• ຂ່າວທ້ອງຖິ່ນ
  • |
  • 2025-05-09
  • |
  • ວຽກວິຊາສະເພາະ

       ກອງປະຊຸມ ຕິດຕາມ, ກວດກາ ແລະ ຊຸກຍູ້ ວຽກງານຄຸ້ມຄອງ ລາຍຮັບສ່ວຍສາອາກອນ, ລາຍຮັບ ຈາກຊັບສິນແຫ່ງລັດ ແລະ ວຽກງານການສ້າງແຜນງົບປະມານແຫ່ງລັດ ປີ 2026 ຢູ່ແຂວງອັດຕະປື ໄດ້ຈັດຂຶ້ນ ໃນວັນທີ 8 ພຶດສະພາ 2025 ທີ່ຫ້ອງປະຊຸມພະແນກການເງິນແຂວງອັດຕະປື, ໂດຍການ ເປັນປະທານຮ່ວມຂອງ ທ່ານ ສົມສະຫວັນ ອ້ວນວິໄລ ຮອງຫົວໜ້າພະແນກການເງິນແຂວງອັດຕະປື ມີທ່ານ ຍົມມະລາ ວໍລະຈິດ ຮອງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ມີຂະແໜ ງການອ້ອມຂ້າງພະແນກການເງິນແຂວງ, ເມືອງ, ຕະຫຼອດຮອດ ພະນັກງານ-ລັດຖະກອນເຂົ້າຮ່ວມ. ທ່ານ ຍົມມະລາ ວໍລະຈິດ ໄດ້ມີຄໍາເຫັນກ່າວເປີດກອງປະຊຸມວ່າ: ການລົງມາເຄື່ອນໄຫວເຮັດວຽກ ຕິດຕາມ, ກວດກາ ແລະ ຊຸກຍູ້ ວຽກງານຄຸ້ມຄອງລາຍຮັບສ່ວຍສາອາກອນ, ລາຍຮັບຈາກຊັບສິນແຫ່ງ ລັດ ແລະ ວຽກງານການສ້າງແຜນງົບປະມານແຫ່ງລັດ ປີ 2026 ແມ່ນມີຄວາມສໍາຄັນຫຼາຍ ແລະ ເປັນ ໂອກາດອັນດີທີ່ສຸດສໍາລັບຂະແໜງການທີ່ກ່ຽວຂ້ອງ ກໍຄື ພະນັກງານ-ລັດຖະກອນ ຂະແໜງການເງິນ ຈະໄດ້ພ້ອມກັນແລກປ່ຽນ, ຄົ້ນຄວ້າ, ປຶກສາຫາລື ແນໃສ່ໃຫ້ມີຄວາມເປັນເອກະພາບທາງດ້ານ ທັດສະນະ, ດ້ານວິຊາການ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຕົວຈິງໃນຕໍ່ໜ້

        ໃນທີ່ກອງປະຊຸມທ່ານ ສົມສະຫັວນ ອ້ວນວິໄລ ຮອງຫົວໜ້າພະແນກການເງິນແຂວງອັດຕະປື ໄດ້ ສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳ 3 ເດືອນຕົ້ນປີ ແລະ ຜ່ານທິດທາງການຕໍ່ ໜ້າ, ຮັບຟັງຄໍາສະເໜີແຜນວຽກ ກ່ຽວກັບການ ຊຸກຍູ້ລາຍຮັບສ່ວຍສາອາກອນ ແລະ ລາຍຮັບຈາກ ຊັບສິນຂອງລັດ, ເຜີຍແຜ່ແນະນໍາ ການຄຸ້ມຄອງລາຍຮັບຊັບສິນ, ຄຸ້ມຄອງຊັບສິນ ແລະ ການນໍາໃຊ້ ຊັບສິນຂອງລັດ, ເຜີຍແຜ່ວຽກງານອາກອນ, ແນະນໍາ ວຽກຄຸ້ມຄອງ ຕິດຕາມ ຫົວໜ່ວຍທຸລະກິດ ແລະ ການແຈ້ງມອບດ້ວຍຕົນເອງ ຜ່ານລະບົບຄຸ້ມຄອງຂໍ້ມູນລາຍຮັບອາກອນ ແລະ ຊຳລະຜ່ານ ລະບົບການແຈ້ງມອບລາຍຮັບສ່ວຍສາອາກອນ, ການຄຸ້ມຄອງການເກັບຄ່າທໍານຽມທາງ, ອາກອນທີ່ ດິນ ປະຈຳປີ 2025. 

© 2025 Copyright: ກະຊວງການເງິນ, ສປປ ລາວ