• ກົມຄຸ້ມຄອງການບັນຊີ
  • |
  • 2025-05-12
  • |
  • ວຽກວິຊາສະເພາະ

         ໃນລະຫວ່າງວັນທີ 12-13 ພຶດສະພາ 2025, ກົມຄຸ້ມຄອງການບັນຊີໄດ້ຈັດກອງປະຊຸມ ຄົ້ນຄວ້າ ຮ່າງຄໍາແນະນໍາ ກ່ຽວກັບການປັບປຸງເລກລະຫັດ ແລະ ເນື້ອໃນສາລະບານບັນຊີ-ງົບປະມານ ແລະ ຄົ້ນຄວ້າ ຮ່າງບົດອະທິບາຍ ກ່ຽວກັບການຫັນສູ່ການນໍາໃຊ້ສາລະບານບັນຊີ-ງົບປະມານສະບັບປັບປຸງ, ໂດຍການເປັນປະທານຂອງ ທ່ານ ນາງ ດາວອນ ທອງຈັນ ຫົວໜ້າກົມຄຸ້ມຄອງການບັນຊີ, ມີບັນດາຄະນະກົມອ້ອມຂ້າງ, ພ້ອມດ້ວຍຄະນະພະແນກ, ຄະນະຮັບຜິດຊອບ, ຕາງໜ້າຈາກ ໜ່ວຍງານຈັດຕັ້ງປະຕິບັດໂຄງການ PIU ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

​          ກອງປະຊຸມໃນຄັ້ງນີ້, ແມ່ນເພື່ອຈຸດປະສົງ ນຳສະເໜີ ກ່ຽວກັບ ຮ່າງຄໍາແນະນໍາ ກ່ຽວກັບການປັບປຸງເລກລະຫັດ ແລະ ເນື້ອໃນສາລະບານບັນຊີ-ງົບປະມານ ແລະ ຄົ້ນຄວ້າ ຮ່າງບົດອະທິບາຍ ກ່ຽວກັບການຫັນສູ່ການນໍາໃຊ້ ສາລະບານບັນຊີ-ງົບປະມານສະບັບປັບປຸງ ເພື່ອເປັນບ່ອນອີງ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ.

          ການປັບປຸງ ເລກລະຫັດ ແລະ ເນື້ອໃນ ສາລະບານບັນຊີ-ງົບປະມານ ໝາຍເຖິງ ການດັດແກ້, ເພີ່ມ ຫຼື ຫຼຸດ ເລກລະຫັດ ແລະ ເນື້ອໃນ ຂອງລາຍການເຄື່ອນໄຫວທີ່ກໍານົດ ໃນອົງປະກອບໃດໜຶ່ງ ເພື່ອໃຫ້ຫົວໜ່ວຍຖືບັນຊີແຫ່ງລັດ-ຫົວໜ່ວຍງົບປະມານ ຮັບຮູ້ ແລະ ນໍາໃຊ້ຢ່າງເປັນເອກະພາບ ໃນການຄຸ້ມຄອງວຽກງານບັນຊີ ແລະ ງົບປະມານແຫ່ງລັດ ກໍຄືໃນການນໍາໃຊ້ລະບົບຄຸ້ມຄອງຂໍ້ມູນຂ່າວສານການເງິນແຫ່ງລັດ ໃຫ້ລວມສູນ ແລະ ເປັນເອກະພາບທົ່ວປະເທດ, ໃນນັ້ນ ການປັບປຸງສາລະບານບັນຊີ-ງົບປະມານ ແມ່ນເພື່ອປັບປຸງວຽກງານການຄຸ້ມຄອງການເງິນແຫ່ງລັດ ກໍຄືໃນການເຄື່ອນໄຫວວຽກງານງົບປະມານ ແລະ ວຽກງານບັນຊີແຫ່ງລັດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ ດ້ວຍການເຮັດໃຫ້ຫົວໜ່ວຍຖືບັນຊີແຫ່ງລັດ ລວມທັງຫົວໜ່ວຍງົບປະມານ ສາມາດສະໜອງຂໍ້ມູນການເງິນ ທີ່ລະອຽດ ແລະ ເປັນປະໂຫຍດ ໃນການວິເຄາະ ແລະ ລາຍງານ ໃນຫຼາກຫຼາຍຮູບແບບ ແລະ ເພື່ອຫຼາກຫຼາຍຈຸດປະສົງ ຢ່າງຖືກຕ້ອງ, ຄົບຖ້ວນ, ໂປ່ງໃສ ແລະ ສອດຄ່ອງກັບສະພາບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ແຕ່ລະໄລຍະ ຜ່ານລະບົບຄຸ້ມຄອງຂໍ້ມູນຂ່າວສານການເງິນ ແບບເຊື່ອມສານ ທີ່ທັນສະໄໝ.

          ໂອກາດດັ່ງກ່າວ, ທ່ານ ນາງ ດາວອນ ທອງຈັນ ຫົວໜ້າກົມຄຸ້ມຄອງການບັນຊີ ໄດ້ກ່າວໃຫ້ຮູ້ວ່າ: ຄະນະຄົ້ນຄວ້າ ສາລະບານບັນຊີ-ງົບປະມານ ຮ່ວມກັບຊ່ຽວຊານຕ່າງປະເທດ ຈາກທະນາຄານໂລກ ແລະ ກອງທຶນການເງິນສາກົນ ແລະ ພາກສ່ວນກ່ຽວຂ້ອງ ເພື່ອໃຫ້ສາມາດຮອງຮັບ ການປະຕິບັດຕາມມາດຕະຖານສາກົນດ້ານການບັນຊີແຫ່ງລັດ, ຕາມມາດຕະຖານສາກົນດ້ານສະຖິຕິການເງິນຂອງລັດຖະບານ ພ້ອມທັງໃຫ້ສອດຄ່ອງກັບສະພາບການຕົວຈິງຂອງປະເທດເຮົາ ແລະ ທິດທາງ ໃນການພັດທະນາຕໍ່ໜ້າ ທີ່ລວມມີການຫັນເປັນທັນສະໄໝ ລະບົບຄຸ້ມຄອງຂໍ້ມູນຂ່າວສານການເງິນແຫ່ງລັດ ແບບເຊື່ອມໂຍງ, ຊຶ່ງຈະເປັນເຄື່ອງມືຄົບຊຸດ ເຮັດໃຫ້ພວກເຮົາສາມາດ ສ້າງບົດລາຍງານໃຫ້ໄດ້ທັນການ ເພື່ອຮັບໃຊ້ການຄຸ້ມຄອງການເງິນ-ງົບປະມານ ໃຫ້ມີປະສິດທິຜົນຍິ່ງຂຶ້ນ. ສະນັ້ນ, ການຄົ້ນຄວ້າ ຮ່າງຄຳແນະນໍາດັ່ງກ່າວ ຈຶ່ງມີຄວາມສໍາຄັນ ແລະ ຈຳເປັນຢ່າງຍີ່ງ ເພື່ອເຮັດໃຫ້ບັນດາຫົວໜ່ວຍງົບປະມານ ຜູ້ປະຕິບັດຕົວຈິງສາມາດປະກອບຄຳເຫັນໃນການສະເໜີຂໍເພີ່ມລາຍການທີ່ຕິດພັນກັບວຽກງານຂອງຕົນ ໃຫ້ຄະນະຮັບຜິດຊອບໃນການຄົ້ນຄວ້າ ແລະ ພິຈາລະນາເພີ່ມລາຍການດັ່ງກ່າວທີ່ບໍ່ມີໃນສາລະບານ. ເພາະຖ້າຫົວໜ່ວຍງົບປະມານ ແລະ ຫົວໜ່ວຍຖືບັນຊີ ຫາກບໍ່ນໍາໃຊ້ສາລະບານໃຫ້ຄົບຖ້ວນ ແລະ ຖືກຕ້ອງ ກໍຈະບໍ່ສາມາດມີຂໍ້ມູນການເງິນ ເພື່ອສະຫຼຸບ ແລະ ລາຍງານຄວາມເປັນຈິງ ຢ່າງໂປ່ງໃສ ແລະ ຕາມຄວາມຕ້ອງການຂອງແຕ່ລະຂັ້ນ.

          ສະນັ້ນ, ປະທານກອງປະຊຸມ ຍັງໄດ້ຮຽກຮ້ອງມາຍັງບັນດາທ່ານ ທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ໂດຍສະເພາະຕາງໜ້າຫົວໜ່ວຍງົບປະມານ ໃຫ້ເອົາໃຈໃສ່ ທໍາຄວາມເຂົ້າໃຈ ກ່ຽວກັບສາລະບານບັນຊີ-ງົບປະມານ ສະບັບປັບປຸງໃໝ່ນີ້, ແລະ ນໍາເອົາສາລະບານດັ່ງກ່າວປະກອບ ເຂົ້າໃນການສ້າງແຜນງົບປະມານ, ການບັນທຶກຈົດກ່າຍ ແລະ ຕິດຕາມການປະຕິບັດແຜນງົບປະມານ. ຈາກນັ້ນ, ຈຶ່ງມາຖອດຖອນບົດຮຽນນໍາກັນ ກ່ຽວກັບຕົວຢ່າງ, ກໍລະນີຕ່າງໆ ພ້ອມທັງສິ່ງທ້າທາຍ ແລະ ວິທີການແກ້ໄຂ ທີ່ຄະນະຄົ້ນຄວ້າພວກເຮົາ ຈະພິຈາລະນາປະກອບເຂົ້າໃນເນື້ອໃນ ຄໍາແນະນໍາ ແລະ ເອກະສານ ການນໍາໃຊ້ສາລະບານບັນຊີ-ງົບປະມານ ໃຫ້ຈັດຕັ້ງປະຕິບັດເປັນເອກະພາບ ທົ່ວປະເທດ.

          ພ້ອມກັນນັ້ນ, ໃນກອງປະຊຸມຍັງໄດ້ມີການແລກປ່ຽນ ແລະ ຖອດຖອນບົດຮຽນດ້ານວິຊາການ ຢ່າງກົງໄປກົງມາ ແລະ ແບບສ້າງສັນ ເພື່ອໃຫ້ສາມາດບັນລຸຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍນຳອີກດ້ວຍ.

© 2025 Copyright: ກະຊວງການເງິນ, ສປປ ລາວ