ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2024, ການຈັດຕັ້ງປະຕິບັດແຜນງົບ ປະມານ 4 ເດືອນຕົ້ນປີ ແລະ ທິດທາງ 8 ເດືອນປີ 2025 ຂອງພະແນກການເງິນ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນໃນວັນທີ 9 ພຶດສະພາ 2025 ນີ້, ໂດຍການເປັນປະທານຂອງທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ສິລິລາດທົງສິນ ທອງເພັງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີຫົວໜ້າກົມ-ຮອງຫົວໜ້າກົມຈາກກະຊວງການເງິນ, ເຈົ້າເມືອງ, ຫົວໜ້າພະແນກ, ອົງການທຽບເທົ່າອ້ອມຂ້າງນະຄອນຫຼວງວຽງຈັນ, ຮອງຫົວໜ້າພະແນກການເງິນ, ຫົວໜ້າສາມຂະແໜງສາຍຕັ້ງ, ພະນັກງານຫຼັກແຫຼ່ງຂະແໜງການເງິນ ນະຄອນຫຼວງວຽງຈັນ ແລະ ເມືອງເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ວຽງສາລີ ອິນທະພົມ ຫົວໜ້າພະແນກການເງິນ ນະຄອນຫຼວງວຽງຈັນ ໄດ້ກ່າວເປີດກອງປະຊຸມ ແລະ ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2024, ການຈັດຕັ້ງປະຕິບັດແຜນ 4 ເດືອນຕົ້ນປີ ແລະ ທິດທາງ 8 ເດືອນປີ 2025, ເຊິ່ງໄດ້ຍົກໃຫ້ເຫັນໄດ້ການຈັດຕັ້ງປະຕິບັດແຜນງົບປະມານປີ 2024 ໄດ້ຮັບແຜນການປີທັງໝົດ 7,403.21 ຕື້ກີບ, ສາມາດປະຕິບັດໄດ້ 10,568.71 ຕື້ກີບເທົ່າກັບ 145,76% ຂອງແຜນການປີ (ທຽບໃສ່ປີຜ່ານມາລື່ນ 5,107.40 ຕື້ກີບ ເທົ່າກັບ 93,52%). ໃນປີ 2025 ພະແນກການເງິນນະຄອນຫຼວງວຽງຈັນໄດ້ສຸມໃສ່ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ 05 ປີ (2021-2025) ຂອງນະຄອນຫຼວງວຽງຈັນ,ບັນດາໜ້າວຽກທີ່ຕິດພັນກັບວາລະແຫ່ງຊາດໃຫ້ສໍາລັດ ແລະ ທົບທວນບັນດານະໂຍບາຍ, ມາດຕະການທີ່ໄດ້ກຳນົດໄວ້ ແລະ ປະຕິບັດແຜນງົບປະມານປະຈຳປີ 2025 ໃຫ້ບັນລຸງຄາດໝາຍຕາມມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກນະຄອນຫຼວງວຽງຈັນ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງຄະນະພັກຮາກຖານພະແນກການເງິນ ນະຄອນຫຼວງວຽງຈັນ ແລະ ແຈ້ງແຜນງົບປະມານແຫ່ງລັດປີ 2025 ສະບັບເລກທີ 4732/ກງ,ລົງວັນທີ 25 ທັນວາ 2024 ແລະ ມະຕິກອງປະຊຸມສະໄໝສາມັນ ເທື່ອທີ 08 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II ວ່າດ້ວຍການຮັບຮອງເອົາບົດລາຍງານຂອງອົງການປົກຄອງນະຄອນຫຼວງວຽງຈັນ ກ່ຽວກັບການປະຕິບັດແຜນງົບ ປະມານແຫ່ງລັດ ປະຈຳປີ 2024 ແລະ ທິດທາງແຜນການປະຈຳປີ 2025 ແຜນຄາດຄະເນການນໍາໃຊ້ເງິນເກີນແຜນປີ 2024 ສະບັບເລກທີ 010/ສປນວ, ລົງວັນທີ 30 ມັງກອນ.
![]() | ![]() |
![]() | ![]() |
ສໍາລັບຄາດໝາຍສູ້ຊົນດ້ານລາຍຮັບແຜນການປີ 2025 ຈໍານວນ 10,699.95 ຕື້ກີບເທົ່າກັບ 100% ຂອງແຜນການປີ ແລະ ຈະສູ້ຊົນຈັດເກັບໃຫ້ບັນລຸເກີນແຜນ 13,67% ເປັນເງິນ 1,463.54 ຕື້ກີບ. ໃນນີ້: ລາຍຮັບພູດສູນກາງ (ພາສີ) ຄາດໝາຍສູ້ຊົນແຜນການປີ 7,219.10 ຕື້ກີບເທົ່າກັບ 100% ຂອງແຜນການປີ ແລະ ຈະສູ້ຊົນຈັດເກັບໃຫ້ບັນລຸເກີນແຜນ 10% ເປັນເງິນ 721,91 ຕື້ກີບ, ລາຍຮັບທ້ອງຖິ່ນ (ນະຄອນຫຼວງວຽງຈັນ): ຄາດໝາຍສູ້ຊົນແຜນການປີ 3,480.85 ຕື້ກີບເທົ່າກັບ 100% ຂອງແຜນການປີ ແລະ ຈະສູ້ຊົນຈັດເກັບໃຫ້ບັນລຸເກີນແຜນ 21,30% ເປັນເງິນ 741,63 ຕື້ກີບ, ທຽບແຜນການປີຜ່ານມາເພີ່ມຂຶ້ນ 80,11% ເພີ່ມຂຶ້ນເທົ່າກັບ 1,571.27 ຕື້ກີບ.
![]() | ![]() | ![]() |
![]() | ![]() | ![]() |
ພ້ອມກັນນັ້ນ,ໃນກອງປະຊຸມໄດ້ຮັບຟັງການປະກອບຄໍາຄິດເຫັນກ່ຽວກັບການຈັດຕັ້ງປະຕິບັດລາຍຮັບຂອງຂະແໜງການທີ່ກ່ຽວຂ້ອງເປັນຕົ້ນ:ສ່ວຍສາອາກອນ, ພາສີ, ຄັງເງິນ, ຊັບສິບແຫ່ງລັດ, ງົບປະມານ, ບັນຊີ ແລະ ຫ້ອງການ-ການເງິນເມືອງຈໍານວນໜຶ່ງ...ທີ່ຕິດພັນກັບການເລັ່ງທວງການຈ່າຍລ່ວງໜ້າ, ການແກ້ໄຂຜົນການກວດສອບ, ການຈັດຕັ້ງປະຕິບັດດໍາລົດ 599/ລບ,ການປະກອບຄໍາເຫັນກ່ຽວກັບການສ້າງແຜນງົບປະມານແຫ່ງລັດ ແລະ ແນະນໍາການນໍາໃຊ້ເງິນເກີນແຜນປີ 2024, ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງການບັນຊີ ແລະ ການຄຸ້ມຄອງ ລາຍຮັບດ້ວຍການຫັເປັນທັນສະໄໝ, ການຂະຫຍາຍຖານອາກອນມູນຄ່າເພີ່ມ ແລະ ວຽກງານຕິດຕັ້ງລະບົບໂປຣແກຣມບັນຊີລວມທັງການຄຸ້ມຄອງການຈັດເກັບອາກອນທີ່ດິນຜ່ານເຄື່ອງມືທັນສະໄໝ.
ໂອກາດນີ້, ໄດ້ຮັບຟັງການໂອ້ລົມຈາກທ່ານ ສິລິລາດທົງສິນ ທອງເພັງ ຮອງເຈົ້າຄອງນະຄອນຫຼວງວຽງຈັນແລະ ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ ເພື່ອເປັນເຂັມທິດຊີ້ນຳເຍືອງທາງໃນການປັບປຸງ-ພັດທະນາໃຫ້ແກ່ຂະແໜງການເງິນ ແລະ ພະນັກງານ-ລັດຖະກອນຫຼັກແຫຼ່ງໄດ້ນໍາໄປສືບຕໍ່ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເຂົ້າສູ່ໜ້າທີ່ວຽກງານຕົວຈິງຢ່າງມີຈຸດສຸມ, ເພື່ອພັດທະນາຂະແໜງການເງິນຢ່າງຮອບດ້ານ ແລະ ໃຫ້ຫັນໄປສູ່ຄວາມທັນສະໄໝ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ໂປ່ງໃສ,ເພື່ອເຮັດໃຫ້ການເກັບລາຍຮັບ, ຄຸ້ມຄອງລາຍຈ່າຍໄດ້ຢ່າງຖືກຕ້ອງ ແລະ ສອດຄ່ອງຕາມກົດໝາຍ ແລະ ລະບຽບການ, ພ້ອມທັງສູ້ຊົນໃນການຈັດຕັ້ງປະຕິ ບັດແຜນງົບປະມານແຫ່ງລັດປີ 2025 ຂອງນະຄອນຫຼວງວຽງຈັນໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.