• ສະຖາບັນການເງິນ – ການບັນຊີ
  • |
  • 2025-05-13
  • |
  • ວຽກວິຊາສະເພາະ

        ໃນທ້າຍອາທິດຜ່ານມາ ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ຫຼື ສວ-ບກລ ໄດ້​ຈັດ​ຝຶກ​ອົບ​ຮົມຂຶ້ນກ່ຽວກັບ  “ ຄວາມຮັບຜິດຊອບຂອງນັກບັນຊີ ກ່ຽວກັບ ວຽກງານການຕ້ານການຟອກເງິນ ໃນ ສ.ປ.ປ ລາວ“. ໃຫ້ກັບສະມາຊິກ ສວ-ບກລ ແລະ ບຸກຄົນທົ່ວໄປ.ໂດຍການໃຫ້ກຽດເປັນປະທານ ແລະ ມອບໃບຢັ້ງຢືນໂດຍ ທ່ານ ນັນທະລັດ ທິລະກຸນ ຄະນະກຳມະການສຶກສາ ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ.

        ເນື້ອໃນຂອງການຝຶກອົບຮົມປະກອບມີ: ການນໍາສະເໜີກ່ຽວກັບວຽກງານຕ້ານການຟອກເງິນ; ຄວາມຮູ້ພື້ນຖານກ່ຽວກັບການຟອກເງິນ; ກົດໝາຍ ແລະ ນິຕິກຳ ກ່ຽວກັບວຽກງານຕ້ານການຟອກເງິນ ໃນ ສປປ ລາວ; ພາລະບົດບາດຂອງນັກບັນຊີ ໃນການປ້ອງກັນ ແລະ ກວດກາການຟອກເງິນ; ການລາຍງານລາຍການທີ່ຫນ້າສົງໃສກ່ຽວກັບການຟອກເງິນ; ຜົນກະທົບໃນພາກການຈັດຕັ້ງປະຕິບັດ ຕໍ່ນັກບັນຊີ; ສະຫຼຸບ ແລະ ສົນທະນາ ຖາມ-ຕອບ.

        ການຝຶກອົບຮົມ ແມ່ນໄດ້ເນັ້ນໃສ່ເນື້ອໃນການຍົກສູງພາລະບົດບາດ ໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງນັກບັນຊີກໍ່ຄືສະມາຊິກຂອງ ສວ-ບກລ ທີ່ໄດ້ເຮັດໜ້າທີ່ທາງບັນຊີ ແລະ ເຮັດການບໍລິການບັນຊີ - ກວດສອບ ກ່ຽວກັບ ຕ້ານ ແລະ ສະກັດກັ້ນການຟອກເງິນ. ການຝຶກອົບຮົມຄັ້ງນີ້ ສະມາຊິກບຸກຄົນ ຂອງ ສວ-ບກລ ແມ່ນເຂົ້າຮ່ວມໂດຍບໍ່ເສຍຄ່າລົງທະບຽນ.

© 2025 Copyright: ກະຊວງການເງິນ, ສປປ ລາວ