊ່ວຍໃຫ້ລັດຖະບານພັດທະນາກົນໄກການຄຸ້ມຄອງການຈັດເກັບລາຍຮັບທີ່ມີປະສິດທິຜົນ, ເປັນເຄື່ອງມືທີ່ມີປະສິດທິພາບໃນການຂຸດຄົ້ນ ແລະ 

        ຄຸ້ມຄອງຊັບ ພະຍາກອນພາຍໃນປະເທດທີ່ເປັນທ່າແຮງໄດ້ຢ່າງຄົບຖ້ວນ ແລະ ສອດຄ່ອງກັບລະບຽບກົດໝາຍເຮັດໃຫ້ລາຍຮັບຂອງລັດຖະບານເພີ່ມຂຶ້ນ, ສາມາດແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດມະຫາພາກ. ພ້ອມດຽວກັນນີ້, ໂຄງການຫັນເປັນທັນສະໄໝ(ເປັນລະບົບດິຈິຕອນ) ໃນຂອດການບໍລິການຜູ້ເສຍອາກອນ; ການພັດທະນາລະບົບໃບເກັບເງິນແບບທັນສະໄໝ (E-invoicing); ການປັບປຸງລະບົບການວິເຄາະຂໍ້ມູນ ແລະ ການພັດທະນາສູນຝຶກອົບຮົມດ້ານວຽກງານສ່ວຍສາອາກອນ ໃຫ້ກ້າວເຂົ້າສູ່ລະບົບການເງິນທີ່ມີຄວາມເຂັ້ມແຂງ, ໂປ່ງໃສ ທັນສະໄໝ ແລະ ຍຸຕິທຳ.

© 2025 Copyright: ກະຊວງການເງິນ, ສປປ ລາວ