• ກະຊວງການເງິນ
  • |
  • 2025-05-13
  • |
  • ວຽກວິຊາສະເພາະ

       ໃນວັນທີ 9 ພຶດສະພາ 2025 ຜ່ານມານີ້, ບໍລິສັດ ລັດວິສະຫະກິດ ຫວຍພັດທະນາ, ໄດ້ຈັດງານຖະແຫຼງຂ່າວ ກ່ຽວກັບການປ່ຽນແປງຮູບແບບເກມການຫຼິ້ນ ແລະ ໂຄງປະກອບລາງວັນ “ຫວຍລາສີ” ແບບໃໝ່, ຮອບນີ້ແມ່ນໄດ້ມີການຕັດເລກສ່ຽງ 10,11,12 ອອກເຫຼືອໄວ້ພຽງແຕ່ເລກ0-9 ເທົ່ານັ້ນ,ໂດຍຈະເລີ່ມອອກນັບແຕ່ງວດອອກວັນອັງຄານວັນທີ 13 ພຶດສະພາ 2025 ເປັນຕົ້ນໄປ; ໂດຍການເຂົ້າຮ່ວມຂອງທ່ານ ຄຳເຜັ່ນ ບຸບຜາວົງ ຜູ້ອຳນວຍການ ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ແລະ ທ່ານ ມະໂນທຳ ເພັດສີລີແສງ ຜູ້ອຳນວຍການບໍລິສັດ  ອິນຊີ ເທຣດດິ້ງ ຈຳກັດຜູ້ດຽວ, ພ້ອມດ້ວຍແຂກທີ່ເຊີນເຂົ້າຮ່ວມ.

        ຫວຍລາສີ ແມ່ນຜະລິດຕະພັນໜຶ່ງຂອງບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ເຊິ່ງກຳນົດຂຶ້ນ ແລະ ຈັດລຽງຕາມຕຳລາໂຫລາສາດຂອງລາສີປີເກີດທີ່ເຊື່ອຖືກັນມາຍາວນານ ແລະ ຄຸ້ນເຄີຍກັນດີໃນສັງຄົມ; ຫວຍລາສີເລີ່ມຈັດຕັ້ງການອອກເລກລາງວັນນັບແຕ່ເດືອນມັງກອນ 2024 ຮອດປັດຈຸບັນ; ເນື່ອງຈາກວ່າໃນໄລຍະຜ່ານມາເກມການຫຼີ້ນຍັງຫຍຸ້ງ ຍາກ ແລະ ບໍ່ທັນເຂົ້າໃຈ, ເພື່ອຕອບສະໜອງຄວາມຮອກຮ້ອງຕ້ອງການຂອງຜູ້ທີ່ມັກສ່ຽງໂຊກ-ຊີງລາງວັນບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ໄດ້ປ່ຽນແປງຮູບແບບການຫຼິ້ນ ແລະໂຄງປະກອບລາງວັນຫວຍລາສີຄືນໃໝ່ໃຫ້ມີຫຼາກຫຼາຍສີສັນ ແລະ ຫຼາກຫຼາຍລາງວັນຂຶ້ນ.

        ການປ່ຽນແປງຮູບແບບເກມການຫຼິ້ນໃໝ່ຂອງ “ຫວຍລາສີ” ໃນຄັ້ງນີ້ເປັນການຄົ້ນຄ້ວາຮ່ວມກັນລະຫວ່າງບໍລິ ສັດ ລັດວິສາຫະກິດ ຫວຍພັດທະນາ ແລະ ບໍລິສັດ ອິນຊີ ເທຣດດິ້ງ ຈຳກັດຜູ້ດຽວ; ປັບປຸງເກມການຫຼິ້ນຫວຍລາສີ ໃຫ້ມີຄວາມທັນສະໄໝ ແລະ ຊື້ງ່າຍຂຶ້ນສຳຫຼັບຜູ້ທີ່ມັກສ່ຽງໂຊກ-ຊິງລາງວັນສຳຫຼັບການປ່ຽນແປງຮູບແບບການຫຼິ້ນເກມໃນຮອບນີ້ແມ່ນໄດ້ມີການຕັດເລກສ່ຽງ 10, 11, 12 ອອກ, ເຫຼືອໄວ້ພຽງແຕ່ເລກ 0-9 ເທົ່ານັ້ນ;ໂຄງປະກອບລາງວັນຂອງຫວຍລາສີແບບໃໝ່ສາມາດລຸ້ນເງິນລາງວັນສູງສຸດເຖິງ 3,000 ລ້ານກີບ, ມູນຄ່າຊື້ຫວຍລາສີ+ເລກເພີ່ມໂຊກ 6 ໂຕລຽງຊື້ຂັ້ນຕ່ຳ 5,000 ກີບ/ຮູສ່ຽງ, ສາມາດລຸ້ນໄດ້ເຖິງ 8 ລາງວັນ.

  • ສຳລັບໂຄງປະກອບລາງວັນຂອງ ຫວຍລາສີ ແບບໃໝ່ ສາມາດລຸ້ນເງິນລາງວັນສູງສຸດເຖິງ 3,000 ລ້ານກີບ ມູນຄ່າຊື້ຫວຍລາສີ+ເລກເພີ່ມໂຊກ 6 ໂຕລຽງ ຊື້ຂັ້ນຕ່ຳ 5,000 ກີບ/ຮູສ່ຽງ ສາມາດລຸ້ນໄດ້ເຖິງ 8 ລາງວັນ ປະກອບມີ:
  • ລາງວັນທີ1 ຕ້ອງຊື້ຖືກຫວຍລາສີ+ເລກເພີ່ມໂຊກ 6 ໂຕລຽງ             ຈະໄດ້ເງິນລາງວັນ  3.000 ລ້ານກີບ. 
  • ລາງວັນທີ2 (ບໍ່ຖືກ)ຫວຍລາສີ, ແຕ່ຖືກເລກເພີ່ມໂຊກ 6 ໂຕລຽງ        ຈະໄດ້ເງິນລາງວັນ  2.000 ລ້ານກີບ.
  • ລາງວັນທີ3 (ບໍ່ຖືກ)ຫວຍລາສີ, ແຕ່ຖືກເລກເພີ່ມໂຊກ 6 ໂຕຂ້າງຄຽງ    ຈະໄດ້ເງິນລາງວັນ  10 ລ້ານກີບ.
  • ລາງວັນທີ4 (ບໍ່ຖືກ)ຫວຍລາສີ, ແຕ່ຖືກເລກເພີ່ມໂຊກ 5 ໂຕ ທ້າຍ      ຈະໄດ້ເງິນລາງວັນ 4 ລ້ານກີບ.
  • ລາງວັນທີ5 (ບໍ່ຖືກ)ຫວຍລາສີ, ແຕ່ຖືກເລກເພີ່ມໂຊກ 5 ໂຕ ໜ້າ        ຈະໄດ້ເງິນລາງວັນ  4 ລ້ານກີບ.
  • ລາງວັນທີ6 (ບໍ່ຖືກ)ຫວຍລາສີ, ແຕ່ຖືກເລກເພີ່ມໂຊກ 4 ໂຕ ທ້າຍ      ຈະໄດ້ເງິນລາງວັນ  1 ລ້ານກີບ.
  • ລາງວັນທີ7 (ບໍ່ຖືກ)ຫວຍລາສີ, ແຕ່ຖືກເລກເພີ່ມໂຊກ 4 ໂຕ ໜ້າ        ຈະໄດ້ເງິນລາງວັນ  1 ລ້ານກີບ.
  • ລາງວັນທີ8 (ບໍ່ຖືກ)ຫວຍລາສີ, ແຕ່ຖືກເພີ່ມໂຊກ ສະຫຼັບ 6 ໂຕ         ຈະໄດ້ເງິນລາງວັນ  1 ແສນກີບ.
  • ສຳລັບເລກເພີ່ມໂຊກ 3 ໂຕ ແລະ ເລກເພີ່ມໂຊກ 2 ໂຕ ແມ່ນຕ້ອງໄດ້ຊື້ສະເພາະຈະບໍ່ມີສິດລຸ້ນເລກຂ້າງຄຽງ ແລະ ເລກສະຫຼັບ
  • ຊື້ຖືກເລກເພີ່ມໂຊກ 3 ໂຕລຽງ  ມູນຄ່າ 1.000 ກີບ ໄດ້ຮັບເງິນລາງວັນ 500,000 ກີບ.
  • ຊື້ຖືກເລກເພີ່ມໂຊກ 2 ໂຕລຽງ  ມູນຄ່າ 1.000 ກີບ ໄດ້ຮັບເງິນລາງວັນ  60,000 ກີບ.

        ຕະຫຼອດໄລຍະຜ່ານມາ,ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ຂຶ້ນກັບກະຊວງການເງິນ ໄດ້ມີຄວາມພະຍາ ຍາມການພັດທະນາກົນໄກ ແລະ ມາດຕະການຕ່າງໆ, ເພື່ອ​ຮັບປະກັນ​ໃຫ້​ການ​ເຄື່ອນ​ໄຫວ​ຫວຍພັດທະນາ​ຢູ່​ສປປ ລາວ ເປັນ​ໄປ​ດ້ວຍ​ຄວາມ​ໂປ່​ງ​ໃສ, ຍຸຕິ​ທຳ ​ແລະ ສາມາດກວດສອບໄດ້. ​ຫວຍລາສີອອກທຸກໆວັນອັງຄານ ແລະ ວັນພະຫັດ, ເຊິ່ງສາມາດຕິດຕາມຜົນອອກລາງວັນໄດ້ຈາກການຖ່າຍທອດສົດຜ່ານໂທລະພາບແຫ່ງຊາດລາວຊ່ອງ1; ຊ່ອງທາງເຟສບຸກເພສຫວຍພັດທະນາລາວ ແລະ ເຟສບຸກ Digital lottery ຫວຍດິຈິຕ້ອນອິນຊີ ຫຼື ຜ່ານແອັບ INSEE HUB ແລະ ຍັງເປັນ App ທີ່ສາມາດສ່ຽງໂຊກໄດ້ທັງຫວຍເລກ 6 ໂຕ ແລະ ຫວຍລາສີ.

 

© 2025 Copyright: ກະຊວງການເງິນ, ສປປ ລາວ